ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍກຳລັງສຳຮອງປ້ອງກັນຊາດ

关于贯彻实施《国防后备力量法令》的指示

Instruction on Implementation of the Decree on National Defense Reserve Forces

ບົດສະຫຼຸບ

ກະຊວງປ້ອງກັນປະເທດ ອອກຄຳຊີ້ແຈງເພີ່ມເຕີມຕໍ່ບາງມາດຕາ (ມາດຕາ 9, 13, 28, 44) ຂອງກົດໝາຍວ່າດ້ວຍກຳລັງສຳຮອງປ້ອງກັນຊາດ ໂດຍກຳນົດສະຫວັດດີການຂອງພະນັກງານສຳຮອງ, ການຈົດທະບຽນບຸກຄະລາກອນ ແລະ ອຸປະກອນເຕັກນິກ, ການບັນຊາກຳລັງສຳຮອງ ແລະ ການຮັບປະກັນງົບປະມານ.

ມາດຕາ

ມາດຕາ 1

ຂອງດຳລັດວ່າດ້ວຍ ກຳລັງສຳຮອງປ້ອງກັນຊາດ ແມ່ນໄດ້ຮັບສະຫວັດດີການຕາມກົດ ບນາຍ ແລະ ລະບຽບການ ໂດຍປະຕິບັດຕາມຂັ້ນຕອນດັງນີ້: 1.1. ກໍລະນີຖືກບາດເຈັບ ໃນເວລາປະຕິບັດຫຼ້າທີ່ ຈະໄດ້ຮັບການປິ່ນປົວ ຢູ່ບັນດາໂຮງພໍທະຫານ ໂດຍແມ່ນ ກອງບັນຊາການທະຫານເມືອງ, ນະຄອນ ແຈ້ງລາຍຊື່ກຳລັງພົນສຳຮອງປ້ອງກັນຊາດ ທີ່ໄດ້ຮັບບາດເຈັບ ຕໍ່ກອງ ບັນຊາການທະຫານແຂວງ ເພື່ອຄົ້ນຄວ້າ ແລະ ຕອບສະໜອງງົບປະມານຮັບໃຊ້ເຂົ້າໃນການປິນປົວ ຕາມນະໂຍບາຍ ຂອງກອງທັບ; 1.2. ກໍລະນີເສຍອົງຄະ ໃນເວລາປະຕິບັດຫ້າທີ່ ຕ້ອງໄດ້ຮັບການເບິ່ງແຍງ, ລ້ຽງດູ ຕາມນະໂຍບາຍຂອງ ກອງທັບ (ຕາມດຳລັດ ເລກທີ 272/ລບ, ລົງວັນທີ 16 ກັນຍາ 2015) ໂດຍແມ່ນກອງບັນຊາການທະຫານເມືອງ, ນະຄອນ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ ເປັນເຈົ້າການໃນການປະກອບເອກະສານ ຕາມລະບຽບ ການ; 1 1.8. ກໍລະນີເສຍຊີວິດ ໃນເວລາປະຕິບັດຫ້າທີ່ ຈະໄດ້ຮັບນະໂຍບາຍຕ່າງໆເຊັນ: ຄ່າມ້ຽນຄາບສົ່ງສະການ, ເງິນອຸດຫຼູນເສຍຊີວິດ ແລະ ເບິ່ງແຍງຄອບຄົວຕາມຄວາມເຫາະສົມ ໂດຍແມ່ນກອງບັນຊາການທະຫານເມືອງ, ນະຄອນ, ກອງບັນຊາການທະຫານແຂວງ, ນະຄອນຫຼວງ ເປັນເຈົ້າການໃນການປະກອບເອກະສານ ຕາມລະບຽບ ການ; ສຳລັບ ການປະຕິບັດນະໂຍບາຍຕໍ່ ກຳລັງພົນສຳຮອງປ້ອງກັນຊາດ ໃນກໍລະນີເຈັບເປັນ, ເສຍອົງຄະ ຫຼື ເສຍ ຊີວິດ ຈາກການປະຕິບັດຫ້າທີ່ ໃຫ້ກອງບັນຊາການທະຫານແຂວງ, ນະຄອນຫຼວງ ເປັນຜູ້ປະກອບເອກະສານຕາມ ລະບຽບການ ຜ່ານກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ສະເບີຕໍ່ ກົມນະໂຍບາຍ ກົມໃຫຍ່ການເມືອງ ກອງທັບ ເປັນຜູ້ຄົ້ນຄວ້າ ແລ້ວນຳສະເຫີຕໍ່ ກະຊວງບ້ອງກັນປະເທດ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ