协议关于实验室标准认可
ຂໍ້ຕົກລົງວ່າດ້ວຍ ການຮັບຮອງມາດຕະຖານຫ້ອງທົດລອງ
Agreement on Laboratory Standard Accreditation
简介
该协议调整老挝境内实验室活动,规定由标准与计量司对检测和校准实验室进行技术审查并颁发认可证书。
Summary
This agreement regulates laboratory activities in Laos, stipulating that the Department of Standards and Metrology conducts technical reviews and issues accreditation certificates for testing and calibration laboratories.
ບົດສະຫຼຸບ
ສັນຍາສະບັບນີ້ຄຸ້ມຄອງກິດຈະການຫ້ອງທົດລອງໃນລາວ, ກຳນົດໃຫ້ກົມມາດຕະຖານ ແລະ ວັດແທກດຳເນີນການກວດສອບດ້ານເຕັກນິກ ແລະ ອອກໃບຢັ້ງຢືນການຮັບຮອງໃຫ້ຫ້ອງທົດລອງທົດສອບ ແລະ ສົມທຽບ.
条文
第ມາດຕາ 1条
第2条 实验室标准认可
实验室标准认可是指由标准与计量司对检测和校准的技术标准进行审查,并颁发实验室标准认可证书。
ພາສາລາວ (老挝语原文)
ມາດຕາ 2 ການຮັບຮອງມາດຕະຖານຫ້ອງທົດລອງ
ການຮັບຮອງມາດຕະຖານຫ້ອງທົດລອງ ແມ່ນການກວດກາມາດຕະຖານທາງດ້ານເຕັກນິກວິຊາການໃນການທົດສອບ ແລະ ສອບທຽບ ແລະ ອອກໃບຢັ້ງຢືນຮັບຮອງມາດຕະຖານຫ້ອງທົດລອງ ໂດຍກົມມາດຕະຖານ ແລະ ວັດແທກ.
第ມາດຕາ 2条
第2条 术语解释
1. 实验室 指进行测试、校准以及与测试或校准相关的样品采集的场所;
2. 实验室运营者 指使用和提供实验室服务的个人、法人实体和组织,涉及社会领域并依法合法设立。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
1. ຫ້ອງທົດລອງ ໝາຍເຖິງ ສະຖານທີ່ດຳເນີນການທົດສອບ, ສອບທຽບ ແລະ ການເກັບຕົວຢ່າງ ທີ່ຕິດພັນກັບການທົດສອບ ຫຼື ສອບທຽບ;
2. ຜູ້ເຄື່ອນໄຫວຫ້ອງທົດລອງ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ນຳໃຊ້ ແລະ ໃຫ້ການບໍລິການຫ້ອງທົດລອງ ທີ່ພົວພັນເຖິງສັງຄົມ ແລະ ໄດ້ສ້າງຕັ້ງຂຶ້ນຖືກຕ້ອງຕາມລະບຽບກົດໝາຍ.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内从事实验室活动的个人、法人和组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ກ່ຽວກັບຫ້ອງທົດລອງ ຢູ່ ສປປ ລາວ.
第ມາດຕາ 4条
第4条 实验室类型
实验室包括以下两种类型:
1. 检测实验室(Testing Laboratory);
2. 校准实验室(Calibration Laboratory)。
ພາສາລາວ (老挝语原文)
ມາດຕາ 4 ປະເພດຫ້ອງທົດລອງ
ຫ້ອງທົດລອງ ປະກອບມີ ສອງ ປະເພດ ດັ່ງນີ້:
1. ຫ້ອງທົດລອງການທົດສອບ (Testing Laboratory);
2. ຫ້ອງທົດລອງສອບທຽບ (Calibration Laboratory).
第ມາດຕາ 5条
第5条 检测实验室
检测实验室是指为进行研究、分析和检测而使用被认可的方法和专用设备,从标准计量局及相关方获得认可的实验室,以获取该样品的特定结果和特性。
ພາສາລາວ (老挝语原文)
ມາດຕາ 5 ຫ້ອງທົດລອງການທົດສອບ
ຫ້ອງທົດລອງການທົດສອບ ແມ່ນຫ້ອງທົດລອງ ທີ່ນຳເອົາຕົວຢ່າງ ເພື່ອເຮັດການວິໄຈ, ວິເຄາະ ແລະ ທົດສອບ ດ້ວຍການນຳໃຊ້ວິທີການ ແລະ ເຄື່ອງມືສະເພາະ ທີ່ຖືກຍອມຮັບຈາກກົມມາດຕະຖານ ແລະ ວັດແທກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ໄດ້ຮັບຜົນ ແລະ ຄຸນລັກສະນະສະເພາະຂອງຕົວຢ່າງນັ້ນ.
第ມາດຕາ 6条
第6条 校准实验室
校准实验室是指通过将测量仪器和设备与具有更高质量或更高精度的测量标准进行比较,来检查其准确性的实验室。
ພາສາລາວ (老挝语原文)
ມາດຕາ 6 ຫ້ອງທົດລອງການສອບທຽບ
ຫ້ອງທົດລອງການສອບທຽບ ແມ່ນຫ້ອງທົດລອງ ທີ່ດຳເນີນການກວດສອບຄວາມຖືກຕ້ອງຂອງເຄື່ອງມື ແລະ ອຸປະກອນວັດແທກ ດ້ວຍການປຽບທຽບກັບແມ່ແບບວັດແທກ ທີ່ມີຄຸນນະພາບ ຫຼື ຄວາມຊັດເຈນສູງກວ່າ.
第ມາດຕາ 7条
第7条 实验室领域
实验室包括以下八个领域:
机械领域实验室;
电气领域实验室;
生物领域实验室;
化学领域实验室;
建筑领域实验室;
无损检测领域实验室;
测量设备校准领域实验室;
药品领域实验室。
ພາສາລາວ (老挝语原文)
ມາດຕາ 7 ຂົງເຂດຂອງຫ້ອງທົດລອງ
ຫ້ອງທົດລອງ ປະກອບມີ ແປດ ຂົງເຂດ ດັ່ງນີ້:
ຫ້ອງທົດລອງຂົງເຂດກົນຈັກ;
ຫ້ອງທົດລອງຂົງເຂດໄຟຟ້າ;
ຫ້ອງທົດລອງຂົງເຂດຊີວະ;
ຫ້ອງທົດລອງຂົງເຂດເຄມີ;
ຫ້ອງທົດລອງຂົງເຂດການກໍ່ສ້າງ;
ຫ້ອງທົດລອງຂົງເຂດການທົດສອບແບບບໍ່ທຳລາຍ;
ຫ້ອງທົດລອງຂົງເຂດການສອບທຽບອຸປະກອນວັດແທກ;
ຫ້ອງທົດລອງຂົງເຂດການຢາ.
第ມາດຕາ 8条
第8条 机械领域实验室
机械领域实验室是指对机械特性进行测量以及对设备、结构(包括金属容器、金属产品)进行物理实验和金属结构测试。
ພາສາລາວ (老挝语原文)
ມາດຕາ 8 ຫ້ອງທົດລອງຂົງເຂດກົນຈັກ
ຫ້ອງທົດລອງຂົງເຂດກົນຈັກ ແມ່ນການວັດແທກຄຸນລັກສະນະສະເພາະຂອງກົນຈັກ ແລະ ການທົດລອງທາງດ້ານຟີຊິກຂອງວັດຖຸອຸປະກອນ, ໂຄງສ້າງ ລວມເອົາໂລຫະບັນຈຸ, ຜະລິດຕະພັນໂລຫະ ແລະ ການທົດສອບໂຄງສ້າງຂອງໂລຫະ.
第ມາດຕາ 9条
第9条 电气领域实验室
电气领域实验室是对电子特性进行测量以及对电器、通信设备、包括工商业和工程设备进行测试,以及对零部件和设备对环境耐受性进行测试。
ພາສາລາວ (老挝语原文)
ມາດຕາ 9 ຫ້ອງທົດລອງຂົງເຂດໄຟຟ້າ
ຫ້ອງທົດລອງຂົງເຂດໄຟຟ້າ ແມ່ນການວັດແທກຄຸນລັກສະນະສະເພາະຂອງເອເລັກໂຕຣນິກ ແລະ ການທົດສອບທາງດ້ານເຄື່ອງໃຊ້ໄຟຟ້າ, ອຸປະກອນການສື່ສານ ລວມທັງການຄ້າອຸດສາຫະກຳ ແລະ ອຸປະກອນວິສະວະກຳ ແລະ ການທົດສອບ ກ່ຽວກັບຄວາມທົນທານຂອງຊິ້ນສ່ວນ ແລະ ອຸປະກອນຕໍ່ສະພາບແວດລ້ອມ.
第ມາດຕາ 10条
第10条 生物领域实验室
生物领域实验室是指对微生物、生化设备和产品(包括食品)进行测试和测量,根据规定进行化学测试,以及细菌生长、植物和动物卫生的测试。
ພາສາລາວ (老挝语原文)
ມາດຕາ 10 ຫ້ອງທົດລອງຂົງເຂດຊີວະ
ຫ້ອງທົດລອງຂົງເຂດຊີວະ ແມ່ນການທົດສອບ ແລະ ການວັດແທກ ທາງດ້ານຊີວະຈຸລິນຊີ, ອຸປະກອນຊີວະເຄມີ ແລະ ຜະລິດຕະພັນທີ່ລວມທັງອາຫານ, ການທົດສອບທາງດ້ານເຄມີຕາມການກຳນົດ ແລະ ການເຕີບໂຕຂອງແບັກທີເຣຍ, ສຸຂະນາໄມຂອງພືດ ແລະ ສັດ.
第ມາດຕາ 11条
第11条 化学领域实验室
化学领域实验室是指化学分析和检测,用于化学分析、各类物质的化学测试、物理组合测试以确定密度、测试以及物理化学设备的校准。
ພາສາລາວ (老挝语原文)
ມາດຕາ 11 ຫ້ອງທົດລອງຂົງເຂດເຄມີ
ຫ້ອງທົດລອງຂົງເຂດເຄມີ ແມ່ນການວິເຄາະທາງດ້ານເຄມີ ແລະ ການກວດສອບ ສຳລັບການວິເຄາະເຄມີ, ການທົດສອບເຄມີສຳລັບວັດຖຸທຸກປະເພດ, ການທົດສອບປະສົມປະສານທາງດ້ານຟີຊິກ ທີ່ກຳນົດຄວາມໜາແໜ້ນ, ທົດສອບ ແລະ ການສອບທຽບອຸປະກອນຟີຊິກເຄມີ.
第ມາດຕາ 12条
第12条 建筑领域实验室
建筑领域实验室是对建筑物结构及相关构件的设备、结构和部件进行硬度测量、物理化学测试,范围包括对混凝土的无损检测和土壤测试。
ພາສາລາວ (老挝语原文)
ມາດຕາ 12 ຫ້ອງທົດລອງຂົງເຂດການກໍ່ສ້າງ
ຫ້ອງທົດລອງຂົງເຂດການກໍ່ສ້າງ ແມ່ນການວັດແທກຄວາມແຂງແກ່ນ, ທົດສອບຟີຊິກເຄມີ ສຳລັບອຸປະກອນ, ໂຄງສ້າງ ແລະ ຊັ້ນສ່ວນທີ່ກ່ຽວຂ້ອງກັບໂຄງສ້າງອາຄານ ແລະ ໂຄງສ້າງ ຂອບເຂດນີ້ລວມເອົາການກວດສອບແບບບໍ່ທຳລາຍ ສຳລັບຄອນກີດ ແລະ ທົດສອບດິນ.
本页展示前 12 条,全文共 32 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读