法令关于矿业社区发展基金

ດຳລັດວ່າດ້ວຍ ທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ

Decree on Mining Community Development Fund

简介

该法规调整矿业经营者向地方政府提供社区发展基金的行为,规定基金用于基础设施建设和民生改善,并明确其管理原则、资金来源及省县两级基金形式。

Summary

This regulation governs the provision of community development funds by mining operators to local governments, specifying that the funds are used for infrastructure construction and livelihood improvement, and clarifying management principles, funding sources, and provincial and district fund forms.

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການປະກອບສ່ວນຂອງຜູ້ປະກອບການຂຸດຄົ້ນບໍ່ແຮ່ ເຂົ້າໃນກອງທຶນພັດທະນາຊຸມຊົນທ້ອງຖິ່ນ ໂດຍກຳນົດໃຫ້ກອງທຶນດັ່ງກ່າວໃຊ້ສຳລັບການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງກຳນົດຫຼັກການການຄຸ້ມຄອງ, ແຫຼ່ງທຶນ ແລະ ຮູບແບບກອງທຶນທັງໃນລະດັບແຂວງ ແລະ ເມືອງ.

条文

第ມາດຕາ 1条

第2条 矿业社区发展基金
矿业社区发展基金是指矿业经营者向项目所在地的地方政府提供的资金,用于基础设施建设和人民生活质量的改善活动。

ພາສາລາວ (老挝语原文)

ມາດຕາ 2 ທຶນພັດທະນາຊຸມຊົນໃນທຸລະກິດກ່ຽວກັບແຮ່ທາດ
ທຶນພັດທະນາຊຸມຊົນໃນທຸລະກິດກ່ຽວກັບແຮ່ທາດ ແມ່ນທຶນທີ່ຜູ້ດຳເນີນທຸລະກິດກ່ຽວກັບແຮ່ທາດປະກອບສ່ວນໃຫ້ອົງການປົກຄອງທ້ອງຖິ່ນ ບ່ອນໂຄງການຕັ້ງຢູ່ ເພື່ອນຳໃຊ້ເຂົ້າໃນກິດຈະກຳພັດທະນາໂຄງລ່າງພື້ນຖານ ແລະ ຄຸນນະພາບຊີວິດຂອງປະຊາຊົນ.

第ມາດຕາ 2条

第2条 管理和使用的原则
在矿产企业中社区发展基金的管理和使用应遵循以下原则:
1. 符合法律法规和规章;
2. 正确、符合目标和用途计划;
3. 灵活、快捷、公正、公开、透明并可检查。

ພາສາລາວ (老挝语原文)

ມາດຕາ 2 ຫຼັກການໃນການຄຸ້ມຄອງ ແລະ ນຳໃຊ້
ການຄຸ້ມຄອງ ແລະ ນຳໃຊ້ ທຶນພັດທະນາຊຸມຊົນໃນທຸລະກິດກ່ຽວກັບແຮ່ທາດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
2. ຖືກຕ້ອງ, ສອດຄ່ອງຕາມເປົ້າໝາຍ ແລະ ແຜນການນຳໃຊ້;
3. ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ, ເປີດເຜີຍ, ໂປ່ງໃສ ແລະ ສາມາດກວດສອບໄດ້.

第ມາດຕາ 3条

第3条 资金来源
矿业业务中的社区发展资金是指来自从事矿业业务的各公司出资的资金。

ພາສາລາວ (老挝语原文)

ມາດຕາ 3 ແຫຼ່ງທຶນ
ທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ ແມ່ນທຶນທີ່ໄດ້ມາຈາກການປະກອບສ່ວນຂອງ
ບັນດາບໍລິສັດທີ່ດຳເນີນທຸລະກິດກ່ຽວກັບແຮ່ທາດ.

第ມາດຕາ 4条

第4条 省级社区发展基金
省级社区发展基金,缩写为“ທພຊຂ”,是指用于发展项目所在省、首都的资金。

ພາສາລາວ (老挝语原文)

ມາດຕາ 4 ທຶນພັດທະນາຊຸມຊົນຂັ້ນແຂວງ
ທຶນພັດທະນາຊຸມຊົນຂັ້ນແຂວງ ຂຽນຫຍໍ້ວ່າ “ທພຊຂ” ແມ່ນທຶນທີ່ນຳໃຊ້ເຂົ້າໃນການພັດທະນາແຂວງ, ນະຄອນຫຼວງ ທີ່ໂຄງການຕັ້ງຢູ່.

第ມາດຕາ 5条

第5条 县级社区发展基金
县级社区发展基金,缩写为“县社发基金”,是指用于项目所在县、镇、市发展的基金。

ພາສາລາວ (老挝语原文)

ມາດຕາ 5 ທຶນພັດທະນາຊຸມຊົນຂັ້ນເມືອງ
ທຶນພັດທະນາຊຸມຊົນຂັ້ນເມືອງ ຂຽນຫຍໍ້ວ່າ “ທພຊມ” ແມ່ນທຶນທີ່ນຳໃຊ້ເຂົ້າໃນການພັດທະນາເມືອງ, ເທດສະບານ, ນະຄອນ ທີ່ໂຄງການຕັ້ງຢູ່.

第ມາດຕາ 6条

第6条 资金形式

各类社区发展基金有两种形式:

单一形式的社区发展基金是指矿业经营者每年自行出资十五万(150,000)美元以上作为社区发展基金,并且有意愿自行实施项目和社区发展活动。

综合形式的社区发展基金是指某一矿业经营者每年出资低于十五万(150,000)美元,或者矿业经营者每年出资十五万(150,000)美元以上但无意愿自行实施项目和社区发展活动。

ພາສາລາວ (老挝语原文)

ມາດຕາ 6 ຮູບແບບທຶນ

ທຶນພັດທະນາຊຸມຊົນແຕ່ລະປະເພດ ມີສອງຮູບແບບຄື:

ທຶນພັດທະນາຊຸມຊົນຮູບແບບດຽວ ແມ່ນທຶນທີ່ຜູ້ດຳເນີນທຸລະກິດກ່ຽວກັບແຮ່ທາດ ປະກອບສ່ວນທຶນພັດທະນາຊຸມຊົນເປັນຈຳນວນເງິນ ໜຶ່ງແສນຫ້າສິບພັນ (150.000) ໂດລາສະຫະລັດ ຂຶ້ນໄປ ຕໍ່ປີ ຊຶ່ງຜູ້ດຳເນີນທຸລະກິດກ່ຽວກັບແຮ່ທາດ ມີເຈດຈຳນົງເປັນຜູ້ດຳເນີນໂຄງການ ແລະ ກິດຈະກຳພັດທະນາຊຸມຊົນ ດ້ວຍຕົນເອງ.

ທຶນພັດທະນາຊຸມຊົນຮູບແບບລວມ ແມ່ນທຶນພັດທະນາຊຸມຊົນ ທີ່ຜູ້ດຳເນີນທຸລະກິດກ່ຽວກັບແຮ່ທາດ ໃດໜຶ່ງ ປະກອບສ່ວນທຶນພັດທະນາຊຸມຊົນເປັນຈຳນວນເງິນ ຕ່ຳກວ່າ ໜຶ່ງແສນຫ້າສິບພັນ (150.000) ໂດລາສະຫະລັດ ຕໍ່ປີ ຫຼື ຜູ້ດຳເນີນທຸລະກິດກ່ຽວກັບແຮ່ທາດ ປະກອບສ່ວນທຶນພັດທະນາຊຸມຊົນເປັນຈຳນວນເງິນ ໜຶ່ງແສນຫ້າສິບພັນ (150.000) ໂດລາສະຫະລັດ ຂຶ້ນໄປ ຕໍ່ປີ ແຕ່ບໍ່ມີເຈດຈຳນົງເປັນຜູ້ດຳເນີນໂຄງການ ແລະ ກິດຈະກຳພັດທະນາຊຸມຊົນ ດ້ວຍຕົນເອງ.

第ມາດຕາ 7条

第7条 社区发展基金的用途

社区发展基金用于以下目的:

1. 建设和维护社区基础设施,如学校、医院、道路、桥梁、电力系统、通信系统、供水系统、灌溉系统、排水系统、卫生服务、垃圾场;
2. 支持生产活动;
3. 支持教育和培训;
4. 经验交流和学习考察;
5. 社区发展基金的管理行政工作,不超过社区发展基金的百分之十。

ພາສາລາວ (老挝语原文)

ມາດຕາ 7 ເປົ້າໝາຍການນຳໃຊ້ທຶນພັດທະນາຊຸມຊົນ

ທຶນພັດທະນາຊຸມຊົນ ນຳໃຊ້ເຂົ້າໃນເປົ້າໝາຍ ດັ່ງນີ້:

1. ການສ້າງ ແລະ ບຳລຸງຮັກສາບັນດາໂຄງລ່າງພື້ນຖານຂອງຊຸມຊົນ ເປັນຕົ້ນ ໂຮງຮຽນ, ໂຮງໝໍ, ເສັ້ນທາງ, ຂົວ, ລະບົບໄຟຟ້າ, ລະບົບສື່ສານ, ລະບົບນໍ້າປະປາ, ລະບົບຊົນລະປະທານ, ລະບົບລະບາຍນໍ້າເປື້ອນ, ການບໍລິການສຸຂາພິບານ, ສະຖານທີ່ຖິ້ມຂີ້ເຫຍື້ອ;
2. ການສະໜັບສະໜູນການທຳການຜະລິດ;
3. ການສະໜັບສະໜູນການສຶກສາ ແລະ ການຝຶກອົບຮົມ;
4. ການໄປຖອດຖອນບົດຮຽນ ແລະ ທັດສະນະສຶກສາ;
5. ວຽກຄຸ້ມຄອງບໍລິຫານ ທຶນພັດທະນາຊຸມຊົນ ບໍ່ເກີນ ສິບສ່ວນຮ້ອຍ ຂອງທຶນພັດທະນາຊຸມຊົນ.

第ມາດຕາ 8条

第8条 社区发展基金使用计划的制定

社区发展基金使用计划的制定分为两级,按照社区发展基金的级别划分,即省级社区发展基金使用计划的制定和县级社区发展基金使用计划的制定。

省级社区发展基金管理委员会制定社区发展基金使用计划,须征求县级行政机关和目标群体的意见,然后提交省长、万象市长审议批准。

县级社区发展基金管理委员会制定社区发展基金使用计划,须征求村级行政机关和目标群体的意见,然后提交县长、镇长、市长审议批准。

ພາສາລາວ (老挝语原文)

ມາດຕາ 8 ການຂຶ້ນແຜນການນຳໃຊ້ທຶນພັດທະນາຊຸມຊົນ

ການຂຶ້ນແຜນການນຳໃຊ້ທຶນພັດທະນາຊຸມຊົນ ຖືກແບ່ງອອກເປັນ ສອງ ຂັ້ນ ໂດຍແຍກຕາມຂັ້ນຂອງທຶນພັດທະນາຊຸມຊົນ ຄື ການຂຶ້ນແຜນການນຳໃຊ້ທຶນພັດທະນາຊຸມຊົນຂັ້ນແຂວງ ແລະ ການຂຶ້ນແຜນການນຳໃຊ້ທຶນພັດທະນາຊຸມຊົນຂັ້ນເມືອງ.

ຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊຸມຊົນຂັ້ນແຂວງ ຂຶ້ນແຜນການນຳໃຊ້ທຶນພັດທະນາຊຸມຊົນ ໂດຍມີການທາບທາມຄຳເຫັນຈາກອົງການປົກຄອງຂັ້ນເມືອງ ແລະ ປະຊາຊົນ ທີ່ເປັນກຸ່ມເປົ້າໝາຍ ກ່ອນສະເໜີຕໍ່ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພິຈາລະນາຮັບຮອງ.

ຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊຸມຊົນຂັ້ນເມືອງ ຂຶ້ນແຜນການນຳໃຊ້ທຶນພັດທະນາຊຸມຊົນ ໂດຍມີການທາບທາມຄຳເຫັນຈາກອົງການປົກຄອງຂັ້ນບ້ານ ແລະ ປະຊາຊົນ ທີ່ເປັນກຸ່ມເປົ້າໝາຍ ກ່ອນສະເໜີຕໍ່ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ພິຈາລະນາຮັບຮອງ.

第ມາດຕາ 9条

第9条 取款
从存款账户中取款必须按照社区发展基金管理委员会批准的计划、方案、项目以及财政部的规定执行。每次取款必须有社区发展基金管理委员会授权人的两个签名。

ພາສາລາວ (老挝语原文)

ມາດຕາ 9 ການຖອນເງິນ
ການຖອນເງິນຈາກບັນຊີເງິນຝາກ ຕ້ອງປະຕິບັດຕາມ ແຜນການ, ແຜນງານ, ໂຄງການທີ່ຖືກຮັບຮອງ ໂດຍຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊຸມຊົນ ແລະ ລະບຽບການ ຂອງກະຊວງການເງິນ. ການຖອນເງິນແຕ່ລະຄັ້ງ ຕ້ອງມີສອງລາຍເຊັນຂອງຜູ້ທີ່ໄດ້ຮັບມອບສິດ ຈາກຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊຸມຊົນ.

第ມາດຕາ 10条

第10条 基金的地点
矿业中的社区发展基金在每个级别的地点如下:
1. 省级社区发展基金设在省级能源和矿产厅;
2. 县级社区发展基金设在县级能源和矿产办公室。
矿业中的社区发展基金每个级别都有自己的管理委员会和秘书处。

ພາສາລາວ (老挝语原文)

ມາດຕາ 10 ທີ່ຕັ້ງຂອງທຶນ
ທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ ໃນແຕ່ລະຂັ້ນມີທີ່ຕັ້ງ ດັ່ງນີ້:
1. ທຶນພັດທະນາຊຸມຊົນຂັ້ນແຂວງ ຕັ້ງຢູ່ພະແນກພະລັງງານ ແລະ ບໍ່ແຮ່ ຂັ້ນແຂວງ;
2. ທຶນພັດທະນາຊຸມຊົນຂັ້ນເມືອງ ຕັ້ງຢູ່ຫ້ອງການພະລັງງານ ແລະ ບໍ່ແຮ່ ຂັ້ນເມືອງ.
ທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ ແຕ່ລະຂັ້ນມີຄະນະກຳມະການຄຸ້ມຄອງບໍລິຫານ ແລະ ກອງເລຂາຂອງຕົນ.

第ມາດຕາ 11条

第11条 省级社区发展基金管理委员会

省级社区发展基金管理委员会是省级社区发展基金的最高组织。

省级社区发展基金管理委员会是一个非常设机构,由主席、副主席和若干来自相关部门的委员组成,由省长、首都市长根据省级能源和矿产厅厅长的提名任命。

省级社区发展基金管理委员会的任期为五年。

ພາສາລາວ (老挝语原文)

ມາດຕາ 11 ຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊຸມຊົນຂັ້ນແຂວງ

ຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊຸມຊົນຂັ້ນແຂວງ ແມ່ນການຈັດຕັ້ງສູງສຸດຂອງທຶນພັດທະນາຊຸມຊົນຂັ້ນແຂວງ.

ຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊຸມຊົນຂັ້ນແຂວງ ເປັນການຈັດຕັ້ງໜຶ່ງທີ່ບໍ່ປະຈຳການ ຊຶ່ງປະກອບດ້ວຍ ປະທານ, ຮອງປະທານ ແລະ ກຳມະການຈຳນວນໜຶ່ງ ທີ່ມາຈາກຂະແໜງການທີ່ກ່ຽວຂ້ອງ, ຖືກແຕ່ງຕັ້ງໂດຍເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຕາມການສະເໜີຂອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ຂັ້ນແຂວງ.

ຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊຸມຊົນຂັ້ນແຂວງ ມີອາຍຸການ ຫ້າ ປີ.

第ມາດຕາ 12条

第12条 省级农村发展基金管理委员会的人员构成
省级农村发展基金管理委员会由以下人员组成:
1. 副省长、万象市市长担任主席;
2. 省级能源和矿产厅厅长担任副主席兼秘书长;
3. 省级计划投资厅厅长担任委员;
4. 省级财政厅厅长担任委员;
5. 省级自然资源和环境厅厅长担任委员;
6. 项目所在县的县长担任委员;
7. 参与的相关矿业公司的代表担任委员。
省长、万象市市长可根据具体情况增补省级农村发展基金管理委员会的委员。

ພາສາລາວ (老挝语原文)

ມາດຕາ 12 ໂຄງປະກອບບຸກຄະລາກອນຂອງຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊົນນະບົດຂັ້ນແຂວງ
ຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊົນນະບົດຂັ້ນແຂວງ ປະກອບດ້ວຍ:
1. ຮອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ເປັນປະທານ;
2. ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ຂັ້ນແຂວງ ເປັນຮອງປະທານ ທັງເປັນຫົວໜ້າກອງເລຂາ;
3. ຫົວໜ້າພະແນກແຜນການ ແລະ ການລົງທຶນ ຂັ້ນແຂວງ ເປັນກຳມະການ;
4. ຫົວໜ້າພະແນກການເງິນ ຂັ້ນແຂວງ ເປັນກຳມະການ;
5. ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນກຳມະການ;
6. ເຈົ້າເມືອງຂອງເມືອງທີ່ໂຄງການຕັ້ງຢູ່ ເປັນກຳມະການ;
7. ຜູ້ຕາງໜ້າ ບໍລິສັດ ດຳເນີນທຸລະກິດກ່ຽວກັບແຮ່ທາດທີ່ປະກອບສ່ວນ ເປັນກຳມະການ.
ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ອາດຈະແຕ່ງຕັ້ງຄະນະກຳມະການຄຸ້ມຄອງບໍລິຫານທຶນພັດທະນາຊົນນະບົດຂັ້ນແຂວງ ເພີ່ມຕື່ມ ຕາມແຕ່ລະກໍລະນີ.

本页展示前 12 条,全文共 31 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译