协议关于初级动物产品加工厂管理

ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ

Agreement on Management of Primary Animal Product Processing Plants

简介

该法规调整老挝境内国有和私营初级动物产品加工厂的管理,核心内容为工厂分类、设立条件、申请文件及审批流程。

Summary

This regulation governs the management of state-owned and private primary animal product processing plants in Laos, with core content including plant classification, establishment conditions, application documents, and approval procedures.

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການຈັດການໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ທັງຂອງລັດ ແລະ ເອກະຊົນ ໃນ ສປປ ລາວ ໂດຍເນັ້ນໃສ່ການຈັດປະເພດໂຮງງານ, ເງື່ອນໄຂການສ້າງຕັ້ງ, ເອກະສານຄຳຮ້ອງຂໍ ແລະ ຂັ້ນຕອນການອະນຸມັດ.

条文

第ມາດຕາ 1条

第2条 初级动物产品加工厂的管理
初级动物产品加工厂的管理是指对国有和私营的初级动物产品加工的组织进行控制的过程,以确保质量和标准。该管理包括工厂建设、设备安装、人员、运营、包装、储存和销售工厂产品。

ພາສາລາວ (老挝语原文)

ມາດຕາ 2 ການຄຸ້ມຄອງໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ
ການຄຸ້ມຄອງໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ແມ່ນຂະບວນການຄວບຄຸມ ກ່ຽວກັບ ການຈັດຕັ້ງ ການປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນຂອງພາກລັດ ແລະ ເອກະຊົນ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ. ການຄຸ້ມຄອງດັ່ງກ່າວລວມທັງການ ກໍ່ສ້າງໂຮງງານ, ປະກອບເຄື່ອງມື, ບຸກຄະລາກອນ, ດຳເນີນງານ, ບັນຈຸ, ຫຸ້ມຫໍ່, ເກັບຮັກສາ ແລະ ຈຳໜ່າຍຜະລິດຕະພັນຂອງໂຮງງານ.

第ມາດຕາ 2条

第4条

ພາສາລາວ (老挝语原文)

ມາດຕາ 4

第ມາດຕາ 3条

第5条
术语解释
本协议中使用的术语定义如下:
初级动物产品:指未经加工、尚未制成成品食品的生动物产品;
初级动物产品转化:指将生动物产品转化为原料的过程,以便进一步加工成人类食品,包括对肉、内脏、蛋和生乳进行切割、分类、包装、冷藏、冷冻和真空保存;
原料:指为消费而饲养的动物的尸体和部分,包括用于加工初级动物产品的调味料、色素、香料或其他物质;
生产:指与生产相关的流程和操作步骤,包括切割、粉碎、混合、加工、灌装、包装、贴标,以及使用说明、清洁、储存和质量检查;
生产批次:指经过完整生产流程的一定数量的产品,该批次的关键因素具有相同特性;
良好生产规范:指质量控制体系的一部分,生产者必须严格采用和执行;
批次代码:指代表并确认该批次的数字或字母,用于追溯和检查。

ພາສາລາວ (老挝语原文)

ມາດຕາ 5
ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
ຜະລິດຕະພັນສັດຂັ້ນຕົ້ນ ໝາຍເຖິງ ຜະລິດຕະພັນສັດທີ່ຍັງດິບ ແລະ ບໍ່ທັນໄດ້ຜ່ານການປຸງແຕ່ງ ເປັນອາຫານສຳເລັດຮູບ;
ການແປຮູບຜະລິດຕະພັນສັດຂັ້ນຕົ້ນ ໝາຍເຖິງ ຂະບວນການປ່ຽນຮູບຜະລິດຕະພັນສັດ ທີ່ຍັງດິບ ໃຫ້ກາຍເປັນວັດຖຸດິບ ເພື່ອນຳໄປປຸງແຕ່ງ ເປັນອາຫານຂອງຄົນ ເປັນຕົ້ນ ການຕັດແຕ່ງ, ຈັດປະເພດ, ຫຸ້ມຫໍ່ ຊີ້ນ, ເຄື່ອງໃນ, ໄຂ່ ແລະ ນ້ຳນົມດິບ ດ້ວຍການແຊ່ເຢັນ, ແຊ່ແຂງ ແລະ ການເກັບຮັກສາ ໄວ້ໃນສະພາບສູນຍາກາດ;
ວັດຖຸດິບ ໝາຍເຖິງ ຊາກ ແລະ ຊິ້ນສ່ວນຂອງສັດ ທີ່ລ້ຽງໄວ້ເພື່ອບໍລິໂພກ ລວມທັງ ສານປຸງແຕ່ງ ລົດ, ສີ, ກິ່ນ ຫຼື ສານອື່ນ ທີ່ໃຊ້ເຂົ້າໃນການປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ;
ການຜະລິດ ໝາຍເຖິງ ຂະບວນການ, ຂັ້ນຕອນການປະຕິບັດທີ່ກ່ຽວຂ້ອງກັບການຜະລິດ ເປັນຕົ້ນ: ການຕັດ, ບົດ, ປະສົມ, ປຸງແຕ່ງ, ບັນຈຸ, ຫຸ້ມຫໍ່, ຕິດສະຫຼາກ ລວມທັງການແນະນຳການນຳໃຊ້, ທຳຄວາມສະອາດ, ເກັບຮັກສາ ແລະ ການກວດກາຄຸນນະພາບ;
ຊຸດຜະລິດ ໝາຍເຖິງ ຈຳນວນຂອງຜະລິດຕະພັນໃດໜຶ່ງ ທີ່ໄດ້ຜ່ານຂະບວນການຜະລິດຄົບວົງຈອນ ຊຶ່ງປັດໄຈສຳຄັນຂອງຊຸດຜະລິດນັ້ນ ແມ່ນມີຄຸນລັກສະນະດຽວກັນ;
ການປະຕິບັດງານການຜະລິດທີ່ດີ ໝາຍເຖິງ ພາກສ່ວນໜຶ່ງຂອງລະບົບຄວບຄຸມຄຸນນະພາບ ຊຶ່ງຜູ້ດຳເນີນການຜະລິດ ຕ້ອງໄດ້ນຳໃຊ້ ແລະ ປະຕິບັດຢ່າງເຂັ້ມງວດ;
ລະຫັດຂອງຊຸດຜະລິດ ໝາຍເຖິງ ຕົວເລກ ຫຼື ຕົວອັກສອນ ຊຶ່ງເປັນຕົວແທນຢັ້ງຢືນຊຸດຜະລິດນັ້ນໆ ເພື່ອຕິດຕາມ ແລະ ກວດກາ.

第ມາດຕາ 4条

第6条 工厂类型
初级动物产品加工厂分为以下两类:
第1类:用于出口的初级动物产品加工厂,由畜牧与渔业局管理;
第2类:用于国内消费的初级动物产品加工厂,由省级农林厅管理。

ພາສາລາວ (老挝语原文)

ມາດຕາ 6 ປະເພດຂອງໂຮງງານ
ໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ແບ່ງອອກເປັນ ສອງ ປະເພດ ດັ່ງນີ້:
ປະເພດ 1: ໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ສຳລັບສົ່ງອອກ ຊຶ່ງແມ່ນ ກົມລ້ຽງສັດ ແລະ ການປະມົງ ຄຸ້ມຄອງ;
ປະເພດ 2: ໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ສຳລັບບໍລິໂພກພາຍໃນ ຊຶ່ງແມ່ນ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຄຸ້ມຄອງ.

第ມາດຕາ 5条

第5条
申请设立工厂
个人、法人或组织有意设立工厂的,必须向农林部或省级行政机关提交申请,以便按照规定审议。

申请设立工厂的条件
申请设立工厂的人必须具备以下条件:
1. 必须是老挝籍公民或达到法定年龄的外国人,是能够按照老挝人民民主共和国法律合法从事职业的人;
2. 必须有一名主要技术人员,为老挝籍或外国籍的加工人员,持有相关加工领域认可的毕业证书和职业资格证书;
3. 不得处于被起诉、放弃职责或因加工职业错误而受到纪律处分期间。

申请设立工厂的文件
申请设立工厂的文件包括:
1. 按照畜牧渔业司规定的格式填写的申请表;
2. 身份证或户口簿复印件和/或护照复印件(如果是外国人);
3. 企业登记证或投资许可证复印件;
4. 经济技术分析报告和可行性研究报告;
5. 土地所有权证或租赁合同;
6. 在老挝人民民主共和国的职业许可证(如果是外国人);
7. 自然资源和环境部门的环境证明;
8. 工厂的位置图和内部平面图;
9. 税务登记证明;
10. 畜牧渔业司规定的其他必要文件。

颁发设立工厂批准前的检查
颁发设立工厂批准前的检查应按以下步骤进行:
1. 第1类初级动物产品加工厂的检查由畜牧渔业司负责;对于第2类初级动物产品加工厂,由省级农林厅牵头成立专项检查委员会,成员包括:省级畜牧渔业处、县级畜牧渔业办公室、自然资源和环境部门、公共工程和运输部门以及其他相关方(视情况而定),以及工厂所在地的村委会;
2. 进行文件检查;
3. 会同当地相关部门或机构进行实地检查;
4. 制作记录并以书面形式向畜牧渔业司或省级农林厅报告检查结果,期限为三个工作日;
5. 收到委员会报告后,畜牧渔业司向农林部报告,省级农林厅向省级行政机关报告,以供审议。

ພາສາລາວ (老挝语原文)

ມາດຕາ 5
ການຂໍອະນຸມັດສ້າງຕັ້ງໂຮງງານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຈະສ້າງຕັ້ງໂຮງງານ ຕ້ອງຍື່ນຄຳຮ້ອງ ຕໍ່ ກະຊວງກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງຂັ້ນແຂວງ ເພື່ອພິຈາລະນາຕາມລະບຽບການ.

ເງື່ອນໄຂຂອງຜູ້ຂໍອະນຸຍາດ ສ້າງຕັ້ງໂຮງງານ
ຜູ້ທີ່ຈະຂໍອະນຸຍາດສ້າງຕັ້ງໂຮງງານ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ຕ້ອງແມ່ນພົນລະເມືອງສັນຊາດລາວ ຫຼື ຕ່າງປະເທດ ທີ່ບັນລຸນິຕິພາວະ ຊຶ່ງເປັນບຸກຄົນທີ່ສາມາດປະກອບອາຊີບໂດຍຖືກຕ້ອງຕາມກົດໝາຍຂອງ ສປປ ລາວ;
2. ຕ້ອງມີນັກວິຊາການຕົ້ນຕໍ ທີ່ເປັນນັກປຸງແຕ່ງ ສັນຊາດລາວ ຫຼື ຕ່າງປະເທດ ທີ່ມີໃບປະກາສະນີຍະບັດ ແລະ ໃບຢັ້ງຢືນການປະກອບວິຊາຊີບ ຊຶ່ງໄດ້ຮັບຮອງຈາກພາກສ່ວນທີ່ກ່ຽວຂ້ອງ ໃນການປຸງແຕ່ງ;
3. ບໍ່ແມ່ນຜູ້ທີ່ ຢູ່ໃນໄລຍະຖືກດຳເນີນຄະດີ ຫຼື ປະລະໜ້າທີ່ ຫຼື ຖືກປະຕິບັດວິໄນຍ້ອນການຜິດພາດ ທາງດ້ານວິຊາຊີບການປຸງແຕ່ງ.

ເອກະສານຂໍອະນຸມັດສ້າງຕັ້ງໂຮງງານ
ເອກະສານຂໍອະນຸມັດສ້າງຕັ້ງໂຮງງານ ປະກອບມີ ດັ່ງນີ້:
1. ໃບຄຳຮ້ອງ ຕາມແບບພິມທີ່ກົມລ້ຽງສັດ ແລະ ການປະມົງ ກຳນົດ;
2. ສຳເນົາ ບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ແລະ/ຫຼື ສຳເນົາໜັງສືເດີນທາງ (ຖ້າເປັນຄົນຕ່າງປະເທດ);
3. ສຳເນົາ ໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດການລົງທຶນ;
4. ບົດວິພາກເສດຖະກິດ-ເຕັກນິກ ແລະ ບົດສຶກສາຄວາມເປັນໄປໄດ້;
5. ໃບຢັ້ງຢືນກຳມະສິດ ຫຼື ສັນຍາເຊົ່າ ທີ່ດິນ;
6. ໃບອະນຸຍາດປະກອບອາຊີບ ຢູ່ ສປປ ລາວ (ຖ້າເປັນຄົນຕ່າງປະເທດ);
7. ໃບຢັ້ງຢືນສິ່ງແວດລ້ອມ ຈາກຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
8. ແຜນວາດທີ່ຕັ້ງ ແລະ ແຜນວາດພາຍໃນ ຂອງໂຮງງານ;
9. ໃບຢັ້ງຢືນແຈ້ງໂທດ;
10. ເອກະສານອື່ນທີ່ຈຳເປັນ ຕາມການກຳນົດຂອງກົມລ້ຽງສັດ ແລະ ການປະມົງ.

ການກວດກາກ່ອນອອກໃບອະນຸມັດສ້າງຕັ້ງໂຮງງານ
ການກວດກາກ່ອນອອກໃບອະນຸມັດສ້າງຕັ້ງໂຮງງານ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ການກວດກາໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ປະເພດ 1 ມອບໃຫ້ ກົມລ້ຽງສັດ ແລະ ການປະມົງ, ສຳລັບ ໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ປະເພດ 2 ມອບໃຫ້ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ເປັນໃຈກາງໃນການແຕ່ງຕັ້ງຄະນະກຳມະການກວດກາສະເພາະກິດ ໂດຍໃຫ້ປະກອບດ້ວຍ: ຂະແໜງລ້ຽງສັດ ແລະ ການປະມົງ ຂັ້ນແຂວງ, ຫ້ອງການລ້ຽງສັດ ແລະ ການປະມົງ ຂັ້ນເມືອງ, ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຕາມແຕ່ລະກໍລະນີ ພ້ອມທັງອົງການປົກຄອງບ້ານ ບ່ອນທີ່ຈະສ້າງຕັ້ງໂຮງງານ;
2. ດຳເນີນການກວດກາເອກະສານ;
3. ລົງກວດກາສະຖານທີ່ຕົວຈິງ ຮ່ວມກັບ ພາກສ່ວນ ຫຼື ຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນ;
4. ສ້າງບົດບັນທຶກ ແລະ ລາຍງານຜົນການກວດກາ ເປັນລາຍລັກອັກສອນ ໃຫ້ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຊາບ ພາຍໃນ ສາມວັນ ລັດຖະການ;
5. ພາຍຫຼັງໄດ້ຮັບບົດລາຍງານຈາກຄະນະກຳມະການແລ້ວ ໃຫ້ກົມລ້ຽງສັດ ແລະ ການປະມົງ ລາຍງານຕໍ່ ກະຊວງກະສິກຳ ແລະ ປ່າໄມ້, ສຳລັບ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ໃຫ້ລາຍງານຫາອົງການປົກຄອງຂັ້ນແຂວງ ເພື່ອພິຈາລະນາ.

第ມາດຕາ 6条

第6条 审议批准设立加工厂
农林部或省级行政机关于收到畜牧与渔业司或省级农林厅的报告之日起十个工作日内,审议批准设立初级畜产品加工厂。
若无法审议批准设立初级畜产品加工厂,农林部或省级行政机关须书面通知申请人。

ພາສາລາວ (老挝语原文)

ມາດຕາ 6 ການພິຈາລະນາອອກອະນຸມັດສ້າງຕັ້ງໂຮງງານ
ກະຊວງກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງຂັ້ນແຂວງ ພິຈາລະນາອະນຸມັດສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ພາຍໃນສິບວັນລັດຖະການ ນັບແຕ່ມື້ໄດ້ຮັບບົດລາຍງານ ຈາກກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ.
ໃນກໍລະນີ ບໍ່ສາມາດພິຈາລະນາອອກອະນຸມັດສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ກະຊວງກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງຂັ້ນແຂວງ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ຂໍອະນຸຍາດຊາບ.

第ມາດຕາ 7条

第7条 批准开工建设工厂
个人、法人或组织已获得设立加工自产产品工厂的批准,来自农林部或省级行政机关,应在收到批准书之日起九十天内按照批准的设计进行建设。若无法开工建设,应以书面形式向畜牧与渔业局或省级农林厅报告原因。

ພາສາລາວ (老挝语原文)

ມາດຕາ 7 ການອະນຸມັດໃຫ້ລົງມືກໍ່ສ້າງໂຮງງານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸມັດສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນຂຶ້ນຕົນ ຈາກກະຊວງກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງຂັ້ນແຂວງ ແລ້ວ ໃຫ້ດຳເນີນການກໍ່ສ້າງຕາມແບບທີ່ໄດ້ຮັບຮອງ ພາຍໃນ ເກົ້າສິບວັນ ນັບແຕ່ວັນໄດ້ຮັບໃບອະນຸມັດ. ຖ້າຫາກບໍ່ສາມາດລົງມືກໍ່ສ້າງໄດ້ ໃຫ້ແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ຊາບ.

第ມາດຕາ 8条

第13条 工厂建设进度报告
获得工厂建设批准的人必须通知畜牧与渔业局或省级农林厅,以便组织检查委员会并共同编写报告,至少三次如下:
- 第一次,当建设完成百分之三十;
- 第二次,当建设完成百分之六十;
- 第三次,当建设完成百分之一百。

ພາສາລາວ (老挝语原文)

ມາດຕາ 13 ການລາຍງານຄວາມຄືບໜ້າຂອງການກໍ່ສ້າງໂຮງງານ
ຜູ້ໄດ້ຮັບອະນຸມັດກໍ່ສ້າງໂຮງງານ ຕ້ອງແຈ້ງໃຫ້ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຊາບ ເພື່ອຈັດຕັ້ງຄະນະລົງກວດກາ ແລະ ສ້າງບົດລາຍງານຮ່ວມກັນ ຢ່າງໜ້ອຍ ສາມຄັ້ງ ດັ່ງນີ້:
- ຄັ້ງທີໜຶ່ງ ເມື່ອການກໍ່ສ້າງ ສຳເລັດ ສາມສິບ ສ່ວນຮ້ອຍ;
- ຄັ້ງທີສອງ ເມື່ອການກໍ່ສ້າງ ສຳເລັດ ຫົກສິບ ສ່ວນຮ້ອຍ;
- ຄັ້ງທີສາມ ເມື່ອການກໍ່ສ້າງ ສຳເລັດ ຮ້ອຍສ່ວນຮ້ອຍ.

第ມາດຕາ 9条

第9条 申请生产许可
在初级动物产品加工厂建设完成后,开始生产前,生产者必须向农林部或省级行政机构申请生产许可证。

ພາສາລາວ (老挝语原文)

ມາດຕາ 9 ການຂໍອະນຸຍາດດຳເນີນການຜະລິດ
ພາຍຫຼັງສ້າງໂຮງງານປຸງແຕ່ງຜະລິດຕະພັນສັດຂັ້ນຕົນ ສຳເລັດແລ້ວ ກ່ອນຈະດຳເນີນການຜະລິດ ຜູ້ຜະລິດຕ້ອງຂໍໃບອະນຸຍາດດຳເນີນການຜະລິດ ຈາກ ກະຊວງກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງ ຂັນແຂວງ.

第ມາດຕາ 10条

第10条 申请生产许可的条件
生产活动只有在工厂建设完成后才能进行,包括完成建筑物建设、安装机器和安全防护系统、卫生设施、拥有符合施工技术图纸的废弃物和污染物处理系统,并与经济技术可行性研究报告相一致。

ພາສາລາວ (老挝语原文)

ມາດຕາ 10 ເງື່ອນໄຂການຂໍອະນຸຍາດດຳເນີນການຜະລິດ
ການດຳເນີນການຜະລິດ ໄດ້ກໍຕໍ່ເມື່ອ ສຳເລັດການກໍ່ສ້າງໂຮງງານ ໂດຍສົມບູນ ເປັນຕົ້ນ ສຳເລັດການກໍ່ສ້າງອາຄານ, ຕິດຕັ້ງເຄື່ອງຈັກ ແລະ ລະບົບປ້ອງກັນຄວາມປອດໄພ, ສິ່ງອຳນວຍຄວາມສະດວກດ້ານສຸຂານາໄມ ມີລະບົບກຳຈັດ ແລະ ບຳບັດ ສິ່ງເສດເຫຼືອ ແລະ ມົນລະພຶດພາຍໃນໂຮງງານ ໃຫ້ຖືກຕ້ອງຕາມແຜນຜັງເຕັກນິກການກໍ່ສ້າງ ແລະ ສອດຄ່ອງກັບບົດວິພາກເສດຖະກິດ-ເຕັກນິກ.

第ມາດຕາ 11条

第16条 文件准备 申请生产许可
申请生产许可证必须提交以下文件:

1. 按照畜牧与渔业局规定的格式填写的初级动物产品加工申请表,并附上尺寸为31厘米的照片四张(照片不得超过三个月);
2. 生产工艺流程图及说明;
3. 工厂内所有机器清单;
4. 年度运营计划;
5. 根据建筑法规制定的建筑平面图和工厂机器技术系统图。

ພາສາລາວ (老挝语原文)

ມາດຕາ 16 ການປະກອບເອກະສານ ຂໍອະນຸຍາດດຳເນີນການຜະລິດ
ການສະເໜີຂໍໃບອະນຸຍາດດຳເນີນການຜະລິດ ຕ້ອງປະກອບເອກະສານ ດັ່ງນີ້:

1. ໃບຄຳຮ້ອງ ຂໍດຳເນີນການປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ ຕາມແບບພິມທີ່ກົມລ້ຽງສັດ ແລະ ການປະມົງກຳນົດ ພ້ອມຮູບຖ່າຍ ຂະໜາດ 31 ຊັງຕີແມັດ ຈຳນວນ ສີ່ໃບ (ຮູບຖ່າຍຕ້ອງບໍ່ເກີນ ສາມເດືອນ);
2. ແຜນວາດຂະບວນການຜະລິດ, ພ້ອມທັງບົດອະທິບາຍ;
3. ລາຍການເຄື່ອງຈັກທັງພົດໃນ ໂຮງງານ;
4. ແຜນການເຄື່ອນໄຫວປະຈຳປີ;
5. ແຜນຜັງການກໍ່ສ້າງ ແລະ ລະບົບເຕັກນິກເຄື່ອງຈັກໂຮງງານ ຕາມລະບຽບການປຸກສ້າງ.

第ມາດຕາ 12条

第12条 工厂检查和评估 在颁发许可证之前
在收到根据本协议第16条规定的完整和正确的文件后,畜牧与渔业局或省级农林厅作为中心,任命技术检查委员会对工厂进行检查,并制作检查记录和报告,在五个工作日内提交给畜牧与渔业局或省级农林厅。
如果发现经营者不符合技术标准,技术检查委员会必须提供指导,以便在规定时间内进行改进和纠正,同时制作检查记录和报告,立即通知畜牧与渔业局或省级农林厅。如果经营者无法在规定时间内完成改进和纠正,必须在技术检查委员会建议的期限结束前,以书面形式向畜牧与渔业局或省级农林厅说明原因。工厂业主按照检查记录中的指导完成改进和纠正后,应提交给畜牧与渔业局或省级农林厅,由其任命技术检查委员会进行复查,以制作检查记录和报告,提交给农林部或省级行政机关审议。

ພາສາລາວ (老挝语原文)

ມາດຕາ 12 ການກວດກາ ແລະ ປະເມີນໂຮງງານ ກ່ອນອອກອະນຸຍາດ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 16 ຂອງຂໍຕົກລົງສະບັບນີ້ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ເປັນໃຈກາງແຕ່ງຕັ້ງ ຄະນະວິຊາການກວດກາ ເພື່ອລົງກວດກາໂຮງງານ ພ້ອມທັງເຮັດບົດບັນທຶກການກວດກາ ແລະ ລາຍງານ ໃຫ້ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ພາຍໃນ ຫ້າວັນ ລັດຖະການ.
ໃນກໍລະນີ ພົບຜູ້ປະກອບການ ປະຕິບັດບໍ່ສອດຄ່ອງກັບມາດຕະຖານເຕັກນິກ ຄະນະວິຊາການກວດກາຕ້ອງໃຫ້ຄຳແນະນຳ ເພື່ອປັບປຸງ ແລະ ແກ້ໄຂ ພາຍໃນເວລາທີ່ກຳນົດ ພ້ອມທັງເຮັດບົດບັນທຶກການກວດກາ ແລະ ລາຍງານ ໃຫ້ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຊາບ ໂດຍດ່ວນ. ໃນກໍລະນີ ຜູ້ປະກອບການບໍ່ສາມາດປັບປຸງ ແລະ ແກ້ໄຂ ທັນຕາມກຳນົດເວລາ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ຕໍ່ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ຊາບ ລ່ວງຫຼ້າ ກ່ອນມື້ສິ້ນສຸດຂອງກຳນົດເວລາ ທີ່ຄະນະວິຊາການກວດກາ ແນະນຳ. ພາຍຫຼັງເຈົ້າຂອງໂຮງງານ ໄດ້ປັບປຸງ ແລະ ແກ້ໄຂ ຕາມການແນະນຳໃນບົດບັນທຶກການກວດກາແລ້ວ ໃຫ້ສະເນີຕໍ ກົມລ້ຽງສັດ ແລະ ການປະມົງ ຫຼື ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແຕ່ງຕັ້ງຄະນະວິຊາການກວດກາ ລົງກວດກາຄືນ ເພື່ອເຮັດບົດບັນທຶກການກວດກາ ແລະ ລາຍງານໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງ ຂັ້ນແຂວງ ພິຈາລະນາ.

本页展示前 12 条,全文共 34 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译