ຂໍ້ຕົກລົງ ວ່າດ້ວຍການບໍລິການທີ່ປຶກສາຄວາມປອດໄພ ກ່ຽວກັບເຄມີ
关于化学品安全咨询服务的决定
Decision on Chemical Safety Advisory Services
ບົດສະຫຼຸບ
ກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດກ່ຽວກັບການດຳເນີນທຸລະກິດບໍລິການໃຫ້ຄຳປຶກສາດ້ານຄວາມປອດໄພທາງເຄມີ, ລວມທັງເງື່ອນໄຂການອອກໃບອະນຸຍາດ, ຂັ້ນຕອນການຍື່ນຄຳຮ້ອງ ແລະ ການອອກໃບອະນຸຍາດ, ອາຍຸໃບອະນຸຍາດ ແລະ ການຕໍ່ອາຍຸ, ການພັກໃຊ້ ແລະ ເພີກຖອນ, ສິດ ແລະ ພັນທະຂອງຜູ້ປະກອບການ ແລະ ພະນັກງານລັດ, ຂໍ້ຫ້າມ ແລະ ໜ້າທີ່ຂອງອົງການຄຸ້ມຄອງສາມຂັ້ນ.
ມາດຕາ
ມາດຕາ 1
ສິດ ຂອງຜູ້ດຳເນີນທຸລະກິດບໍລິການທີ່ປຶກສາຄວາມປອດໄພ ກ່ຽວກັບເຄມີ ຜູ້ດຳເນີນທຸລະກິດບໍລິການຄວາມປອດໄພ ກ່ຽວກັບເຄມີ ມີສິດ ດັ່ງນີ້: 1. ດຳເນີນທຸລະກິດ ຕາມຂອບເຂດທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດບໍລິການທີ່ປຶກສາຄວາມປອດໄພ ກ່ຽວກັບເຄມີ; 2. ໃຫ້ຄຳປຶກສາ, ແນະນຳ ແລະ ກວດສອບ ພ້ອມທັງຢັ້ງຢືນຄວາມຖືກຕ້ອງຂອງມາດຕະການຄຸ້ມຄອງ ຄວາມປອດໄພກ່ຽວກັບເຄມີໃຫ້ຜູ້ໃຊ້ບໍລິການ; 3. ຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານຂອງຕົນ ໃນດ້ານເຕັກນິກວິຊາການຄວາມປອດໄພ ກ່ຽວກັບເຄມີ; 4. ເຂົ້າຮ່ວມແລກປ່ຽນບົດຮຽນ ແລະ ປະສົບການ ວຽກງານຄວາມປອດໄພ ກ່ຽວກັບເຄມີ ກັບພາກລັດ ແລະ ພາກເອກະຊົນ; 5. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຕາມກົດໝາຍ ແລະ ລະບຽບການ; 6. ນຳໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
ມາດຕາ 2
ການບໍລິການໃຫ້ຄຳປຶກສາດ້ານຄວາມປອດໄພທາງເຄມີ. ການບໍລິການໃຫ້ຄຳປຶກສາດ້ານຄວາມປອດໄພທາງເຄມີ ໝາຍເຖິງ ການໃຫ້ຂໍ້ມູນດ້ານຄວາມປອດໄພ, ການເສີມສ້າງຄວາມສາມາດດ້ານເຕັກນິກ, ການກວດກາ, ການຄົ້ນຄວ້າ, ການຮັບຮອງດ້ານເຕັກນິກ, ການປະເມີນຄວາມສ່ຽງ, ການຈັດທຳແຜນການປ້ອງກັນ ແລະ ແກ້ໄຂອຸບັດຕິເຫດທາງເຄມີ, ເຊັ່ນ: ການບັນຈຸ, ການຫຸ້ມຫໍ່, ການຕິດປ້າຍ, ການເກັບຮັກສາ, ການຂົນສົ່ງ, ການປຸງແຕ່ງ ແລະ ການກຳຈັດສານເຄມີອັນຕະລາຍ ແລະ ສິ່ງເສດເຫຼືອທາງເຄມີ ເປັນຕົ້ນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 21 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ