ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຄູ, ນັກຮຽນ ແລະ ສະຖານການສຶກສາ ສາຍສາມັນ ຢູ່ແຂວງອຸດົມໄຊ
关于乌多姆赛省普通教育系列教师、学生及教育机构管理的协议
Agreement on Management of Teachers, Students, and Educational Institutions in the General Education System of Oudomxay Province
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ກຳນົດການຄຸ້ມຄອງຄູ, ນັກຮຽນ ແລະ ສະຖານການສຶກສາສາມັນທັງລັດ ແລະ ເອກະຊົນ ແຂວງອຸດົມໄຊ, ລວມທັງຄະນະບໍລິຫານງານ, ສິດ ແລະ ໜ້າທີ່ຂອງຄູ ແລະ ນັກຮຽນ, ຂໍ້ຫ້າມ, ການໃຫ້ຄະແນນຄຸນສົມບັດ ແລະ ມາດຕະການທາງວິໄນ, ການລົງໂທດສະຖານບັນເທີງທີ່ກ່ຽວຂ້ອງກັບເຫຼົ້າ ແລະ ຢາເສບຕິດ, ໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາ, ຂໍ້ກຳນົດສຳລັບສະຖານການສຶກສາ, ຄອບຄົວ ແລະ ຫົວໜ່ວຍທຸລະກິດ, ພ້ອມທັງການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງຄູ, ນັກຮຽນ ແລະ ສະຖານການສຶກສາສາຍສາມັນ ເພື່ອຮັບປະກັນໃຫ້ຖືກເປົ້າໝາຍ ສົມເຫດສົມຜົນ ແລະ ມີປະສິດທິພາບ, ພ້ອມທັງປົກປັກຮັກສາສະຖານການສຶກສາ, ປົກປ້ອງ, ຄຸ້ມຄອງ ຄູ ແລະ ນັກຮຽນ ໃຫ້ ມີຄວາມເປັນລະບຽບຮຽບຮ້ອຍ. ກຳນົດລະບຽບໃນການເຄື່ອນໄຫວວຽກງານຕ່າງໆ ໃຫ້ບັນລຸຕາມວັດຖຸປະສົງ ແລະ ເປົ້າໝາຍ ຂອງການສຶກສາແຫ່ງຊາດ. ສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ມີ ຄວາມແໜ້ນແຟ້ນ. ພັດທະນາການຮຽນ-ການສອນ ແລະ ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ດີຂຶ້ນຕາມທິດຍືນຍົງ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ພ້ອມທັງປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຂວງ. ມາດຕາ ຂ ການຄຸ້ມຄອງຄູ, ນັກຮຽນ ແລະ ສະຖານການສຶກສາ ການຄຸ້ມຄອງຄູ, ນັກຮຽນ ແລະ ສະຖານການສຶກສາ ສາຍສາມັນ ແມ່ນການປະຕິບັດແນວທາງນະ ໂຍບາຍການສຶກສາແຫ່ງຊາດ ຕາມການແບ່ງຂັ້ນຄຸ້ມຄອງໂດຍການມີສ່ວນຮ່ວມຂອງອົງການປົກຄອງ ແລະ ຊຸມຊົນໃນທ້ອງຖິ່ນ ເຮັດໃຫ້ລູກຫຼານຂອງປະຊາຊົນໄດ້ເຂົ້າຮຽນຕາມເກນອາຍຸ. ເພື່ອພັດທະນາວຽກງານດັ່ງ ກ່າວໃຫ້ໄດ້ມາດຕະຖານ, ມີຄຸນນະພາບ , ມີຄວາມຍືນຍົງ, ແນໃສ່ພັດທະນາຊັບພະຍາກອນມະນຸດໃຫ້ກາຍ ເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນານ 1 ງານ, ມີສຸຂະພາບພະລານາໄມ , ຮູ້ຮັກ ແລະ ສົ່ງເສີມສິລະປະວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງທ້ອງຖິ່ນ ແລະ ຂອງຊາດ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 57 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ