ຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນທົ່ວແຂວງອັດຕະປື

关于阿速坡省全省土地估价的决定

Decision on Land Valuation for the Entire Attapeu Province

ບົດສະຫຼຸບ

ຄຳສັ່ງຂອງເຈົ້າແຂວງອັດຕະປື ກຳນົດການປະເມີນລາຄາທີ່ດິນທົ່ວແຂວງ ໂດຍກຳນົດຫຼັກການ, ວິທີການ, ອົງປະກອບ 4 ປະການ, ເຂດປະເມີນລາຄາ ແລະ ຕາຕະລາງລາຄາທີ່ດິນຂອງ 5 ເມືອງ, ການຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການ, ອັດຕາສ່ວນຫຼຸດ, ພ້ອມທັງການຄຸ້ມຄອງ, ກວດກາ ແລະ ແກ້ໄຂຂໍ້ຂັດແຍ່ງ ເພື່ອເປັນພື້ນຖານໃນການຄິດໄລ່ຄ່າທຳນຽມການຈົດທະບຽນການປ່ຽນແປງສິດທິໃນທີ່ດິນ ແລະ ພາສີລາຍໄດ້ຈາກທີ່ດິນ.

ມາດຕາ

ມາດຕາ 1

ຈຸດປະສົງ. ຄຳສັ່ງສະບັບນີ້ ກຳນົດຫຼັກການ, ລະບຽບການ, ເຂດປະເມີນລາຄາ, ການຕິດຕາມກວດກາ ແລະ ມາດຕະການ ກ່ຽວກັບການປະເມີນລາຄາທີ່ດິນທົ່ວແຂວງອັດຕະປື ເພື່ອແນໃສ່ເຮັດໃຫ້ການຄຸ້ມຄອງວຽກງານທີ່ດິນໃນຂອບເຂດທົ່ວແຂວງ ເປັນໄປຕາມກົດໝາຍ ແລະ ລະບຽບການ, ເປັນພື້ນຖານໃນການຄິດໄລ່ຄ່າທຳນຽມການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ, ພາສີລາຍໄດ້ຈາກທີ່ດິນ, ການຈັດຕັ້ງປະຕິບັດນະໂຍບາຍການປ່ຽນແປງສິດນຳໃຊ້ທີ່ດິນຂອງລັດ, ແລະ ເປັນພື້ນຖານໃນການຊົດເຊີຍຄວາມເສຍຫາຍສຳລັບສິດນຳໃຊ້ທີ່ດິນທີ່ຖືກເອົາຄືນໂດຍໂຄງການຂອງລັດ, ໃຫ້ສາມາດຕອບສະໜອງຄວາມຕ້ອງການດ້ານການປະເມີນລາຄາທີ່ດິນໃນແຕ່ລະໄລຍະຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ມາດຕາ 2

ການປະເມີນລາຄາທີດິນ ການປະເມີນລາຄາທີດິນ ແມ່ນການກຳນົດມູນຄ່າທີດິນແຕ່ລະເຂດ ຢູ່ໃນແຕ່ລະເຂດ ຂອງແຂວງອັດຕະ ປີ ໂດຍອີງໃສ່ຈຸດພິເສດທາງດ້ານທີຕັ້ງພູມສັນຖານ, ໂຄງລ່າງພືນຖານ ແລະ ລະດັບການຂະຫຍາຍຕົວທາງດ້ານ ເສດຖະກິດ-ສັງຄົມໃນແຕ່ລະໄລຍະ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 29 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ