ຄຳແນະນຳ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ, ອັດຕາແລກປ່ຽນ ແລະ ລາຄາສິນຄ້າ ຢູ່ພາຍໃນແຂວງ ໄຊຍະບູລີ
关于加强解决沙耶武里省内经济金融突出问题、通货膨胀问题、汇率及物价问题的指导意见
Guidelines on Strengthening Resolution of Acute Economic and Financial Issues, Inflation, Exchange Rate, and Price Problems in Xayaboury Province
ບົດສະຫຼຸບ
ເຈົ້າແຂວງໄຊຍະບູລີ ອອກຄຳແນະນຳເພື່ອເພີ່ມທະວີການແກ້ໄຂບັນຫາເສດຖະກິດ-ການເງິນທີ່ຮີບດ່ວນ, ໄພເງິນເຟີ້, ອັດຕາແລກປ່ຽນ ແລະ ລາຄາສິນຄ້າ ໃນແຂວງ ໂດຍອີງໃສ່ມະຕິກົມການເມືອງສູນກາງພັກ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ, ມອບໃຫ້ພະແນກການ, ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດມາດຕະການສະກັດກັ້ນໄພເງິນເຟີ້, ອັດຕາແລກປ່ຽນ ແລະ ລາຄາສິນຄ້າ.
ມາດຕາ
ມາດຕາ 1
ເພື່ອຈັດຕັ້ງປະຕິບັດມະຕິຂອງຄະນະກຳມະການການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການແກ້ໄຂບັນຫາເສດຖະກິດ-ການເງິນທີ່ຫຍຸ້ງຍາກ ແລະ ຮີບດ່ວນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ສະບັບເລກທີ 19/ຄກສພ, ວັນທີ 30 ມິຖຸນາ 2023), ປະຕິບັດຕາມຄຳສັ່ງຊີ້ນຳຂອງຄະນະກຳມະການການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ (ຕາມໜັງສືສະບັບເລກທີ 48/ສພສ, ວັນທີ 13 ກໍລະກົດ 2023), ພ້ອມທັງມະຕິຕ່າງໆທີ່ຜ່ານກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ແລະ ຄຳສັ່ງເລກທີ 13/ສພລ, ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ເກີດຜົນດີ, ພ້ອມທັງເປັນພື້ນຖານໃຫ້ບັນດາຂະແໜງການຂັ້ນແຂວງ, ອົງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງຂັ້ນເມືອງ ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ລາຄາສິນຄ້າ ຢ່າງຍືດຫຍຸ່ນ ແລະ ໄດ້ຮັບຜົນດີ, ເຈົ້າແຂວງຈຶ່ງອອກຄຳແນະນຳ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ