自然资源费率法(矿产权利金·林产·水资源费率,2024年施行)

ລັດຖະບັນຍັດວ່າດ້ວຍ ອັດຕາຄ່າຊັບພະຍາກອນທໍາມະຊາດ

Law on Natural Resource Fee Rates

简介

该法规调整老挝境内从事矿产资源、林产品和水资源经营活动的个人与法人,核心内容是按不同资源类别设定具体费率,确保自然资源有偿使用与可持续发展。

Summary

This regulation governs individuals and legal entities engaged in the exploitation of mineral resources, forest products, and water resources in Laos, with core content setting specific fee rates according to different resource categories to ensure paid use and sustainable development of natural resources.

ບົດສະຫຼຸບ

ລະບຽບການນີ້ຄຸ້ມຄອງບຸກຄົນ ແລະ ນິຕິບຸກຄົນທີ່ດຳເນີນທຸລະກິດຊັບພະຍາກອນແຮ່ທາດ, ຜະລິດຕະພັນປ່າໄມ້ ແລະ ຊັບພະຍາກອນນ້ຳ ພາຍໃນປະເທດລາວ, ເນື້ອໃນຫຼັກແມ່ນກຳນົດອັດຕາຄ່າທຳນຽມສະເພາະຕາມປະເພດຊັບພະຍາກອນ ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນທຳມະຊາດແບບມີຄ່າທຳນຽມ ແລະ ຍືນຍົງ.

条文

第ມາດຕາ 1条

第2条 自然资源费
自然资源费是个人、法人(包括国内和国外)经许可经营与自然资源相关的业务,必须按照本法令规定的税率向国家缴纳的财政义务。

ພາສາລາວ (老挝语原文)

ມາດຕາ 2 ຄ່າຊັບພະຍາກອນທຳມະຊາດ
ຄ່າຊັບພະຍາກອນທຳມະຊາດ ແມ່ນ ພັນທະດ້ານການເງິນ ຊຶ່ງບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ກ່ຽວກັບຊັບພະຍາກອນທຳມະຊາດ ຕ້ອງເສຍໃຫ້ລັດ ຕາມ ອັດຕາທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດສະບັບນີ້.

第ມາດຕາ 2条

第2条 自然资源费率确定原则
自然资源费率的确定应遵循以下原则:
1. 依据政府的经济财政政策以及生产基础、经济-社会的发展水平;
2. 确保可持续发展,节约利用自然资源并长期维护;
3. 在全国范围内统一确定相同费率。

ພາສາລາວ (老挝语原文)

ມາດຕາ 2 ຫຼັກການການກຳນົດອັດຕາຄ່າຊັບພະຍາກອນທຳມະຊາດ
ການກຳນົດອັດຕາຄ່າຊັບພະຍາກອນທຳມະຊາດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ອີງໃສ່ລະດັບການຂະຫຍາຍຕົວຂອງພື້ນຖານການຜະລິດ, ເສດຖະກິດ-ສັງຄົມ ແລະ ນະໂຍບາຍທາງດ້ານເສດຖະກິດ-ການເງິນ ຂອງລັດຖະບານ;
2. ຮັບປະກັນການພັດທະນາແບບຍືນຍົງ, ນຳໃຊ້ຊັບພະຍາກອນທຳມະຊາດແບບປະຢັດ ແລະ ຮັກສາໄວ້ຢ່າງຍາວນານ;
3. ກຳນົດເປັນເອກະພາບ ໃນອັດຕາດຽວກັນທົ່ວປະເທດ.

第ມາດຕາ 3条

第3条 适用范围
本法令适用于在老挝人民民主共和国境内从事经营活动的个人、法人,包括国内外组织,涉及矿产资源、林产品和水资源的管理。

本法令不涵盖由经营者或民众种植的植物、种子、工业树木。

ພາສາລາວ (老挝语原文)

ມາດຕາ 3 ຂອບເຂດການນຳໃຊ້ລັດຖະບັນຍັດ
ລັດຖະບັນຍັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດ ລວມທັງ ການຈັດຕັ້ງ ທີ່ຄຸ້ມຄອງວຽກງານ ກ່ຽວກັບ ຊັບພະຍາກອນທາງດ້ານແຮ່ທາດ, ຊັບພະຍາກອນເຄື່ອງປ່າຂອງດົງ ແລະ ຊັບພະຍາກອນນ້ຳ ຢູ່ ສປປ ລາວ.

ລັດຖະບັນຍັດສະບັບນີ້ ບໍ່ກວມເອົາປະເພດ ພືດ, ແກ່ນ, ຕົ້ນໄມ້ອຸດສາຫະກຳ ທີ່ໄດ້ມາຈາກການປູກ ໂດຍຜູ້ປະກອບການ ຫຼື ປະຊາຊົນ.

第ມາດຕາ 4条

第4条 矿产资源费率
甲、矿产资源
矿产资源费按以下税率征收:

占矿产品或矿产品开采或销售价值的百分比(%),按国际、区域和国内市场价格计算

序号 矿产品类别
1 宝石和玉石
- 钻石、红宝石、蓝宝石、祖母绿 15
- 玉石
2 半宝石
- 珍珠、亚历山大石、紫翠玉、玫瑰榴石、橄榄石、绿柱石、尖晶石、托帕石、钙铝榴石、欧泊、电气石、玛瑙、石榴石 10
- 玻璃(人造玻璃)、紫水晶
3 贵金属 12
- 银、金、铂
4 贱金属(非铁金属) 9
- 铜、铅、锡、锌、铝
5 铁及合金
- 铁 10
- 钛、锰、铬、钒、镍、钴、钼、钨
6 稀有金属及类金属
- 锑、砷、铍、镉、铋、镁、汞、铼和硒、铬、钛、锆 10
- 稀土矿物 20
7 蒸发岩
- 石膏、硬石膏、菱镁矿 4
- 钾盐 5
- 食盐 2
- 溴盐
8 工业矿物 7
- 萤石、重晶石、磷灰石、云母
9 工业土石
- 石灰石、白云石、菱镁矿、红土、粘土、高岭土、凝灰岩、石棉、玻璃砂、滑石、明矾石、片岩、花岗岩、闪长岩、辉长岩、流纹岩、板岩 4
10 装饰石
- 蛇纹石、大理石、花岗岩、板岩 6
- 帕果石 7
11 煤
- 褐煤、亚烟煤、烟煤、无烟煤 6
- 泥煤 2
- 油页岩 3
12 石油和天然气 根据合同谈判

对于用作发电项目原材料的矿产资源,按开采生产成本计算,经相关部门认证,并按本条规定的税率征收自然资源费。
对于战略性或保留用于国内活动的矿物,不允许出口,其清单由相关部门定期确定。

乙、服务于建筑活动的矿产资源
服务于建筑活动的矿产资源费按以下税率征收:

占销售价格的百分比(%) 单位
序号 资源类别
1 黑土、红土、粘土 4 立方米
2 砂 4 立方米
3 矿石、砾石 4 立方米
4 岩石
- 白云石 4 立方米
- 花岗岩-闪长岩 4 立方米
- 玄武岩 4 立方米
- 砂岩 4 立方米

对于服务于发电项目的自然资源费,例如在发电项目特许区域内开采并用于该项目的土地、岩石和砂的自然资源费,应与本法令第7条规定的服务于发电项目的自然资源费按同一税率计算;其他不在特许区域内但用于该发电项目的矿产资源费,按本条规定的税率征收。

ພາສາລາວ (老挝语原文)

ມາດຕາ 4 ອັດຕາຄ່າຊັບພະຍາກອນແຮ່ທາດ
ກ. ຊັບພະຍາກອນແຮ່ທາດ
ຄ່າຊັບພະຍາກອນແຮ່ທາດ ໃຫ້ເກັບຕາມອັດຕາ ດັ່ງນີ້:

ອັດຕາສ່ວນຮ້ອຍ (%) ຂອງມູນຄ່າແຮ່ທາດ ຫຼື ຜະລິດຕະພັນແຮ່ທາດ ທີ່ຊຸດຄົ້ນ ຫຼື ຂາຍຕາມລາຄາຕະຫຼາດສາກົນ, ພາກພື້ນ ແລະ ພາຍໃນປະເທດ

ລ/ດ ປະເພດແຮ່ທາດ
1 ແກ້ວປະເສີດ ແລະ ຢົກ
- ເພັດ, ຣູບີ, ຊັບຟາຍ, ມໍລະກົດ 15
- ຢົກ
2 ເຄິ່ງແກ້ວປະເສີດ
- ມຸກ, ອາເລັກຊັງໄຣດ, ອາເອໂຣອິດ, ໂຣໂດໄຣດ, ປີຣົກ, ເບຣິກ, ສະປີແນນ, ໂຕປາສ, ກິດໂສໄຣດ, ໂອປານ, ທຸຣມາລິນ, ອາກັດ, ກາກເນັດ 10
- ວັດສ (ແກ້ວນາງຝານ), ອາເມຕິສ
3 ໂລຫະປະເສີດ 12
- ເງິນ, ຄຳ, ປລາຕືນ
4 ໂລຫະພື້ນຖານ (ໂລຫະທີ່ບໍ່ແມ່ນເຫຼັກ) 9
- ທອງ, ຊືນ, ກົ່ວ, ສັງກະສີ, ອາລູມີນຽມ
5 ເຫຼັກ ແລະ ໂລຫະປະສົມ
- ເຫຼັກ 10
- ຕີຕານ, ມັງການ, ໂກຼມ, ວານາດຽມ, ນີແກນ, ໂຄບານ, ໂມລິບແດນ, ຕັງສະແຕນ
6 ໂລຫະທີ່ມີຫ້ອຍ ແລະ ພົວພັນກັບອະໂລຫະ
- ອັງຕີມອນ, ອັກເຊນິກ, ເບຣີລຽມ, ແຄັດມຽມ, ບິສມຸດ, ແມັກນິຊຽມ, ບາຫຼອດ, ຣີດຽມ ແລະ ຊີລີນຽມ, ໂຄຣຸມບຽມ, ໄທທານຽມ, ເຊີໂກນຽມ 10
- ແຮ່ທາດຫາຍາກ 20
7 ແຮ່ເອເວໂປໄຣຕ
- ຫີນກາວ, ອານຣີໄດຣ, ເກືອມັກເຍ 4
- ເກືອໂປຕັສ 5
- ເກືອກິນ 2
- ເກືອໂບຣມ
8 ແຮ່ທາດອຸດສາຫະກຳ 7
- ຟູລອໍໄຣຕ, ບາໄຣຕ, ຟົດຟໍໄຣຕ, ໄມກາ
9 ດິນ-ຫີນອຸດສາຫະກຳ
- ຫີນປູນ, ຫີນໂດໂລໄມຕ, ມາເຍໄຊຍ, ຫີນລາເຕຣົດ, ດິນໜຽວ, ດິນກາວແລງ, ຕຸຟ, ອາສເບສໂຕສ, ຊາຍຜະລິດແກ້ວ, ຕານຄ, ອາລູໄນຕ, ຫີນແຮ, ຫີນກຣາໄນຕ, ຫີນໄດໂອໄຣ, ຫີນກາບໂປຼ, ຫີນໄຣໂອໄຣຕ, ຫີນແຜ່ນ 4
10 ຫີນປະດັບ
- ຫີນການິດ, ຫີນອອນ, ຫີນໄນ, ຫີນສະເລດ 6
- ປາໂກໄດຕ 7
11 ຖ່ານຫີນ
- ລິກໄນ, ຊັບບີທຸມີນັດ, ບີທຸມີນັດ, ແອນຕຣາໄຊ 6
- ຖ່ານຕົມ 2
- ຫີນນ້ຳມັນ 3
12 ນ້ຳມັນ ແລະ ອາຍແກັດທຳມະຊາດ ອີງຕາມການເຈລະຈາສັນຍາ

ສຳລັບຊັບພະຍາກອນແຮ່ທາດ ທີ່ນຳໃຊ້ເປັນວັດຖຸດິບ ເພື່ອນຳໃຊ້ເຂົ້າໃນໂຄງການໄຟຟ້າ ແມ່ນໃຫ້ຄິດໄລ່ ຕາມມູນຄ່າຕົ້ນທຶນການຜະລິດທີ່ຊຸດຄົ້ນໄດ້ ຕາມການຢັ້ງຢືນຂອງຂະແໜງການທີ່ກ່ຽວຂ້ອງ ແລະ ເກັບຄ່າຊັບພະຍາກອນທຳມະຊາດ ຕາມອັດຕາທີ່ໄດ້ກຳນົດໄວ້ໃນມາດຕານີ້.
ສຳລັບແຮ່ທາດທີ່ເປັນຍຸດທະສາດ ຫຼື ສະຫງວນໄວ້ເພື່ອຮັບໃຊ້ກິດຈະການພາຍໃນ ແມ່ນບໍ່ອະນຸຍາດໃຫ້ສົ່ງອອກ ຊຶ່ງບັນຊີແຕ່ລະປະເພດ ຂະແໜງການທີ່ກ່ຽວຂ້ອງ ເປັນຜູ້ກຳນົດໃນແຕ່ລະໄລຍະ.

ຂ. ຊັບພະຍາກອນແຮ່ທາດ ຮັບໃຊ້ກິດຈະການກໍ່ສ້າງ
ຄ່າຊັບພະຍາກອນແຮ່ທາດ ຮັບໃຊ້ກິດຈະການກໍ່ສ້າງ ໃຫ້ເກັບຕາມອັດຕາ ດັ່ງນີ້:

ອັດຕາສ່ວນຮ້ອຍ (%) ຂອງລາຄາຂາຍ
ລ/ດ ປະເພດຊັບພະຍາກອນ ຫົວໜ່ວຍ
1 ດິນດຳ, ດິນແດງ, ດິນໜຽວ 4 ແມັດກ້ອນ
2 ຊາຍ 4 ແມັດກ້ອນ
3 ຫີນແຮ່, ຫີນຫາດ 4 ແມັດກ້ອນ
4 ຫີນຜາ
- ຫີນໂດໂລໄມຕ 4 ແມັດກ້ອນ
- ກຣາໄນຕ-ໄດໂອໄຣ 4 ແມັດກ້ອນ
- ຫີນບາຊານ 4 ແມັດກ້ອນ
- ຫີນຊາຍ 4 ແມັດກ້ອນ

ສຳລັບຄ່າຊັບພະຍາກອນທຳມະຊາດ ເພື່ອຮັບໃຊ້ໂຄງການໄຟຟ້າ ເປັນຕົ້ນ ຄ່າຊັບພະຍາກອນດິນ, ຫີນ ແລະ ຊາຍ ທີ່ຊຸດຄົ້ນໃນຂອບເຂດສຳປະທານໂຄງການໄຟຟ້າ ແລະ ນຳໃຊ້ເຂົ້າໃນໂຄງການດັ່ງກ່າວ ໃຫ້ຄິດໄລ່ລວມເປັນອັດຕາດຽວກັບຄ່າຊັບພະຍາກອນທຳມະຊາດ ເພື່ອຮັບໃຊ້ໂຄງການໄຟຟ້າ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງລັດຖະບັນຍັດສະບັບນີ້, ສ່ວນຄ່າຊັບພະຍາກອນແຮ່ທາດອື່ນ ທີ່ບໍ່ຢູ່ໃນເຂດສຳປະທານ ແຕ່ໄດ້ນຳໃຊ້ເຂົ້າໃນໂຄງການໄຟຟ້ານັ້ນ ໃຫ້ເກັບຕາມອັດຕາທີ່ໄດ້ກຳນົດໄວ້ໃນມາດຕານີ້.

第ມາດຕາ 5条

第5条 天然林产品资源费率
天然林产品资源费按以下费率征收:

序号 林产品种类 销售价值的百分比(%)

1 天然生长的胸径20厘米以下的小规格观赏树木 50
2 沉香木层 40
3 檀香木、紫檀木、红檀木、白檀木 30
4 粗藤条、细藤条 30
5 藤梢、棕榈梢、糖棕梢 80
6 藤蔓、藤条、藤皮、藤茎、藤根 30
7 蜂蜡 20
8 竹笋、竹竿 15
9 豆蔻种子 10
10 松脂、松香、红木树脂、杜木树脂、榕树脂、坎木树脂、橡胶树脂、橡胶油 10
11 各种果实(如:榕果、面包果、糖棕果、光皮果、酸角、干果、葫芦果、盐果、坎果、酸果、裂果、甜果、鸡爪果、藤果、腿果、栗果、波棱果、辣果、三十果、苗果) 10
12 树皮(如:榕树皮、木棉树皮、柿树皮、朴树皮、石树皮、卡树皮、哈树皮、三棱树皮) 10
13 药材(如:块根、薯蓣、野芋、姜黄、姜、三十根、黄连根、人心果根、千孔根、薯根) 10
14 蜂蜜 390
15 竹竿、竹条、柴火、竹篾、篱笆桩 10
16 各种竹笋、各种蘑菇 10
17 桂皮 5
18 各种野菜 4
19 香茅草、茶树叶 4
20 虫胶、紫胶、蝙蝠粪 4
21 人参 30
22 三城姜 50

对于未列入上表的一般性林产品资源,按销售价值的百分之十(10%)征收。

天然林产品资源费在运输和出口时征收。

对于濒危林产品,禁止出口,其详细清单由相关部门定期确定。

ພາສາລາວ (老挝语原文)

ມາດຕາ 5 ອັດຕາຄາຊັບພະຍາກອນທຳມະຊາດເຄືອງປ່າຂອງດົງ
ຄາອັດຕາຄາຊັບພະຍາກອນທຳມະຊາດເຄືອງປ່າຂອງດົງ ໃຫ້ເກັບຕາມອັດຕາ ດັ່ງນີ້:

ລຳດັບ ປະເພດເຄືອງປ່າຂອງດົງ ອັດຕາສ່ວນຮ້ອຍ (%) ຂອງມູນຄ່າຂາຍ

1 ຕົ້ນໄມ້ເກີດຢູ່ທຳມະຊາດໜ້າຕາງຂະໜາດນ້ອຍ 20 ຊັງຕີແມັດລົງມາ ທີ່ນຳໃຊ້ເປັນໄມ້ປະດັບ 50
2 ຊັ້ນສ່ວນໄມ້ເກດສະໜາ 40
3 ຂຶ້ນສ່ວນໄມ້ຈັນຫອມ, ໄມ້ຈັນໃດ, ໄມ້ຈັນແດງ, ໄມ້ຈັນຂາວ 30
4 ເສັ້ນຫວາຍທຸນ, ເສັ້ນຫວາຍນ້ອຍ 30
5 ຍອດຫວາຍ, ຍອດປຸນ, ຍອດຕາວ 80
6 ເຄືອແໝ, ເຄືອຕຽງ, ເຄືອຕິບຕິ, ເຄືອເຂົາຮໍ, ເຄືອສະຄານ 30
7 ຖານດັງໄຟ 20
8 ໄມ້ປ່ອງ, ໄມ້ລວງປຸກ 15
9 ແກ່ນຄຸນ 10
10 ຢາງເກືອມ, ຢາງແປກ, ຢາງໄມ້ແດງ, ຢາງໄມ້ດູ, ຢາງບົງ, ຢາງໄມ້ແຄນ, ນ້ຳມັນຍາງ, ນ້ຳມັນຍານ 10
11 ໜາກຈອງ, ໜາກຈອງບານ, ໜາກຕາວ, ໜາກແສງເປືອ, ໜາກຂາມແພບ, ໜາກແຫຟງ, ໜາກກະເບົາ, ໜາກເກືອ, ໜາກຄອນແຄນ, ໜາກຄໍ້ສົ້ມ, ໜາກແຕກ, ໜາກເກື່ອມ, ໜາກຂາໄກ, ໜາກຫວາຍ, ໜາກຂາ, ໜາກກໍ່, ໜາກໂປງເປັງ, ໜາກແຫຼະ, ໜາກສາມສິບ, ໜາກກ້າ 10
12 ເປືອກບົງ, ເປືອກເມືອກ, ເປືອກສຽດ, ເປືອກປໍສາ, ເປືອກຫີນ, ເປືອກແຄ, ເປືອກຫາດ, ເປືອກສາມຫາງ 10
13 ຢາຫົວ, ຫົວດຸກເດືອ, ຫົວກະປຸກ, ຫົວກອຍ, ຫົວຂາ, ຫົວສາມສິບ, ຮາກອຽນດ້ອນ, ຫົວຫານໃຈ, ຫົວສາມພັນຮູ, ຫົວມັນ 10
14 ດອກເຜິ້ງ 390
15 ໄມ້ຕົ້ວ, ໄມ້ກໍ, ໄມ້ຟືນ, ໄມ້ຄ້າແບບ, ໄມ້ຫຼັກຮົ້ວ 10
16 ຫໍ່າໄມ້ທຸກຊະນິດ, ເຫັດທຸກຊະນິດ 10
17 ນ້ຳກ້ຽງ 5
18 ຜັກປ່າທຸກຊະນິດ 4
19 ດອກແຂມ, ໃບຊາປາ 4
20 ຂີ້ຊີ, ຂີ້ຄັ່ງ, ຂີ້ເຈຍ 4
21 ໂສມຜາ 30
22 ຫົວຂາຮົ່ມສາມເມືອງ 50

ສຳລັບເຄືອງປ່າຂອງດົງທີ່ບໍ່ນອນໃນຕາຕະລາງຂ້າງເທິງ ຊຶ່ງເປັນຊັບພະຍາກອນປະເພດທົ່ວໄປ ໃຫ້ເກັບສິບສ່ວນຮ້ອຍ (10%) ຂອງມູນຄ່າຂາຍ.

ການເກັບອັດຕາຄາຊັບພະຍາກອນທຳມະຊາດ ປະເພດເຄືອງປ່າຂອງດົງ ໃຫ້ເກັບເວລາເຄືອນຍ້າຍ ແລະ ສົ່ງອອກໄປຕ່າງປະເທດ.

ສຳລັບເຄືອງປ່າຂອງດົງທີ່ໃກ້ສູນພັນ ແມ່ນບໍ່ອະນຸຍາດໃຫ້ສົ່ງອອກ ຊຶ່ງບັນຊີລະອຽດນັ້ນ ຂະແໜງການທີ່ກ່ຽວຂ້ອງ ເປັນຜູ້ກຳນົດໃນແຕ່ລະໄລຍະ.

第ມາດຕາ 6条

第6条 自然资源税税率用于电力项目(资源税)

用于电力项目的自然资源税税率征收如下:

平均百分比(%) 按现值计算的售电总收入

1 | 水电和火电(燃煤)项目,出口销售到国外

2 | 水电和火电(燃煤)项目,仅供应国内且装机容量大于5兆瓦

3 | 水电和火电(燃煤)项目,仅供应国内且装机容量小于或等于5兆瓦

4 | 太阳能和风能项目;生物质能项目,供应国内

5 | 太阳能和风能项目;生物质能项目,出口销售到国外

上述表格中规定的自然资源税税率,按售电总收入在扣除各项费用前征收,具体税率应在特许协议中规定,使自然资源税收入的价值等于按项目整个期间平均计算的现值收入,按照规定的税率。

ພາສາລາວ (老挝语原文)

ມາດຕາ 6 ອັດຕາຄາຊັບພະຍາກອນທຳມະຊາດເພື່ອຮັບໃຊ້ໂຄງການໄຟຟ້າ (ຄາພາກຫຼວງ)

ອັດຕາຄາຊັບພະຍາກອນທຳມະຊາດ ເພື່ອຮັບໃຊ້ໂຄງການໄຟຟ້າ ໃຫ້ເກັບ ດັ່ງນີ:

ອັດຕາສວນຮ້ອຍ (%) ສະເລຍ ຂອງລາຍຮັບທັງຫົດ ຈາກການຂາຍໄຟຟ້າ ຕາມມູນຄາປັດຈຸບັນ

1 | ໂຄງການໄຟຟ້າ ພະລັງງານນ້ຳ ແລະ ຄວາມຮ້ອນ (ຖານຫີນ) ທີ່ມີການສົ່ງອອກຂາຍໄປຕ່າງປະເທດ

2 | ໂຄງການໄຟຟ້າ ພະລັງງານນ້ຳ ແລະ ຄວາມຮ້ອນ (ຖານຫີນ) ທີ່ມີການສະໜອງໄຟຟ້າໃຫ້ແກ່ພາຍໃນປະເທດສະເພາະ ແລະ ກຳລັງຕິດຕັ້ງ ຫຼາຍກວ່າ 5 ເມກາວັດ

3 | ໂຄງການໄຟຟ້າ ພະລັງງານນ້ຳ ແລະ ຄວາມຮ້ອນ (ຖານຫີນ) ທີ່ມີການສະໜອງໄຟຟ້າໃຫ້ແກ່ພາຍໃນປະເທດສະເພາະ ແລະ ກຳລັງຕິດຕັ້ງ ໜ້ອຍກວ່າ ຫຼື ເທົ່າກັບ 5 ເມກາວັດ

4 | ໂຄງການໄຟຟ້າແສງຕາເວັນ ແລະ ພະລັງງານລົມ; ພະລັງງານຊີວະມວນ ທີ່ມີການສະໜອງໄຟຟ້າໃຫ້ແກ່ພາຍໃນປະເທດ

5 | ໂຄງການໄຟຟ້າແສງຕາເວັນ ແລະ ພະລັງງານລົມ; ພະລັງງານຊີວະມວນ ທີ່ມີການສົ່ງອອກຂາຍໄປຕ່າງປະເທດ

ການເກັບອັດຕາຄາຊັບພະຍາກອນທຳມະຊາດ ທີ່ໄດ້ກຳນົດໄວ້ໃນຕາຕະລາງເທິງນີ້ ໃຫ້ເກັບຕາມລາຍຮັບທັງຫົດຂອງການຂາຍໄຟຟ້າກ່ອນຫັກຄ່າໃຊ້ຈ່າຍຕ່າງໆ, ສ່ວນອັດຕາການເກັບລະອຽດ ແມ່ນໃຫ້ກຳນົດໄວ້ໃນສັນຍາສຳປະທານ ໂດຍໃຫ້ມູນຄາລາຍຮັບຈາກການເກັບຄາຊັບພະຍາກອນທຳມະຊາດ ເທົ່າກັບ ມູນຄາປັດຈຸບັນຂອງລາຍຮັບທີ່ຄິດໄລແບບສະເລຍ ຕະຫຼອດໄລຍະເວລາໂຄງການ ຕາມອັດຕາທີ່ກຳນົດໄວ້ໃນ

第ມາດຕາ 7条

第7条 每个生产和服务活动的天然水资源费率
每个生产和服务活动的天然水资源费率按以下规定征收:

| 序号 | 使用类型 | 每立方米征收率 |
|------|----------|----------------|
| 1 | 将天然水用于工业生产活动 | 5 |
| 2 | 将天然水用于采矿活动 | 10 |
| 3 | 将天然水用于旅游和体育活动,如度假村、酒店、宾馆、餐厅和各种体育服务活动 | 3 |
| 4 | 将天然水用于自来水生产 | 5 |

ພາສາລາວ (老挝语原文)

ມາດຕາ 7 ອັດຕາຄ່າຊັບພະຍາກອນນ້ຳທຳມະຊາດສຳລັບແຕ່ລະກິດຈະການຜະລິດ ແລະ ການບໍລິການ
ອັດຕາຄ່າຊັບພະຍາກອນນ້ຳທຳມະຊາດ ສຳລັບແຕ່ລະກິດຈະການຜະລິດ ແລະ ການບໍລິການ ໃຫ້ເກັບດັ່ງນີ້:

| ລຳດັບ | ປະເພດນຳໃຊ້ | ອັດຕາການເກັບກີບຕໍ່ແມັດກ້ອນ |
|--------|----------------|--------------------------|
| 1 | ການນຳໃຊ້ນ້ຳທຳມະຊາດ ເຂົ້າໃນກິດຈະການຜະລິດອຸດສາຫະກຳ | 5 |
| 2 | ການນຳໃຊ້ນ້ຳທຳມະຊາດ ເຂົ້າໃນກິດຈະການບໍ່ແຮ່ | 10 |
| 3 | ການນຳໃຊ້ນ້ຳທຳມະຊາດ ໃນກິດຈະການທ່ອງທ່ຽວ ແລະ ກິລາ ເຊັ່ນ ຣີສອດ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ກິດຈະການບໍລິການກິລາຕ່າງໆ | 3 |
| 4 | ການນຳໃຊ້ນ້ຳທຳມະຊາດ ເຂົ້າໃນການຜະລິດນ້ຳປະປາ | 5 |

第ມາດຕາ 8条

第8条 自然资源费的征收
财政部门负责计算和征收自然资源费以及其他收入,包括与自然资源相关的罚款,按照法律和相关法规的规定执行。

ພາສາລາວ (老挝语原文)

ມາດຕາ 8 ການເກັບຄ່າຊັບພະຍາກອນທຳມະຊາດ
ຂະແໜງການການເງິນ ເປັນຜູ້ຮັບຜິດຊອບໃນການຄິດໄລ່ ແລະ ເກັບຄ່າຊັບພະຍາກອນທຳມະຊາດ ແລະ ລາຍຮັບອື່ນ ລວມທັງຄ່າປັບໃໝ ທີ່ພົວພັນກັບຊັບພະຍາກອນທຳມະຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

第ມາດຕາ 9条

第9条 自然资源收入的移交
本法令规定的自然资源收入,可以按照合同或实际交易以基普或外币形式移交国家预算,并按国家商业银行各时期公布的汇率计算。对于第5条a款和第6条规定的矿产资源,在开采出口的情况下,应按照政府协议以外币形式移交国家预算。

ພາສາລາວ (老挝语原文)

ມາດຕາ 9 ການມອບລາຍຮັບຈາກຊັບພະຍາກອນທຳມະຊາດ
ລາຍຮັບຈາກຊັບພະຍາກອນທຳມະຊາດ ທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດສະບັບນີ້ ສາມາດມອບເຂົ້າົບປະມານແຫງລັດ ເປັນ ເງິນກີບ ຫຼື ເງິນຕາຕາງປະເທດ ຕາມສັນຍາ ຫຼື ການຊື້ຂາຍຕົວຈິງ ໂດຍໃຫ້ຄິດໄລຕາມອັດຕາແລກປ່ຽນເງິນຕາຂອງທະນາຄານທຸລະກິດຂອງລັດວາງອອກໃນແຕລະໄລຍະ.
ສຳລັບຊັບພະຍາກອນແຮທາດທີ່ກຳນົດໄວ້ໃນ ມາດຕາ 5 ຂໍ້ ກ ແລະ ມາດຕາ 6 ໃນກໍລະນີມີການຊຸດຄົ້ນເພືອສົ່ງອອກ ໃຫ້ມອບເຂົ້າງົບປະມານແຫງລັດ ເປັນສະກຸນເງິນຕາຕາງປະເທດ ຕາມການຕົກລົງເຫັນດີຂອງລັດຖະບານ.

第ມາດຕາ 10条

第10条 自然资源费的计算方法
自然资源费的计算,按照两种方法进行:
1. 以实际销售价格乘以该种自然资源销售时的百分比税率计算。
对于矿产,以出具自然资源费缴纳凭证当日的国际、区域或国内市场价格乘以数量、该种矿产的百分比税率以及矿产的实际质量计算,不得扣除任何费用;
2. 按照开采出来用于销售或使用的自然资源数量乘以本法令规定的货币价值税率计算。
财政部门负责根据相关部门的资质和数量确认来计算和征收自然资源费。

ພາສາລາວ (老挝语原文)

ມາດຕາ 10 ວິທີການຄິດໄລ່ຄ່າຊັບພະຍາກອນທຳມະຊາດ
ການຄິດໄລ່ຄ່າຊັບພະຍາກອນທຳມະຊາດ ໃຫ້ປະຕິບັດຕາມ ສອງວິທີ ຄື:
1. ຄິດໄລ່ດ້ວຍການເອົາມູນຄ່າລາຄາຂາຍຕົວຈິງ ຄູນໃສ່ອັດຕາສ່ວນຮ້ອຍ ຂອງຊະນິດຊັບພະຍາກອນທຳມະຊາດທີ່ຂາຍອອກ.
ສຳລັບແຮ່ທາດ ໃຫ້ຄິດໄລ່ດ້ວຍການເອົາ ລາຄາຕະຫຼາດສາກົນ, ພາກພື້ນ ຫຼື ພາຍໃນປະເທດ ໃນວັນທີ່ອອກເອກະສານແຈ້ງມອບພັນທະຄ່າຊັບພະຍາກອນທຳມະຊາດ ຄູນໃສ່ບໍລິມາດ, ອັດຕາສ່ວນຮ້ອຍຂອງຊະນິດແຮ່ທາດ ແລະ ຄຸນນະພາບຂອງແຮ່ທາດຕົວຈິງ ໂດຍບໍ່ມີການຫັກລົບຄ່າໃຊ້ຈ່າຍຕ່າງໆອອກ;
2. ຄິດໄລ່ຕາມປະລິມານຊັບພະຍາກອນທຳມະຊາດ ທີ່ຊຸດຄົ້ນມາໄດ້ ເພື່ອຂາຍ ຫຼື ນຳໃຊ້ ຄູນກັບ ອັດຕາມູນຄ່າເປັນເງິນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດສະບັບນີ້.
ຂະແໜງການເງິນ ເປັນຜູ້ຄິດໄລ່ ແລະ ຈັດເກັບ ຄ່າຊັບພະຍາກອນທຳມະຊາດ ຕາມການຢັ້ງຢືນຄຸນນະພາບ ແລະ ປະລິມານ ຈາກຂະແໜງການທີ່ກ່ຽວຂ້ອງ.

第ມາດຕາ 11条

第11条 组织实施
老挝人民民主共和国政府负责组织实施本法。

ພາສາລາວ (老挝语原文)

ມາດຕາ 11 ການຈັດຕັ້ງປະຕິບັດ
ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດລັດຖະບັນຍັດສະບັບນີ້.

第ມາດຕາ 12条

第12条 效力

本法令自2024年1月1日起生效,自国家主席签署并刊登在官方公报后生效。

本法令取代2015年12月15日第001/ປປທ号关于自然资源费率的国家主席令。

在本法令之前,根据法律或与国家签订的合同所获得的自然资源经营者的利益,应按照已签订的合同执行。

如果上述自然资源经营者有意愿接受本法令的政策,有权向相关部门提出申请,相关部门将通知自然资源经营者按照法律和法规执行。

ພາສາລາວ (老挝语原文)

ມາດຕາ 12 ຜົນສັກສິດ

ລັດຖະບັນຍັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 1 ມັງກອນ 2024 ພາຍຫຼັງ ປະທານປະເທດ ລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການເປັນຕົ້ນໄປ.

ລັດຖະບັນຍັດສະບັບນີ້ ປ່ຽນແທນ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍອັດຕາຄ່າຊັບພະຍາກອນທຳມະຊາດ ສະບັບເລກທີ 001/ປປທ, ລົງວັນທີ 15 ທັນວາ 2015.

ຜົນປະໂຫຍດຂອງຜູ້ດຳເນີນທຸລະກິດ ກ່ຽວກັບ ຊັບພະຍາກອນທຳມະຊາດ ທີ່ໄດ້ຮັບພາຍໃຕ້ກົດໝາຍ ຫຼື ສັນຍາທີ່ໄດ້ເຊັນກັບລັດ ກ່ອນລັດຖະບັນຍັດສະບັບນີ້ ໃຫ້ປະຕິບັດຕາມສັນຍາທີ່ໄດ້ເຊັນນັ້ນ.
ໃນກໍລະນີ ທີ່ຜູ້ດຳເນີນທຸລະກິດກ່ຽວກັບຊັບພະຍາກອນທຳມະຊາດດັ່ງກ່າວ ຫາກມີຈຸດປະສົງຕ້ອງການຮັບນະໂຍບາຍຕາມລັດຖະບັນຍັດສະບັບນີ້ ກໍມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງ ແລ້ວຂະແໜງການດັ່ງກ່າວ ກໍຈະແຈ້ງໃຫ້ຜູ້ດຳເນີນທຸລະກິດ ກ່ຽວກັບຊັບພະຍາກອນທຳມະຊາດ ປະຕິບັດຕາມກົດໝາຍ ແລະ ລະບຽບການ.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译