ຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ (ແຂວງໄຊຍະບູລີ)

关于进一步加强森林、林地的管理、保护、开发与使用,防范和制止侵占毁林、毁坏林地及森林蔓延火灾的命令(赛雅武里省)

Order on Further Strengthening Management, Protection, Development, and Use of Forests and Forest Land, Preventing and Stopping Encroachment, Deforestation, Forest Land Destruction, and Forest Fire Spread (Saiyabouly Province)

ບົດສະຫຼຸບ

ເຈົ້າແຂວງໄຊຍະບູລີ ອອກຄຳສັ່ງໃນປີ 2023 ເພື່ອຈັດຕັ້ງບັນດາຂະແໜງການ ແລະ 11 ເມືອງທົ່ວແຂວງ ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້ ແລະ ດິນປ່າ, ສະກັດກັ້ນ ແລະ ປາບປາມການບຸກລຸກທຳລາຍປ່າ, ການຊື້-ຂາຍດິນ, ການຖາງປ່າເຮັດໄຮ່ ແລະ ໄຟໄໝ້ປ່າ, ພ້ອມທັງລະບຸຂໍ້ຫ້າມ ແລະ ຂໍ້ກຳນົດການຈັດຕັ້ງປະຕິບັດ, ຕັ້ງເປົ້າໝາຍໃຫ້ປ່າໄມ້ກວມ 60% ໃນປີ 2025 ແລະ 70% ໃນປີ 2030.

ມາດຕາ

ມາດຕາ 1

ອີງຕາມມາດຕາ 20 ຂອງພາກທີ 1 ແຫ່ງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສປປ ລາວ (ສະບັບປັບປຸງ ເລກທີ 68/ສພຊ ລົງວັນທີ 14 ທັນວາ 2015) ກ່ຽວກັບສິດ ແລະ ໜ້າທີ່ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ; ອີງຕາມຄຳສັ່ງເລກທີ 11/ນຍ ລົງວັນທີ 21 ກໍລະກົດ 2023 ຂອງນາຍົກລັດຖະມົນຕີ. ໃນໄລຍະຜ່ານມາ, ແຂວງໄຊຍະບູລີຂອງຂ້າພະເຈົ້າ ໄດ້ເກີດປະກົດການບຸກລຸກທຳລາຍປ່າໃນເຂດປ່າສະຫງວນ, ເຂດຫ້າມ, ຕາມເສັ້ນຊາຍແດນ, ການຈັບຈອງ, ຊື້ຂາຍທີ່ດິນປ່າ, ການຖາງປ່າເພື່ອຂະຫຍາຍພື້ນທີ່ຜະລິດໂດຍບໍ່ໄດ້ຮັບອະນຸຍາດ, ຕະຫຼອດຮອດການຈູດໄຟເປັນກຸ່ມກ້ອນ ແລະ ເປັນຂະບວນ ເຊິ່ງນັບມື້ນັບເພີ່ມຂຶ້ນໃນແຕ່ລະປີ, ເຮັດໃຫ້ພື້ນທີ່ປ່າໄມ້ຫຼຸດລົງ, ສະພາບອາກາດຜິດປົກກະຕິ, ໂດຍສະເພາະແມ່ນບັນຫາຄວັນພິດ (PM2.5), ແມ່ນ້ຳລຳເຊຕ່າງໆແຫ້ງເຫຼືອ, ສັດປ່າເສຍແຫຼ່ງທີ່ຢູ່ອາໄສ ແລະ ສູນພັນ. ດັ່ງນັ້ນ, ເພື່ອສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວໃຫ້ຫຼຸດລົງ ແລະ ຢຸດຕິຢ່າງສິ້ນເຊີງບັນດາກິດຈະກຳທີ່ທຳລາຍຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນ, ພ້ອມທັງເພື່ອມຸ່ງໄປສູ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ພັກແຂວງ ໂດຍເນັ້ນໃສ່ການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າ ເພື່ອໃຫ້ກວມເອົາປ່າໄມ້ທົ່ວແຂວງບັນລຸ 60% ໃນປີ 2025 ແລະ 70% ໃນປີ 2030 (ຕາມແຜນຍຸດທະສາດການພັດທະນາ ແລະ ຄຸ້ມຄອງປ່າໄມ້ຂອງແຂວງ), ພ້ອມທັງຮັບປະກັນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້ແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຂະຫຍາຍຕົວຂຶ້ນເທື່ອລະກ້າວ, ເຈົ້າແຂວງຈຶ່ງອອກຄຳສັ່ງ:

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 18 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ