ຂໍ້ຕົກລົງ ວ່າດ້ວຍ ການກຳນົດລາຄາຫົວໜ່ວຍຊົດເຊີຍ ຜົນກະທົບຈາກບັນດາໂຄງການພັດທະນາທົ່ວແຂວງ ໄຊສົມບູນ

关于确定赛宋本省各发展项目影响补偿单价的决定

Decision on Determining Compensation Rates for Impacts of Development Projects in Xaisomboun Province

ບົດສະຫຼຸບ

ກົດໝາຍວ່າດ້ວຍການກຳນົດລາຄາຊົດເຊີຍ, ຫຼັກການ ແລະ ວິທີການສຳລັບທີ່ດິນ, ອາຄານ, ພືດຜົນ ແລະ ຄວາມເສຍຫາຍອື່ນໆ ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຂອງລັດ, ລັດວິສາຫະກິດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃນແຂວງໄຊສົມບູນ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ໄດ້ຮັບຜົນກະທົບຢ່າງຍຸດຕິທຳ ແລະ ສົມເຫດສົມຜົນ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບ ແລະ ມາດຕະການ ກ່ຽວກັບການປະເມີນລາຄາຕໍ່ຜົນ ກະທົບ ທີ່ຕ້ອງໄດ້ຊົດເຊີຍຈາກບັນດາໂຄງການພັດທະນາທົ່ວແຂວງ ໄຊສົມບູນ, ແນໃສ່ເຮັດໃຫ້ບັນດາ ໂຄງການລົງທຶນຂອງລັດ, ລັດວິສາຫະກິດ, ເອກະຊົນ ພາຍໃນ ແລະ ຕ່າງປະເທດ ໄດ້ຮັບການພັດທະນາ ໃຫ້ມີຄຸນນະພາບ, ຍືນຍົງ ຕາມຄາດໝາຍທີ່ວາງໄວ້ ແລະ ເພື່ອປົກປັກຮັກສາຊັບສົມບັດ, ກຳມະສິດຂອງ ປະຊາຊົນບັນດາເຜົ່າ ດ້ວຍການຊົດເຊີຍເປັນເງິນ ຫຼື ທີ່ດິນ ເພື່ອຮັບປະກັນໃນການແກ້ໄຂຜົນກະທົບ ລະຫວ່າງ ເຈົ້າຂອງໂຄງການ ແລະ ບຸກຄົນ, ນິຕິບຸກຄົນ ຜູ້ທີ່ຖືກຜົນກະທົບໃຫ້ໄດ້ຮັບຄວາມເປັນທຳ. 1

ມາດຕາ 2

ການກຳນົດລາຄາຫົວຫ່ວຍຊົດເຊີຍ ຜົນກະທົບຈາກບັນດາໂຄງການພັດທະນາ ການກຳນົດລາຄາຫົວຫ່ວຍຊົດເຊີຍ ຜົນກະທົບຈາກບັນດາໂຄງການພັດທະນາທົ່ວແຂວງ ໄຊ ສົມບູນ ແມ່ນການກຳນົດລາຄາຕາມແຕ່ລະເຂດ ຢູ່ໃນແຕ່ລະທ້ອງຖິ່ນ ໂດຍອີງໃສ່ຈຸດພິເສດທາງດ້ານທີ່ ຕັ້ງພູມສັນຖານ, ໂຄງລ່າງພື້ນຖານ ແລະ ລະດັບການຂະຫຍາຍຕົວຂອງເສດຖະກິດໃນແຕ່ລະໄລຍະ ເຊັ່ນ: ການຊົດເຊີຍລາຄາທີ່ດິນ, ສິ່ງປຸກສ້າງ, ຜົນລະປູກ ແລະ ຜົນກະທົບອື່ນໆ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 25 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ