ຄຳແນະນຳ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ (ແຂວງໄຊຍະບູລີ ເລກທີ 60/ຈຂ.ຊຍ)
关于进一步加强森林、林地及森林资源管理、保护、开发与使用的指导意见(赛雅武里省第60/ຈຂ.ຊຍ号)
Guidance on Further Strengthening Management, Protection, Development, and Use of Forests, Forest Land, and Forest Resources (Saiyabouly Province No. 60/ຈຂ.ຊຍ)
ບົດສະຫຼຸບ
ເຈົ້າແຂວງໄຊຍະບູລີ ອອກຄຳແນະນຳປີ 2019 ເພື່ອມອບໃຫ້ພະແນກການ ແລະ ຫ້ອງການຂັ້ນເມືອງ ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ກຳນົດການໂຄສະນາ, ການກວດກາ, ການນຳໃຊ້ທີ່ດິນຄ້ອຍ, ອຳນາດການກວດກາ, ຂໍ້ຫ້າມ ແລະ ມາດຕະການລົງໂທດຜູ້ລະເມີດ, ເພື່ອແນໃສ່ໃຫ້ກວມເອົາປ່າໄມ້ 70% ຂອງແຂວງໃນປີ 2020.
ມາດຕາ
ມາດຕາ 1
ມອບໃຫ້ບັນດາກົມ, ຂະແໜງການຂຶ້ນກັບແຂວງ, ອົງການ, ອົງການທຽບເທົ່າ, ເມືອງ ແລະ ອົງການປົກຄອງບ້ານ ໃນທົ່ວແຂວງ ຈົ່ງເອົາໃຈໃສ່ໃນການເຜີຍແຜ່, ອົບຮົມ ລະບຽບການ, ກົດໝາຍ ແລະ ນິຕິກຳ ກ່ຽວກັບວຽກງານປ່າໄມ້ ໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ ແລະ ປະຊາຊົນບັນດາເຜົ່າ ໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງ ກ່ຽວກັບວຽກງານປ່າໄມ້, ໃຫ້ທຸກຂະແໜງການ ແລະ ທຸກຊັ້ນຄົນ ຮັບຮູ້ເຖິງຜົນປະໂຫຍດຂອງປ່າໄມ້, ຜະລິດຕະພັນປ່າໄມ້, ສັດນ້ຳ ແລະ ສັດປ່າ ຕະຫຼອດຮອດໄພອັນຕະລາຍຈາກການຕັດໄມ້ທຳລາຍປ່າ ແລະ ໄຟໄໝ້ປ່າ, ສ້າງຈິດສຳນຶກໃນການນຳໃຊ້ຊັບພະຍາກອນປ່າໄມ້ຢ່າງປະຢັດ ໃນທົ່ວສັງຄົມ, ເພື່ອນຳໄປສູ່ການຮ່ວມມືກັນຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້, ສິ່ງແວດລ້ອມທຳມະຊາດ ແລະ ຊີວະນາໆພັນ, ໃຫ້ທຳມະຊາດອຸດົມສົມບູນ ແລະ ລະບົບນິເວດມີຄວາມສົມດຸນ.
ມາດຕາ 2
ມອບໃຫ້ບັນດາກົມ, ອົງການທຽບເທົ່າ, ອຳນາດການປົກຄອງເມືອງ ແລະ ຫ້ອງການຂັ້ນເມືອງ, ອຳນາດການປົກຄອງບ້ານ ຈົ່ງເອົາໃຈໃສ່ຕໍ່ການສຶກສາອົບຮົມ, ກວດກາພະນັກງານ, ສະມາຊິກພັກໃນຂົງເຂດຂອງຕົນ ເພື່ອໃຫ້ເຊົາການບຸກລຸກທີ່ດິນປ່າ, ຖາງປ່າເຮັດໄຮ່ ແລະ ສືບຕໍ່ກວດກາ, ຍຶດເອົາປືນລ່າເນື້ອ, ປືນອັດລົມ, ປືນພື້ນເມືອງ, ປືນຍິງລູກຕະກຸນ, ປືນຍິງລູກສັງກະສີ, ປືນໃຫຍ່, ວັດຖຸລະເບີດ, ເຄື່ອງຊ໊ອກປາ ທີ່ຖືຄອງໂດຍບໍ່ຖືກຕ້ອງຕາມກົດໝາຍ ເພື່ອຢຸດຕິການນຳໃຊ້ໃນທາງທີ່ຜິດ - ການກະທຳເຫຼົ່ານີ້ໄດ້ສ້າງຄວາມເສຍຫາຍຕໍ່ພາບພົດ, ຖານະ ແລະ ກຽດສັກສີຂອງຊາດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 13 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ