协议关于橡胶管理、开发与加工
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ, ພັດທະນາ ແລະ ປຸງແຕ່ງ ຢາງພາລາ
Agreement on Rubber Management, Development, and Processing
简介
该法规调整老挝橡胶产业全链条活动,核心内容涵盖种植园登记、数据收集、割胶砍伐、加工厂管理及买卖运输等环节的监管要求。
Summary
This regulation governs the entire chain of rubber industry activities in Laos, with core content covering regulatory requirements for plantation registration, data collection, tapping and felling, processing plant management, and trading and transportation.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງກິດຈະການທັງໝົດໃນຕ່ອງໂສ້ການຜະລິດຢາງພາລາ ໃນ ສປປ ລາວ ໂດຍເນັ້ນໃສ່ການຈົດທະບຽນສວນຢາງ, ການເກັບກຳຂໍ້ມູນ, ການກະທຳຕໍ່ຕົ້ນຢາງ, ການຄຸ້ມຄອງໂຮງງານປຸງແຕ່ງ ແລະ ການຊື້ຂາຍ ແລະ ຂົນສົ່ງ.
条文
第ມາດຕາ 1条
第1条 橡胶的管理、开发与加工
管理是指:收集数据和建立数据库,登记橡胶种植园和橡胶树,割胶、采伐、买卖、运输、进口和过境、出口、研究试验和标准认证,包括对橡胶产品质量标准的管理、监督和检查。
开发是指:应用和开发技术,开发品种,促进种植和发展生产组、合作社及橡胶协会。
加工是指:管理橡胶加工厂的设立和运营,使其符合技术标准,并促进、监督和检查本协议规定的内容。
ພາສາລາວ (老挝语原文)
ມາດຕາ 1 ການຄຸ້ມຄອງ, ພັດທະນາ ແລະ ປຸງແຕ່ງ ຢາງພາລາ
ການຄຸ້ມຄອງ ແມ່ນ ການເກັບກຳຂໍ້ມູນ ແລະ ສ້າງຖານຂໍ້ມູນ, ການຂຶ້ນທະບຽນປ່າປູກ ແລະ ຢັງປືນໄມ້ຢາງພາລາ, ການກີດ, ການຕັດ, ການຊື້-ຂາຍ, ການເຄືອນຍ້າຍ, ການນຳເຂົາ ແລະ ສົ່ງຜ່ານ, ການສົ່ງອອກ, ການຄົ້ນຄວ້າທົດລອງ ແລະ ການຢັ້ງຢືນ ມາດຕະຖານ ລວມທັງການ ຄຸ້ມຄອງ, ຕິດຕາມ ແລະ ກວດກາ ມາດຕະຖານ ຜະລິດຕະພັນຢາງພາລາ.
ການພັດທະນາ ແມ່ນ ການນຳໃຊ້ ແລະ ພັດທະນາເຕັກໂນໂລຊີ, ການພັດທະນາແນວພັນ, ການສົ່ງເສີມການປູກ ແລະ ການພັດທະນາ ກຸ່ມຜະລິດ, ສະຫະກອນ ແລະ ສະມາຄົມຢາງພາລາ.
ການປຸງແຕ່ງ ແມ່ນ ການຄຸ້ມຄອງ ການສ້າງຕັ້ງ, ການດຳເນີນກິດຈະການໂຮງງານ ໃຫ້ຖືກຕ້ອງຕາມ ມາດຕະຖານເຕັກນິກ ໂຮງງານປຸງແຕ່ງຢາງພາລາ ພ້ອມທັງ ຊຸກຍູ້ ຕິດຕາມ ແລະ ກວດກາ ທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
第ມາດຕາ 2条
第2条
术语解释
本协议中使用的术语定义如下:
1. 橡胶树 指产胶的橡胶树(Hevea brasiliensis);
2. 天然橡胶 指从橡胶树获得的原料,包括新鲜胶乳、杯胶;
3. 橡胶产品 指经过加工成为半成品和成品的天然橡胶,如压紧胶块、烟胶片及其他形式的产品;
4. 优先橡胶品种 指鼓励种植的品种,这些品种适应老挝人民民主共和国各地区的土壤气候条件且产量高;
5. 橡胶加工厂 指将新鲜胶乳、杯胶加工成新鲜胶片、半成品和成品及其他形式产品的场所;
6. 橡胶协会 指按照绿色和可持续方向促进橡胶发展的社会组织,保护生产者及经营者在生产、加工、贸易、进口和出口中的权利和利益。
ພາສາລາວ (老挝语原文)
ມາດຕາ 2
ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຕົ້ນຢາງ ໝາຍເຖິງ ຕົ້ນໄມ້ຢາງພາລາ (Hevea brasiliensis) ທີ່ໃຫ້ຢາງ;
2. ຢາງພາລາ ໝາຍເຖິງ ວັດຖຸດິບ ທີ່ໄດ້ຈາກຕົ້ນຢາງ ເປັນນໍ້າຢາງສົດ, ຢາງກ້ອນຖ້ວຍ;
3. ຜະລິດຕະພັນຢາງພາລາ ໝາຍເຖິງ ຢາງພາລາທີ່ຜ່ານຂະບວນການປຸງແຕ່ງ ເປັນຜະລິດຕະພັນເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ເຊັ່ນ ຢາງກ້ອນອັດແຫ້ນ, ຢາງແຜ່ນຮົມຄວັນ ແລະ ຮູບແບບຜະລິດຕະພັນອື່ນໆ;
4. ແນວພັນຢາງພາລາທີ່ເປັນບຸລິມະສິດ ໝາຍເຖິງ ແນວພັນທີ່ຊຸກຍູ້ສົ່ງເສີມໃຫ້ປູກ ຊຶ່ງເປັນແນວພັນທີ່ມີຄວາມແທດເໝາະ ກັບສະພາບດິນຟ້າອາກາດ ຢູ່ຕາມເຂດແຄວ້ນຕ່າງໆຂອງ ສປປ ລາວ ແລະ ໃຫ້ຜົນຜະລິດສູງ;
5. ໂຮງງານປຸງແຕ່ງຢາງພາລາ ໝາຍເຖິງ ສະຖານທີ່ ນຳເອົານໍ້າຢາງສົດ, ຢາງກ້ອນຖ້ວຍ ມາປຸງແຕ່ງ ໃຫ້ເປັນຢາງແຜ່ນລີດສົດ, ຜະລິດຕະພັນເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ແລະ ຜະລິດຕະພັນຮູບແບບອື່ນ;
6. ສະມາຄົມຢາງພາລາ ໝາຍເຖິງ ອົງການຈັດຕັ້ງທາງສັງຄົມ ແລະ ສົ່ງເສີມການພັດທະນາຢາງພາລາ ຕາມທິດສີຂຽວ ແລະ ຍືນຍົງ, ປົກປ້ອງສິດ ແລະ ຜົນປະໂຫຍດ ຂອງສະມາຊິກ ຜູ້ຜະລິດ ແລະ ຜູ້ປະກອບການ ໃນການຜະລິດ, ປຸງແຕ່ງ, ການຄ້າຂາຍ, ການນຳເຂົ້າ ແລະ ສົ່ງອອກ.
第ມາດຕາ 3条
第6条 橡胶数据收集与数据库建设
橡胶数据收集是指收集个人、法人或组织在橡胶种植、登记、割胶、砍伐、加工、出口和进口方面的统计数据,由省级农林厅与县级农林办公室协调,定期进行上述数据收集,以便向林业局报告,每月、每8个月、每6个月和每年报告。
林业局主动与农业、林业和农村发展研究所及相关方协调,建立、更新、管理、开发和使用橡胶种植、生产、加工、出口、进口等数据库,并与区域和国际橡胶信息系统连接。
个人、法人或组织可以按照法规访问和使用橡胶种植、生产、加工、出口、进口等数据库。
ພາສາລາວ (老挝语原文)
ມາດຕາ 6 ການເກັບກຳຂໍ້ມູນ ແລະ ສ້າງຖານຂໍ້ມູນຢາງພາລາ
ການເກັບກຳຂໍ້ມູນ ຢາງພາລາ ແມ່ນ ການເກັບກຳສະຖິຕິ ການປູກ, ການຂຶ້ນທະບຽນ, ການກີດຢາງ, ການຕັດໄມ້, ການປຸງແຕ່ງ, ການສົ່ງອອກ ແລະ ການນຳເຂົ້າ ຢາງພາລາ ນຳ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍມອບໃຫ້ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ປະສານສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເປັນຜູ້ດຳເນີນການເກັບກຳຂໍ້ມູນ ດັ່ງກ່າວ ເປັນແຕ່ລະໄລຍະ ເພື່ອລາຍງານ ຫາ ກົມປ່າໄມ້ ເປັນແຕ່ລະເດືອນ, 8 ເດືອນ, 6 ເດືອນ ແລະ ປະຈຳປີ.
ກົມປ່າໄມ້ ເປັນເຈົ້າການ ປະສານສົມທົບ ກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ພາກສ່ວນທີ່ກ່ຽວຂ້ອງ ສ້າງ, ປັບປຸງ, ຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ ຖານຂໍ້ມູນການປູກ, ການຜະລິດ, ການປຸງແຕ່ງ, ການສົ່ງອອກ, ການນຳເຂົ້າ ຢາງພາລາ ແລະ ອື່ນໆ ໂດຍເຊື່ອມຕໍ່ກັບ ລະບົບຂໍ້ມູນຂ່າວສານຢາງພາລາ ຂອງພາກພື້ນ ແລະ ສາກົນ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດເຂົ້າເຖິງ ແລະ ນຳໃຊ້ ຖານຂໍ້ມູນການປູກ, ການຜະລິດ, ການປຸງແຕ່ງ, ການສົ່ງອອກ, ນຳເຂົ້າ ຢາງພາລາ ແລະ ອື່ນໆ ຕາມລະບຽບການ.
第ມາດຕາ 4条
第4条 种植园登记与橡胶树认证
个人、法人及组织的橡胶种植园必须向农业和林业部门或村级行政机构进行种植园登记或种植树木认证,以认证所有权以及所种植橡胶树和胶乳的来源,便利管理、保护和执行促进种植的法律政策。
种植园登记和种植树木认证的程序,应按照农业和林业部2020年12月28日第2492/ກປ号关于种植园登记和种植树木认证的指导意见执行。
ພາສາລາວ (老挝语原文)
ມາດຕາ 4 ການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ຢາງພາລາ
ປ່າປູກຢາງພາລາຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕ້ອງໄດ້ຂຶ້ນທະບຽນປ່າປູກ ຫຼື ຢັ້ງຢືນໄມ້ປູກ ນຳ ຂະແໜງການກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງບ້ານ ເພື່ອຢັ້ງຢືນກຳມະສິດ ແລະ ແຫຼ່ງທີ່ມາຂອງນ້ຳຢາງ ແລະ ຕົ້ນໄມ້ຢາງພາລາທີ່ປູກ, ອຳນວຍຄວາມສະດວກໃນການຄຸ້ມຄອງ, ປົກປັກຮັກສາ ແລະ ປະຕິບັດນະໂຍບາຍສົ່ງເສີມການປູກ ຕາມກົດໝາຍ.
ສຳລັບຂັ້ນຕອນການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ແມ່ນໃຫ້ປະຕິບັດຕາມຄຳແນະນຳຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 2492/ກປ, ລົງວັນທີ 28 ທັນວາ 2020 ກ່ຽວກັບການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ.
第ມາດຕາ 5条
第5条 橡胶割胶和橡胶树砍伐
橡胶割胶可以在橡胶树种植约6-7年后进行,橡胶园主可以直接割胶,无需进行数据采集和按照技术程序申请许可,但必须向县级农业和林业办公室报告橡胶产量,以便跟踪和收集数据。
为商业目的砍伐已正确登记为种植林或列入种植林认证清单的橡胶树,橡胶种植林主无需进行勘察和按照技术程序申请许可即可砍伐,但在砍伐前,必须携带种植林登记证或种植林认证证书以证明所有权,同时向县级农业和林业办公室报告和通知砍伐地点、株数,以便跟踪和收集数据。
ພາສາລາວ (老挝语原文)
ມາດຕາ 5 ການກີດຢາງພາລາ ແລະ ຕັດໄມ້ຢາງພາລາ
ການກີດຢາງພາລາ ສາມາດກີດໄດ້ ພາຍຫຼັງຕົ້ນຢາງປູກໄດ້ ປະມານ 6-7 ປີ ແລະ ເຈົ້າຂອງສວນຢາງ ສາມາດກີດໄດ້ເລີຍ ໂດຍບໍ່ຈຳເປັນ ລົງເກັບກຳຂໍ້ມູນ ແລະ ຂໍອະນຸຍາດ ຕາມຂັ້ນຕອນທາງດ້ານວິຊາການ ແຕ່ ຕ້ອງລາຍງານນ້ຳຢາງພາລາ ໃຫ້ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເພື່ອຕິດຕາມ ແລະ ເກັບກຳ ຂໍ້ມູນ.
ການຕັດໄມ້ຢາງພາລາ ເພື່ອເປັນສິນຄ້າ ທີ່ໄດ້ຂຶ້ນທະບຽນປ່າປູກ ຫຼື ຂຶ້ນບັນຊີຢັ້ງຢືນໄມ້ປູກ ຖືກຕ້ອງ ແລ້ວ ເຈົ້າຂອງປ່າປູກຢາງພາລາ ສາມາດຕັດໄດ້ໂດຍບໍ່ຈຳເປັນ ສຳຫຼວດ ແລະ ຂໍອະນຸຍາດ ຕາມຂັ້ນຕອນທາງ ດ້ານວິຊາການ ແຕ່ກ່ອນຈະຕັດນັ້ນ ຕ້ອງນຳເອົາໃບທະບຽນປ່າປູກ ຫຼື ໃບຢັ້ງຢືນໄມ້ປູກ ເພື່ອຢັ້ງຢືນກຳມະສິດ ພ້ອມທັງລາຍງານ ແລະ ແຈ້ງ ສະຖານທີ່, ຈຳນວນຕົ້ນ ທີ່ຈະຕັດ ໃຫ້ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນ.
第ມາດຕາ 6条
第6条 橡胶和橡胶木的买卖
各种橡胶可以在市场上自由买卖或出售给符合标准的加工厂,旨在促进国内加工业和出口,以确保国家和人民的最高利益。
属于个人、法人或组织的橡胶木的买卖,由种植园或林木所有者负责。
收购橡胶必须获得农业和林业部门根据相关法律法规规定的经营许可。
ພາສາລາວ (老挝语原文)
ມາດຕາ 6 ການຊື້-ຂາຍ ຢາງພາລາ ແລະ ໄມ້ຢາງພາລາ
ຢາງພາລາທຸກຊະນິດ ສາມາດ ຊື້-ຂາຍ ທົ່ວໄປ ຫຼື ຂາຍໃຫ້ໂຮງງານປຸງແຕ່ງ ທີ່ໄດ້ມາດຕະຖານ ແນໃສ່ສົ່ງເສີມອຸດສາຫະກຳປຸງແຕ່ງພາຍໃນ ແລະ ສົ່ງອອກຕ່າງປະເທດ ເພື່ອຮັບປະກັນຜົນປະໂຫຍດສູງສຸດ ຂອງລັດ ແລະ ປະຊາຊົນ.
ການຊື້-ຂາຍ ໄມ້ຢາງພາລາ ທີ່ເປັນກຳມະສິດຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເປັນຄວາມຮັບຜິດຊອບຂອງເຈົ້າຂອງປ່າປູກ ຫຼື ໄມ້ປູກ.
ການເກັບຊື້ຢາງພາລາ ຕ້ອງໄດ້ຮັບການອະນຸຍາດດຳເນີນທຸລະກິດ ຈາກຂະແໝງການກະສິກຳ ແລະ ປ່າໄມ້ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ.
第ມາດຕາ 7条
第7条 橡胶、橡胶木及橡胶产品的运输
国内橡胶、橡胶木及橡胶产品的运输,必须向县级农林办公室申请许可证,按照K.Y.L. 01表格办理,以便于跟踪和数据收集。
ພາສາລາວ (老挝语原文)
ມາດຕາ 7 ການເຄື່ອນຍ້າຍ ຢາງພາລາ, ໄມ້ ແລະ ຜະລິດຕະພັນ ຢາງພາລາ
ການເຄື່ອນຍ້າຍ ຢາງພາລາ, ໄມ້ຢາງພາລາ ແລະ ຜະລິດຕະພັນຢາງພາລາ ພາຍໃນປະເທດ ຕ້ອງໄດ້ຂໍໃບອະນຸຍາດ ຈາກ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ຕາມແບບພິມ ຄຢລ 01 ເພື່ອສະດວກໃນການຕິດຕາມ ແລະ ເກັບກຳຂໍ້ມູນ.
第ມາດຕາ 8条
第8条 橡胶研究试验
个人、法人或组织,其目的在于研究试验橡胶树的繁殖、育种、改良、遗传、生长、数量和质量方面的效益,包括研究确定有效的技术标准以保护和开发森林,必须按照程序和规定向农业、林业和农村发展研究所申请许可。
ພາສາລາວ (老挝语原文)
ມາດຕາ 8 ການຄົ້ນຄວ້າທົດລອງຢາງພາລາ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ໃນການຄົ້ນຄວ້າທົດລອງ ຂະຫຍາຍພັນ, ສືບພັນ, ປັບປຸງພັນ, ພັນທຸກຳ ໄມ້ຢາງພາລາ, ການຈະເລີນເຕີບໂຕ, ຄຸນປະໂຫຍດ ທາງດ້ານປະລິມານ ແລະ ຄຸນນະພາບ ລວມທັງ ຄົ້ນຄວ້າ ກຳນົດມາດຕະຖານເຕັກນິກ ທີ່ມີປະສິດທິຜົນໃນການປົກປັກຮັກສາ ແລະ ພັດທະນາປ່າໄມ້ ຕ້ອງໄດ້ຂໍອະນຸຍາດ ຈາກ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕາມຂັ້ນຕອນ ແລະ ລະບຽບການ.
第ມາດຕາ 9条
第9条 橡胶产品标准
橡胶产品标准必须经过农业、林业和农村发展研究所、农林部的强制性和自愿性标准质量检验、研究和认证,按照规定执行。
ພາສາລາວ (老挝语原文)
ມາດຕາ 9 ມາດຕະຖານຜະລິດຕະພັນຢາງພາລາ
ມາດຕະຖານຜະລິດຕະພັນຢາງພາລາ ຕ້ອງໄດ້ຜ່ານການກວດກາ ວິໄຈ ແລະ ຢືນຢັນຄຸນນະພາບທາງດ້ານມາດຕະຖານແບບບັງຄັບ ແລະ ສະໝັກໃຈ ຈາກສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຕາມລະບຽບການ.
第ມາດຕາ 10条
第10条 橡胶树苗、橡胶、木材和橡胶产品的进口和过境
政府允许进口国内无法供应的橡胶树苗,但必须有原产国的品种来源证明,并得到县级农业和林业办公室的许可。
政府允许进口橡胶木材和成品橡胶产品,以满足国内使用需求,但必须有原产国的来源证明,并得到林业局的许可。
政府不允许进口新鲜胶乳、杯胶块和新鲜胶片在国内加工,以促进国内橡胶的可持续利用。
政府允许橡胶树苗、橡胶、橡胶木材和橡胶产品过境,但必须严格遵守相关法律法规的规定。
ພາສາລາວ (老挝语原文)
ມາດຕາ 10 ການນຳເຂົ້າ ແລະ ສົ່ງຜ່ານ ແນວພັນຢາງພາລາ, ຢາງພາລາ, ໄມ້ ແລະ ຜະລິດຕະພັນ ຢາງພາລາ
ລັດຖະບານ ອະນຸຍາດນຳເຂົ້າ ແນວພັນຢາງພາລາ ທີ່ບໍ່ສາມາດສະໜອງໄດ້ພາຍໃນປະເທດ ແຕ່ຕ້ອງມີໃບຢັ້ງຢືນ ແຫຼ່ງທີ່ມາຂອງແນວພັນ ຈາກປະເທດຕົ້ນທາງ ແລະ ໄດ້ຮັບອະນຸຍາດຈາກ ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ.
ລັດຖະບານ ອະນຸຍາດນຳເຂົ້າ ໄມ້ຢາງພາລາ ແລະ ຜະລິດຕະພັນຢາງພາລາ ສຳເລັດຮູບ ເພື່ອຕອບສະໜອງຄວາມຕ້ອງການໃນການນຳໃຊ້ພາຍໃນ ແຕ່ຕ້ອງມີໃບຢັ້ງຢືນແຫຼ່ງທີ່ມາ ຈາກປະເທດຕົ້ນທາງ ແລະ ໄດ້ຮັບອະນຸຍາດ ຈາກກົມປ່າໄມ້.
ລັດຖະບານ ບໍ່ອະນຸຍາດນຳເຂົ້າ ນ້ຳຢາງສົດ, ຢາງກ້ອນຖ້ວຍ ແລະ ຢາງແຜ່ນລີດສົດ ມາປຸງແຕ່ງ ພາຍໃນປະເທດ ເພື່ອເປັນການສົ່ງເສີມ ການນຳໃຊ້ ຢາງພາລາ ພາຍໃນປະເທດ ໃຫ້ມີຄວາມຍືນຍົງ.
ລັດຖະບານ ອະນຸຍາດ ໃຫ້ສົ່ງຜ່ານ ແນວພັນຢາງພາລາ, ຢາງພາລາ, ໄມ້ຢາງພາລາ ແລະ ຜະລິດຕະພັນຢາງພາລາ ແຕ່ຕ້ອງປະຕິບັດຕາມ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກຳນົດ ຢ່າງເຂັ້ມງວດ.
第ມາດຕາ 11条
第11条 橡胶木和橡胶产品的出口
政府鼓励出口橡胶木、半成品和成品橡胶产品,但必须向省级农林部门申请出口许可证,按照KJL 02表格办理,以便于跟踪和数据收集。橡胶木可以以原木形式出口。
政府不允许出口从橡胶树获得的原料,如新鲜胶乳和杯胶块。
ພາສາລາວ (老挝语原文)
ມາດຕາ 11 ການສົ່ງອອກໄມ້ ແລະ ຜະລິດຕະພັນຢາງພາລາ
ລັດຖະບານ ສົ່ງເສີມການສົ່ງອອກ ໄມ້ຢາງພາລາ, ຜະລິດຕະພັນຢາງພາລາ ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ແຕ່ຕ້ອງ ຂໍໃບອະນຸຍາດສົ່ງອອກ ຈາກພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ຕາມແບບພິມ ຄຢລ 02 ເພື່ອສະດວກໃນການຕິດຕາມ ແລະ ເກັບກຳຂໍ້ມູນ. ສ່ວນໄມ້ຢາງພາລາ ສາມາດສົ່ງອອກເປັນ ທ່ອນໄດ້.
ລັດຖະບານ ບໍ່ອະນຸຍາດ ສົ່ງອອກ ວັດຖຸດິບ ທີ່ໄດ້ຈາກຕົ້ນຢາງ ເປັນນ້ຳຢາງສົດ ແລະ ຢາງກ້ອນ ຖ້ວຍ.
第ມາດຕາ 12条
第12条 橡胶发展
橡胶发展包括以下活动:
1. 橡胶品种开发;
2. 促进橡胶种植;
3. 发展生产组、合作社和协会;
4. 技术的应用和开发。
ພາສາລາວ (老挝语原文)
ມາດຕາ 12 ການພັດທະນາຢາງພາລາ
ການພັດທະນາຢາງພາລາປະກອບດ້ວຍກິດຈະການດັ່ງນີ້:
1. ການພັດທະນາແນວພັນຢາງພາລາ;
2. ການສົ່ງເສີມການປູກຢາງພາລາ;
3. ການພັດທະນາກຸ່ມຜະລິດ, ສະຫະກອນ ແລະ ສະມາຄົມ;
4. ການນຳໃຊ້ ແລະ ພັດທະນາເຕັກໂນໂລຊີ.
本页展示前 12 条,全文共 72 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读