ຄຳສັ່ງວ່າດ້ວຍ ການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວຢູ່ແຂວງ ອຸດົມໄຊ

命令关于乌多姆赛省一站式服务机制实施

Order on Implementation of One-Stop Service Mechanism in Oudomxay Province

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງກົນໄກການບໍລິການແບບປະຕູດຽວ ໃນອົງການປົກຄອງທຸກຂັ້ນຂອງແຂວງອຸດົມໄຊ ໂດຍເນັ້ນໃສ່ການກຳນົດການມອບສິດ ແລະ ການແບ່ງງານຄວາມຮັບຜິດຊອບ ລະຫວ່າງຂັ້ນແຂວງ ແລະ ເມືອງ ໃນດ້ານການລົງທຶນ, ການຈົດທະບຽນວິສາຫະກິດ, ການຄຸ້ມຄອງທີ່ດິນ ແລະ ອື່ນໆ ເພື່ອເພີ່ມປະສິດທິພາບທາງດ້ານການບໍລິຫານ.

ມາດຕາ

ມາດຕາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ແຂວງອຸດົມໄຊ ເລກທີ.9 2: ../ອຊ
ອຸດົມໄຊ, ວັນທີ.414. .ພືດສະພາ 2023

ຄຳສັ່ງ
ວ່າດ້ວຍການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວຢູ່ແຂວງອຸດົມໄຊ

ເຖີງ: ບັນດາທ່ານຫົວໜ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ບັນດາທ່ານເຈົ້າເມືອງ 07 ເມືອງ.

-- ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015;

-- ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວ ຢູ່ອົງການບໍລິຫານລັດ ສະບັບເລກທີ 86/ນຍ, ລົງວັນທີ 03 ສິງຫາ ປີ 2007 ແລະ ຄຳສັ່ງ ວ່າດ້ວຍການເພີ່ມທະວີການຈັດຕັ້ງປະຕິບັດກົນໄກການ
ບໍລິການຜ່ານປະຕູດຽວ ໃນຂອບເຂດທົ່ວປະເທດ ສະບັບເລກທີ 09/ນຍ, ລົງວັນທີ 28 ມັງກອນ 2013;

-- ອີງຕາມ ຄຳສັ່ງ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະຖານ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ສະບັບເລກທີ 34/ນຍ, ລົງວັນທີ 23 ສິງຫາ 2016;

> ອີງຕາມ ໜັງສືສະເໜີຂອງພະແນກພາຍໃນ ສະບັບເລກທີ ມສໍ້ໃຊ້../ພນຂ, ລົງວັນທີ ພຶດສະພາ 2023.

ນັບແຕ່ປີ 2021 ເປັນຕົ້ນມາ, ອົງການປົກຄອງແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ 6 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ແຕ່ປີ 2021-2025 ດ້ວຍຈິດໃຈບຸກທະລຸ ທັງ 04 ດ້ານ ຢ່າງແຂງແຮງ ຊຶ່ງຕິດພັນກັບ ການປະຕິບັດກົນໄກການບໍລິການຜ່ານປະຕູດຽວ
ວຽກງານ 03 ສ້າງ ຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຢູ່ແຂວງອຸດົມໄຊ ໃຫ້ປະກົດຜົນເປັນຈິງ; ໂດຍໄດ້ຫັນເປັນແຜນການ, ໂຄງການ ແລະ ແຜນດຳເນີນງານຕ່າງໆ ຢ່າງເປັນລະບົບ ສົມຄວນ ໃນທຸກຂົງເຂດວຽກງານ ນັບແຕ່ຂັ້ນແຂວງ, ຂັ້ນເມືອງ ລົງຮອດຂັ້ນບ້ານ ໃນການປັບປຸງແບ່ງຂັ້ນຄຸ້ມຄອງບໍລິຫານລັດ ເຮັດໃຫ້ການມອບສິດ, ຄວາມຮັບຜິດຊອບ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຜົນປະໂຫຍດ ລະຫວ່າງຂະແໜງການ ຂັ້ນແຂວງ ກັບຂັ້ນເມືອງ ແລະ ຂະແໜງການ ຂັ້ນເມືອງ ກັບຂັ້ນບ້ານ ມີຄວາມຈະແຈ້ງ, ຊັດເຈນ ພໍສົມຄວນ, ຄວາມເປັນເຈົ້າການຢູ່ຂັ້ນຮາກຖານ ມີຄວາມຮັບຜິດຊອບ ສູງຂຶ້ນ. ເຖິງຢ່າງໃດກໍ່ຕາມ ຜ່ານການຈັດຕັ້ງປະຕິບັດຕົວຈິງ ຍັງເຫັນວ່າ: ຄວາມຮັບຮູ້ເຂົ້າໃຈ ຕໍ່ການປະຕິບັດກົນໄກການບໍລິການຜ່ານປະຕູດຽວ ແລະ ວຽກງານ 03 ສ້າງ ໃນການ
ແບ່ງຂັ້ນຄຸ້ມຄອງບໍລິຫານລັດ ຂອງບັນດາຂະແໜງການ ຂັ້ນແຂວງ ແລະ ບັນດາຂະແໜງການ ຂັ້ນເມືອງ ຍັງບໍ່ທັນເລິກເຊິ່ງ, ບໍ່ເປັນເອກະພາບ ແລະ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເປັນຮູບປະທຳ; ສະແດງອອກ: ການປະຕິບັດພາລະບົດບາດຄຸ້ມຄອງມະຫາພາກ ຂອງບັນດາຂະແໜງການ ຢູ່ຂັ້ນແຂວງ ໃນການມອບສິດ, ມອບວຽກ ແລະ ຄວາມຮັບຜິດຊອບ ຕາມຄວາມເໝາະສົມ ໃນການສ້າງສູນບໍລິການຜ່ານປະຕູດຽວ ໃຫ້ຂັ້ນເມືອງ ເພື່ອເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຍັງບໍ່ທັນແຂງແຮງ ແລະ ເປັນລະບົບຕໍ່ເນື່ອງ; ການປັບປຸງກົນໄກ, ລະບອບປະສານງານ ແລະ ລະບຽບການ ຂອງບັນດາຂະແໜງການຕົນຢູ່ຂັ້ນເມືອງ ໃຫ້ສອດຄ່ອງກັບທິດ 03 ສ້າງ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ສະນັ້ນ, ເພື່ອສືບຕໍ່ເສີມຂະຫຍາຍຜົນສຳເລັດເບື້ອງຕົ້ນ ແລະ ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ໃນໄລຍະຜ່ານມາ
ແນໃສ່ຮັບປະກັນ ການຈັດຕັ້ງປະຕິບັດການບໍລິການຜ່ານປະຕູດຽວ ຕິດພັນກັບວຽກງານ 03 ສ້າງ ຢູ່ແຂວງອຸດົມໄຊ ໃຫ້ບັນລຸ ຕາມເນື້ອໃນຈິດໃຈ ມະຕິຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ 1; ແລະ ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ແຕ່ປີ 2021-2025 ທີ່ໄດ້ຮັບຮອງ ແລະ ຄາດໝາຍທີ່ວາງໄວ້.

ເຈົ້າແຂວງ ອອກຄຳສັ່ງ:
1. ໃຫ້ບັນດາທ່ານຫົວໜ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ເຈົ້າເມືອງ 07 ເມືອງ ສືບຕໍ່ເພີ່ມທະວີ ການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວ ຕິດພັນກັບວຽກງານ 03 ສ້າງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ສູງຂຶ້ນຕື່ມ; ໂດຍໃຫ້ຮີບຮ້ອນ ແຕ່ງຕັ້ງຄະນະຮັບຜິດຊອບ ຂັ້ນພະແນກການ, ອົງການທຽບເທົ່າຂັ້ນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ຂັ້ນເມືອງ ຊຶ່ງຫົວໜ້າພະແນກການ, ອົງການ
ຂັ້ນແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ເຈົ້າເມືອງ ເປັນຫົວໜ້າຄະນະດັ່ງກ່າວ;
2. ໃຫ້ບັນດາທ່ານຫົວໜ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ເຈົ້າເມືອງ 07 ເມືອງ ຈັດຕັ້ງການໂຄສະນາ, ເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກຳຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວ ໃຫ້ບັນດາການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ມີຄວາມຮັບຮູ້ ແລະ ເຂົ້າໃຈ ເປັນເອກະພາບກັນຢ່າງເລິກເຊິ່ງ; ພ້ອມທັງ, ເອົາໃຈໃສ່ ນຳພາ-ຊີ້ນຳບັນດາຫົວໜ່ວຍການຈັດຕັ້ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ປັບປຸງບັນດາລະບົບ, ກົນໄກ, ລະບຽບການ ແລະ ຂັ້ນຕອນ ການອອກໃບອະນຸຍາດຕ່າງໆ ທີ່ເຫັນວ່າເປັນການກີດຂວາງຖ່ວງດຶງ, ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ອົງການຈັດຕັ້ງ,
ນັກທຸລະກິດ ຫຼື ປະຊາຊົນ ແນ່ໃສ່ເຮັດໃຫ້ມີຄວາມກະທັດຮັດ, ຮັດກຸມ, ໂປ່ງໃສ, ສະດວກ, ວ່ອງໄວ, ຮັບປະກັນຄວາມຖືກຕ້ອງ. ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
3. ໃຫ້ບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເພີ່ມທະວີ ແລະ ຍົກສູງ ພາລະບົດບາດການຄຸ້ມຄອງມະຫາພາກຂັ້ນແຂວງ, ເອົາໃຈໃສ່ແບ່ງຂັ້ນຄຸ້ມຄອງ ໂດຍກຳນົດໃຫ້ລະອຽດ, ຈະແຈ້ງ ແລະ ຂາດຕົວ; ວຽກອັນໃດ ແມ່ນເຈົ້າແຂວງ ຫຼື ພະແນກການ, ອົງການທຽບເທົ່າຂັ້ນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ເປັນຜູ້ຮັບຜິດຊອບຄຸ້ມຄອງ, ຕົກລົງອະນຸຍາດ ຫຼື ອະນຸມັດ; ອັນໃດແມ່ນເຈົ້າເມືອງ ຫຼື ຫ້ອງການ, ອົງການທຽບເທົ່າຂັ້ນເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ເປັນຜູ້ຮັບຜິດຊອບຄຸ້ມຄອງ, ຕົກລົງອະນຸຍາດ ຫຼື ອະນຸມັດ;
4. ໃຫ້ຍັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ຫ້ອງການ, ອົງການທຽບເທົ່າຂຶ້ນເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ທີ່ເຮັດວຽກງານພົວພັນເຖີງການ ບໍລິການ, ການອະນຸຍາດຕ່າງໆ ຕ້ອງນຳເຂົ້າຜ່ານການບໍລິການຜ່ານປະຕູດຽວ ບົນພື້ນຖານການແບ່ງຂັ້ນຄຸ້ມຄອງ ແລະ ຂອບ ເຂດຄວາມຮັບຜິດຊອບຢ່າງຈະແຈ້ງ ເຊັ່ນ:
4.1 ຂັ້ນແຂວງ:
> ການອະນຸຍາດ ການລົງທຶນພາຍໃນ ແລະ ຕ່າງປະເທດ;
> ການອອກບັດຜ່ານແດນ ແລະ ບັດປະຈຳຕົວ;
< ການຈົດທະບຽນວິສາຫະກິດ, ທະບຽນອາກອນ;
< ການຄຸ້ມຄອງການຂົນສົ່ງ, ພາຫະນະ-ການຂັບຂີ່ ແລະ ການປຸກສ້າງ;
-- ການບໍລິການແຈ້ງພາສີ. ອາກອນ;
-- ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ;
-- ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນປ່າໄມ້;
-- ການຄຸ້ມຄອງສິ່ງແວດລ້ອມ;
ການຄຸ້ມຄອງແຮງງານ, ການຝຶກອົບຮົມວິຊາຊີບ, ການພັດທະນາສີມືແຮງງານ, ການສົ່ງເສີມການມີວຽກເຮັດງານທຳ ແລະ ສະຫວັດດີການສັງຄົມ;
ວຽກງານຄຸ້ມຄອງລັດຖະກອນ;
ການສ້າງຕັ້ງສະມາຄົມ, ມູນນິທິ;
ວຽກທະບຽນຄອບຄົວ;
ວຽກວັດທະນະທຳ ແລະ ທ່ອງທ່ຽວ (ທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ);
ວຽກສຶກສາ ແລະ ກິລາ (ໂຮງຮຽນ, ສະໜາມກິລາຂະໜາດນ້ອຍຂອງເອກະຊົນ ແລະ ອື່ນໆ);
ວຽກອື່ນໆ ໂດຍອີງຕາມສະພາບ ແລະ ຈຸດພິເສດຂອງແຂວງ.
4.2 ຂັ້ນເມືອງ:
ການອະນຸຍາດຈົດທະບຽນວິສາຫະກິດ, ທະບຽນອາກອນ;
ການຄຸ້ມຄອງການຂົນສົ່ງ, ພາຫະນະ-ການຂັບຂີ່ ແລະ ການປຸກສ້າງ;
ການບໍລິການແຈ້ງພາສີ, ອາກອນ;
ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ;
ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນປ່າໄມ້;
ການຄຸ້ມຄອງສິ່ງແວດລ້ອມ;
ການຄຸ້ມຄອງແຮງງານ, ການຝຶກອົບຮົມວິຊາຊີບ, ການພັດທະນາສີມືແຮງງານ, ການສົ່ງເສີມການມີວຽກເຮັດງານທຳ ແລະ ສະຫວັດດີການສັງຄົມ;
ວຽກງານຄຸ້ມຄອງລັດຖະກອນ;
ວຽກທະບຽນຄອບຄົວ;
ວຽກສຳມະໂນຄົວ;
ວຽກວັດທະນະທຳ ແລະ ທ່ອງທ່ຽວ (ທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ);
ວຽກສຶກສາ ແລະ ກິລາ (ໂຮງຮຽນ, ສະໜາມກິລາຂະໜາດນ້ອຍຂອງເອກະຊົນ ແລະ ອື່ນໆ);
ວຽກອື່ນໆ ໂດຍອີງຕາມສະພາບ ແລະ ຈຸດພິເສດຂອງເມືອງ.
5. ໃຫ້ບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ 07 ເມືອງ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຄຳສັ່ງ ສະບັບນີ້ ຢ່າງກ້ວາງຂວາງ ໃຫ້ໄດ້ເປີດສູນບໍລິການຜ່ານປະຕູດຽວຢູ່ຂັ້ນແຂວງ ແລະ 07 ເມືອງ ຊ້າສຸດໃນທ້າຍເດືອນ ຕຸລາ ປີ 2025; ໃນໄລຍະເບື້ອງຕົ້ນ ຕ້ອງກຳນົດບັນດາຈຳນວນຫ້າວຽກ ທີ່ຈະເອົາເຂົ້າສູນ
ບໍລິການຜ່ານປະຕູດຽວ ຢ່າງລະອຽດ, ຈະແຈ້ງ ແລະ ຊັດເຈນ. ໃນນີ້, ມອບໃຫ້ເປັນຄວາມຮັບຜິດຊອບ ຂອງຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດ ແລະ ສ້າງແຜນການ, ແຜນດຳເນີນງານຕ່າງໆ ປະຈຳ 06 ເດືອນຕົ້ນປີ ແລະ 06 ເດືອນທ້າຍປີ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງຖືກຕ້ອງ, ມີຈຸດສຸມ ແລະ ຖືເປັນບູລິມະສິດ ຕິດພັນກັບວຽກງານ 03 ສ້າງ ທັງເປັນໄມ້ຫຼາວັດແທກຄວາມຮັບຜິດຊອບ, ຜົນການປະຕິບັດງານ ຂອງພະນັກງານ-ລັດຖະກອນ ຂອງການຈັດຕັ້ງແຕ່ລະຂັ້ນ; 6. ມອບໃຫ້ພະແນກພາຍໃນ ເປັນເສນາທິການ ແລະ ໃຈກາງປະສານງານ ໃຫ້ແກ່ເຈົ້າແຂວງ ໃນການສົມທົບ, ຕິດຕາມ, ຊູກຍູ້, ແນະນຳ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວ ຂອງບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ 07 ເມືອງ ໃນເດືອນພຶດສະພາ ແລະ ເດືອນພະຈິກ
ຂອງທຸກໆປີ; ພ້ອມທັງ, ສະຫຼຸບ ລາຍງານຜົນການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວ ໃຫ້ທ່ານເຈົ້າແຂວງ ຮັບຊາບ ເປັນປົກກະຕິ;
7. ໃຫ້ບັນດາທ່ານຫົວຫ້າພະແນກການ, ອົງການທຽບເທົ່າຂັ້ນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ເຈົ້າເມືອງ 07 ເມືອງ ຈົ່ງຮັບຮູ້ ແລະ ເປັນເຈົ້າການຈັດຕັ້ງປະຕິບັດຄຳສັງສະບັບນີ້ຢ່າງເຂົ້ມງວດ ແລະ ໃຫ້ໄດ້ຮັບຜົນດີ;
8. ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ, >

ບຸນຄົງ ຫຼ້າຈຽນພອນ

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ