ດຳລັດວ່າດ້ວຍ ທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ

法令关于矿业社区发展基金

Decree on Mining Community Development Fund

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການປະກອບສ່ວນຂອງຜູ້ປະກອບການຂຸດຄົ້ນບໍ່ແຮ່ ເຂົ້າໃນກອງທຶນພັດທະນາຊຸມຊົນທ້ອງຖິ່ນ ໂດຍກຳນົດໃຫ້ກອງທຶນດັ່ງກ່າວໃຊ້ສຳລັບການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງກຳນົດຫຼັກການການຄຸ້ມຄອງ, ແຫຼ່ງທຶນ ແລະ ຮູບແບບກອງທຶນທັງໃນລະດັບແຂວງ ແລະ ເມືອງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ທຶນພັດທະນາຊຸມຊົນໃນທຸລະກິດກ່ຽວກັບແຮ່ທາດ
ທຶນພັດທະນາຊຸມຊົນໃນທຸລະກິດກ່ຽວກັບແຮ່ທາດ ແມ່ນທຶນທີ່ຜູ້ດຳເນີນທຸລະກິດກ່ຽວກັບແຮ່ທາດປະກອບສ່ວນໃຫ້ອົງການປົກຄອງທ້ອງຖິ່ນ ບ່ອນໂຄງການຕັ້ງຢູ່ ເພື່ອນຳໃຊ້ເຂົ້າໃນກິດຈະກຳພັດທະນາໂຄງລ່າງພື້ນຖານ ແລະ ຄຸນນະພາບຊີວິດຂອງປະຊາຊົນ.

ມາດຕາ ມາດຕາ 2

ມາດຕາ 2 ຫຼັກການໃນການຄຸ້ມຄອງ ແລະ ນຳໃຊ້
ການຄຸ້ມຄອງ ແລະ ນຳໃຊ້ ທຶນພັດທະນາຊຸມຊົນໃນທຸລະກິດກ່ຽວກັບແຮ່ທາດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
2. ຖືກຕ້ອງ, ສອດຄ່ອງຕາມເປົ້າໝາຍ ແລະ ແຜນການນຳໃຊ້;
3. ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ, ເປີດເຜີຍ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ມາດຕາ ມາດຕາ 3

ມາດຕາ 3 ແຫຼ່ງທຶນ
ທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ ແມ່ນທຶນທີ່ໄດ້ມາຈາກການປະກອບສ່ວນຂອງ
ບັນດາບໍລິສັດທີ່ດຳເນີນທຸລະກິດກ່ຽວກັບແຮ່ທາດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 31 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ