ດຳລັດ ວ່າດ້ວຍກຳລັງສຳຮອງປ້ອງກັນຊາດ
关于国防后备力量的法令
Decree on National Defense Reserve Forces
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບວຽກງານກຳລັງສຳຮອງປ້ອງກັນຊາດ, ລວມທັງປະເພດຂອງກຳລັງສຳຮອງ, ການຈັດຕັ້ງ, ການບັນຊາ, ການລະດົມ ແລະ ການນຳໃຊ້, ຂໍ້ຫ້າມ, ໜ້າທີ່ຂອງແຕ່ລະຂັ້ນ ແລະ ການກວດກາ, ງົບປະມານ, ເພື່ອເພີ່ມເຕີມກຳລັງປະຈຳການຂອງກອງທັບໃນເວລາສົງຄາມ ຫຼື ສະພາບສຸກເສີນ, ລະດົມກຳລັງປ້ອງກັນຊາດທົ່ວປວງຊົນເພື່ອປົກປ້ອງປະເທດ.
ມາດຕາ
ມາດຕາ 1
ຈຸດປະສົງ ດິາລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກຽວກັບວຽກງານກຳລັງສຳຮອງປ້ອງກັນຊາດ ເພື່ອປະກອບກຳລັງສຳຮອງປ້ອງກັນຊາດ ໃຫ້ກຳລັງປະຈຳການໃນກອງທັບ ໃນພາວະສົງຄາມ ຫຼື ສຸກເສີນ ແນໃສ່ລະດົມກຳລັງແຮງສັງລວມຂອງຊາດ , ຍົກສູງຄວາມຮັບຜິດຊອບຂອງອົງການຈັດຕັ່ງທຸກພາກສ່ວນ ແລະ ພົນລະເມືອງລາວທຸກຄົນ ເຂົ້າໃນວຽກງານປ້ອງກັນຊາດ ປະກອບສ່ວນເຂົ້າໃນການປົກປັກຮັກສາປະເທດຊາດ .
ມາດຕາ 2
ກຳລັງສຳຮອງປ້ອງກັນຊາດ ແມ່ນກຳລັງບໍ່ປະຈຳການໃນກອງທັບປະຊາຊົນລາວ ໃນຍາມສັນຕິພາບ ແຕ່ຢູ່ໃນ ແຜນການຈັດຕັ້ງປະກອບຂອງກອງທັບປະຊາຊົນລາວ ໃນພາວະສຸກເສີນ ຫຼື ເມື່ອມີຄວາມຕ້ອງການໃນພາວະ ສົງຄາມ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 49 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ