ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງນ້ຳລິນ

关于自流供水管理的决定

Decision on Management of Gravity-Fed Water Supply

ບົດສະຫຼຸບ

ຂໍ້ຕົກລົງຂອງແຂວງໄຊຍະບູລີ ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ການຕິດຕາມກວດກາການຄຸ້ມຄອງລະບົບນ້ຳປະປາແບບໄຫຼຕາມທຳມະຊາດ (ນ້ຳປະປາແບບແຮງໂນ້ມຖ່ວງ) ເພື່ອຮັບປະກັນນ້ຳສະອາດ, ປອດໄພ, ມີປະສິດທິພາບ, ຍືນຍົງ ແລະ ຮັບປະກັນນ້ຳດື່ມ ແລະ ນ້ຳໃຊ້ຂອງປະຊາຊົນ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ການຕິດຕາມກວດກາ ກ່ຽວກັບ ວຽກງານຄຸ້ມຄອງນ້ຳລິນ ເພື່ອເຮັດໃຫ້ການຄຸ້ມຄອງນຳໃຊ້ລະບົບນ້ຳລິນ ມີຄວາມສະອາດ, ປອດໄພ, ມີ ປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງ ແນໃສ່ຮັບປະກັນໃຫ້ແກ່ການບໍລິໂພກ, ອຸປະໂພກ ແລະ ເປົ້າ ໜາຍອື່ນໆຢ່າງທົ່ວເຖິງ ແລະ ພຽງພໍ, ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດພະຍາດທີ່ປົນມານຳນໍຳ ເຮັດໃຫ້ປະຊາຊົນມີ ສຸຂະພາບແຂງແຮງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ມາດຕາ 2

ການຄຸ້ມຄອງນ້ຳລິນ ການຄຸ້ມຄອງນ້ຳລິນ ຂຽນຫຍໍ້ວ່າ "ຄນລ" ແມ່ນ ການປົກປັກຮັກສາ-ນຳໃຊ້ປ່າແຫຼ່ງນ້ຳ, ຫົວງານ, ລະບົບ ທໍ່ນ້ຳ, ອ່າງເກັບນ້ຳ, ສາຍກາບ, ກ໋ອກນ້ຳ ແລະ ອື່ນໆ ດ້ວຍການປະຕິບັດພັນທະ ແລະ ປະກອບສ່ວນຂອງພາກສ່ວນ ຕ່າງໆຂອງສັງຄົມ ເພື່ອເຮັດໃຫ້ລະບົບນ້ຳລິນສາມາດນຳໃຊ້ໄດ້ຢ່າງຍາວນານ ແລະ ມີຄຸນນະພາບ.ພູ່ 1

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 40 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ