ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍການສິນຄ້າຄຸ້ມຄອງໃນການ ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ
关于通过临时进口、临时出口、进口转出口及过境管制商品清单的决定
Decision on List of Goods Subject to Temporary Import, Temporary Export, Import for Re-export, and Transit Control
ບົດສະຫຼຸບ
ກະຊວງອຸດສາຫະກຳ ແລະ ການຄ້າ ອອກລະບຽບການກ່ຽວກັບສິນຄ້າຄຸ້ມຄອງ ທີ່ນຳເຂົ້າຊົ່ວຄາວ, ນຳອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກ ແລະ ຜ່ານແດນ, ແບ່ງອອກເປັນ 3 ປະເພດ: ຕ້ອງຂໍອະນຸຍາດກ່ອນ, ຫ້າມ ແລະ ສະຫງວນ (ແນບບັນຊີສິນຄ້າ/ສານເຄມີຕາມລະຫັດ HS), ພ້ອມກຳນົດເງື່ອນໄຂການຂໍອະນຸຍາດ, ການປັບປຸງບັນຊີ ແລະ ການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ 1
ລາຍການສິນຄ້າຄຸ້ມຄອງໃນການ ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພືອສົ່ງອອກຕໍ່ ແລະ ຜານແດນ ກະຊວງອຸດສາຫະກຳ ແລະ ການຄ້າ ຕົກລົງຮັບຮອງເອົາລາຍການສິນຄ້າຄຸ້ມຄອງໃນການນຳເຂົ້າ ຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພືອສົ່ງອອກຕໍ່ ແລະ ຜ່ານແດນ ໂດຍແປງເປັນ 3 ລາຍການສິນຄ້າ ດັ່ງນີ້: 1. ລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພືອສົ່ງອອກຕໍ່ ແລະ ຜ່ານແດນ (ຕາມເອກະສານຊ້ອນທ້າຍ 1); 2. ລາຍການສິນຄ້າເກືອດຫ້າມ ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພືອສົ່ງອອກຕໍ່ ແລະ ຜ່ານແດນ (ຕາມເອກະສານຊ້ອນທ້າຍ 2); 3. ລາຍການສິນຄ້າສະຫງວນ ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພືອສົ່ງອອກຕໍ່ ແລະ ຜ່ານແດນ (ຕາມເອກະສານຊ້ອນທ້າຍ 3).
ມາດຕາ 2
ສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການ ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການ ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ແມ່ນປະເພດສິນຄ້າທີ່ນອນໃນບັນຊີສິນຄ້າຄຸ້ມຄອງຂອງຂະແໜງການ ແລະ ຕ້ອງໄດ້ ຮັບອະນຸຍາດຈາກຂະແໜງການດັ່ງກ່າວ ກ່ອນຈະດຳເນີນການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳ ເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ໂດຍມີຈຸດປະສົງແນໃສ່ເພື່ອ ຕິດຕາມ, ກວດກາ, ຄຸ້ມຄອງ ການນຳ ໃຊ້ໃຫ້ຖືກເປົ້າໝາຍ ແລະ ປ້ອງກັນການລັກລອບເຂົ້າມາຈຳໜ່າຍພາຍໃນ, ຮັບປະກັນວ່າສິນຄ້າດັ່ງກ່າວ ຈະຖືກສົ່ງອອກໄປຕ່າງປະເທດ ຫຼື ນຳເຂົ້າມາຄືນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ຂອງ ສປປ ລາວ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ