ດຳລັດ ວ່າດ້ວຍເລກປະຈຳຕົວຜູ້ເສຍອາກອນ
关于纳税人识别号的法令
Decree on Taxpayer Identification Numbers
ບົດສະຫຼຸບ
ລັດຖະບານແຫ່ງ ສປປ ລາວ ອອກດຳລັດ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ການອອກ ແລະ ການນຳໃຊ້ເລກປະຈຳຕົວຜູ້ເສຍອາກອນ, ຊີ້ແຈງອົງປະກອບຂອງເລກປະຈຳຕົວ, ການຂໍອອກ ແລະ ການນຳໃຊ້, ການສິ້ນສຸດ, ໜ້າທີ່ຂອງຂະແໜງການຕ່າງໆ, ການກະທຳທີ່ຖືກຫ້າມ ແລະ ການລົງໂທດຜູ້ລະເມີດ. ດຳລັດສະບັບນີ້ຍົກເລີກດຳລັດສະບັບເລກທີ 354/ຫສນ ປີ 2007 ແລະ ມີຜົນສັກສິດແຕ່ວັນທີ 27 ກໍລະກົດ 2023.
ມາດຕາ
ມາດຕາ 1
ຈຸດປະສົງ ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການອອກ ແລະ ການນຳໃຊ້ເລກປະຈຳຕົວຜູ້ເສຍອາກອນ ເພື່ອເຮັດໃຫ້ການຄຸ້ມຄອງຖານຂໍ້ມູນຂ່າວສານ ຈາກການດຳເນີນທຸລະກິດ ຫຼື ການປະກອບອາຊີບ ຂອງຜູ້ເສຍອາກອນ ມີຄວາມຊັດເຈນ, ທັນສະໄໝ ແລະ ມີປະສິດທິພາບ ແນໃສ່ຮັບປະກັນການເກັບລາຍຮັບສ່ວຍສາອາກອນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍ.
ມາດຕາ 2
ເລກປະຈຳຕົວຜູ້ເສຍອາກອນ ເລກປະຈຳຕົວຜູ້ເສຍອາກອນ ແມ່ນ ເລກລະຫັດຂອງຜູ້ມີພັນທະເສຍອາກອນ ຢູ່ ສປປ ລາວ ເພືອຄຸ້ມຄອງ ແລະ ຕິດຕາມ ກວດກາ ໃນລະບົບຂໍ້ມູນການເສຍ ແລະ ການມອບອາກອນ.
ມາດຕາ 3
ເປົ໊າໜາຍຜູ້ມີເລກປະຈຳຕົວຜູ້ເສຍອາກອນ ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ , ນິຕິບຸກຄົນ ຫຼື ການຈັດຕັງ ທີດຳເນີນ ທຸລະກິດ ຫຼື ເຄືອນໄຫວອືນ ທີມີລາຍໄດ້ຢູ່ໃນ ຫຼື ນອກ ສປປ ລາວ ຊຶງເກີດມີພັນທະສ່ວຍສາອາກອນ ຕາມກົດ ໜາຍ ແລະ ລະບຽບການ ຕ້ອງມີເລກປະຈຳຕົວຜູ້ເສຍອາກອນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ