ດຳລັດວ່າດ້ວຍ ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າເພື່ອພັດທະນາເສດຖະກິດຂອງຊາດ
法令关于国家经济发展代表处活动
Decree on Activities of National Economic Development Representative Offices
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການດຳເນີນງານຂອງສຳນັກງານຜູ້ຕາງໜ້າ ສປປ ລາວ ປະຈຳຕ່າງປະເທດ ເພື່ອສົ່ງເສີມການພັດທະນາເສດຖະກິດຂອງຊາດ ໂດຍເນັ້ນໃສ່ຫຼັກການການດຳເນີນງານ, ການໃຫ້ຂໍ້ມູນ ແລະ ການເຜີຍແຜ່ຂໍ້ມູນຂ່າວສານ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການເຄື່ອນໄຫວຂອງ
ສຳນັກງານຜູ້ຕາງໜ້າ ເພື່ອພັດທະນາເສດຖະກິດຂອງຊາດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ
ມີປະສິດທິພາບ ແລະ ປະສິດທິຜົນສູງ ແນໃສ່ຮັບປະກັນການປະຕິບັດນະໂຍບາຍການຕ່າງປະເທດ ແລະ ເພີ່ມ
ທະວີການເຊື່ອມໂຍງດ້ານເສດຖະກິດຂອງ ສປປ ລາວ ກັບສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ
ແລະ ພັດທະນາປະເທດຊາດ.
ມາດຕາ ມາດຕາ 2
ມາດຕາ 2 ການເຄື່ອນໄຫວຂອງສຳນັກງານຜູ້ຕາງຫ້າ ເພື່ອພັດທະນາເສດຖະກິດຂອງຊາດ
ການເຄື່ອນໄຫວຂອງສຳນັກງານຜູ້ຕາງຫ້າ ເພື່ອພັດທະນາເສດຖະກິດຂອງຊາດ ແມ່ນ ການນຳໃຊ້ທ່າແຮງ ດ້ານການຈັດຕັ້ງ, ທີ່ຕັ້ງ ແລະ ພາລະບົດບາດຂອງສຳນັກງານຜູ້ຕາງຫ້າ ທີ່ເປັນອົງການຕາງຫ້າທາງການ ໃຫ້ແກ່ ສປປ ລາວ ໃນການພົວພັນກັບປະເທດທີ່ຮັບ ແລະ/ຫຼື ອົງການຈັດຕັ້ງສາກົນ.
ມາດຕາ ມາດຕາ 3
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ສຳນັກງານຜູ້ຕາງໜ້າ ໝາຍເຖິງ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳປະເທດຕ່າງປະເທດ ທີ່ເປັນອົງການຕາງໜ້າທາງການໃຫ້ແກ່ ສປປ ລາວ ຢູ່ຕ່າງປະເທດ ໃນການພົວພັນກັບປະເທດທີ່ຮັບ ແລະ/ຫຼື ອົງການຈັດຕັ້ງສາກົນ ຊຶ່ງລວມມີ ສະຖານເອກອັກຄະລັດຖະທູດ, ສະຖານກົງສຸນໃຫຍ່, ສະຖານກົງສູນ, ສຳນັກງານຜູ້ຕາງໜ້າຖາວອນ ແລະ ສຳນັກງານທີ່ມີຊື່ອື່ນ;
2. ປະເທດທີ່ຮັບ ໝາຍເຖິງ ປະເທດບ່ອນທີ່ສຳນັກງານຜູ້ຕາງໜ້າມີຫ້ອງການຕັ້ງຢູ່ ແລະ ປະເທດອື່ນ ທີ່ສຳນັກງານຜູ້ຕາງໜ້າຮັບຜິດຊອບ;
3. ອົງການຈັດຕັ້ງສາກົນ ໝາຍເຖິງ ອົງການຈັດຕັ້ງລະຫວ່າງລັດຖະບານ;
4. ກົດໝາຍສາກົນ ໝາຍເຖິງ ຫຼັກການ ແລະ ລະບຽບການ ທີ່ໄດ້ກຳນົດໄວ້ໃນສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ລວມທັງກົດປະເພນີສາກົນ ທີ່ຄຸ້ມຄອງສາຍພົວພັນສາກົນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ