ຄຳແນະນຳ ວ່າດ້ວຍການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

关于执行经济纠纷解决结果的指导意见

Guidance on Implementation of Economic Dispute Resolution Outcomes

ບົດສະຫຼຸບ

ກະຊວງຍຸຕິທຳ ອອກຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດຜົນການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ (ລວມທັງຂໍ້ຕົກລົງໄກ່ເກ່ຍ, ການຕົກລົງກ່ອນການຊີ້ຂາດ ແລະ ຄຳຊີ້ຂາດຂອງອະນຸຍາຕຸລາການ), ຊີ້ແຈງສອງວິທີຄື: ການຈັດຕັ້ງປະຕິບັດໂດຍຄູ່ກໍລະນີເອງ ແລະ ການຈັດຕັ້ງປະຕິບັດໂດຍອົງການບັງຄັບໃຊ້ຄຳພິພາກສາຂອງສານ, ພ້ອມທັງຂໍ້ກຳນົດການຈັດຕັ້ງປະຕິບັດ. ຄຳແນະນຳສະບັບນີ້ຍົກເລີກຄຳແນະນຳສະບັບເລກທີ 226/ຍທ.

ມາດຕາ

ມາດຕາ 1

ຈຸດປະສົງ. ໜຶ່ງ, ເພື່ອໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ, ອົງການບັງຄັບໃຊ້ຄຳຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ມີພື້ນຖານໃນການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ; ສອງ, ເພື່ອໃຫ້ຄູ່ກໍລະນີ, ພະນັກງານຂອງອົງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ແລະ ອົງການບັງຄັບໃຊ້ຄຳຕັດສິນຂອງສານ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງອື່ນໆ ຮູ້, ເຂົ້າໃຈ ແລະ ຮັບຜິດຊອບໃນການປະຕິບັດໜ້າທີ່ຂອງການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດຢ່າງຕັ້ງໜ້າ; ສາມ, ເພື່ອຮັບປະກັນການປະຕິບັດຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດໃຫ້ມີຄວາມຍຸຕິທຳ, ວ່ອງໄວ, ສອດຄ່ອງກັບກົດໝາຍ ແລະ ບັນລຸຜົນໃນພາກປະຕິບັດຕົວຈິງ, ເພື່ອເພີ່ມທະວີຄວາມເຊື່ອໝັ້ນຂອງຄູ່ກໍລະນີ ແລະ ສັງຄົມ.

ມາດຕາ 2

ຄວາມໝາຍ ແລະ ຄວາມສຳຄັນຂອງການປະຕິບັດຜົນການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ. ການປະຕິບັດຜົນການແກ້ໄຂຂໍ້ຂັດແຍ່ງທາງເສດຖະກິດ ໝາຍເຖິງ ການນຳເອົາຂໍ້ຕົກລົງທີ່ຄູ່ກໍລະນີຕົກລົງກັນໃນການໄກ່ເກ່ຍ, ຂໍ້ຕົກລົງທີ່ຄູ່ກໍລະນີຕົກລົງກັນກ່ອນການຕັດສິນ, ຄຳຕັດສິນຂອງອະນຸຍາຕຸການ ມາໃຫ້ຄູ່ກໍລະນີປະຕິບັດ ແລະ ໃຫ້ອົງການບັງຄັບຄະດີຕາມຄຳຕັດສິນຂອງສານ ດຳເນີນການປະຕິບັດຢ່າງຖືກຕ້ອງ ແລະ ຖືກຕ້ອງຕາມກົດໝາຍ ເພື່ອຟື້ນຟູສິດ ແລະ ຜົນປະໂຫຍດທີ່ຖືກລະເມີດ ຫຼື ສູນເສຍໄປຂອງບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ແລະ ສ້າງບັນຍາກາດ ແລະ ສະພາບແວດລ້ອມທີ່ດີ ໃຫ້ແກ່ການດຳເນີນທຸລະກິດ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ