ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ກ່ຽວກັບການນຳເຂົ້າ-ສົ່ງອອກ ສິນຄ້າ ແລະ ການບໍລິການ

关于进出口商品与服务外汇管理的决定

Decision on Foreign Exchange Management for Import and Export of Goods and Services

ບົດສະຫຼຸບ

ທະນາຄານແຫ່ງ ສປປ ລາວ ອອກຂໍ້ຕົກລົງ ກຳນົດຫຼັກການຄຸ້ມຄອງເງິນຕາຕ່າງປະເທດສຳລັບການນຳເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ, ການຈົດທະບຽນ ແລະ ເປີດບັນຊີ, ການຊຳລະເງິນ ແລະ ການຮັບເງິນ, ການກະທຳທີ່ຖືກຫ້າມ, ໜ້າທີ່ຂອງອົງການຄຸ້ມຄອງ ແລະ ມາດຕະການລົງໂທດຜູ້ລະເມີດ, ເພື່ອໃຫ້ການຊຳລະເງິນ ແລະ ການຮັບເງິນຜ່ານລະບົບທະນາຄານ, ເພີ່ມທະວີຄວາມສາມາດໃນການຊຳລະໜີ້ສິນຕ່າງປະເທດ ແລະ ທຶນສຳຮອງເງິນຕາຕ່າງປະເທດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງເງິນຕາຕາງປະເທດ ກ່ຽວກັບການນຳເຂົ້າ-ສົ່ງອອກ ສິນຄ້າ ແລະ ການບໍລິການ ເພື່ອຊຸກຍູ້ບຸລະກຳການຊຳລະ ແລະ ຮັບຊຳລະ ຄ່າ ສິນຄ້າ ແລະ ການບໍລິການກັບຕາງປະເທດ ຜ່ານລະບົບທະນາຄານ ແນໃສ່ສ້າງຄວາມເຂັ້ມແຂງຖານະຊຳລະກັບ ຕາງປະເທດ ແລະ ຄັງສຳຮອງເງິນຕາຕາງປະເທດ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງ ຊາດ.

ມາດຕາ 2

ການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນຳເຂົ້າ-ສົ່ງອອກ ສິນຄ້າ ແລະ ການບໍລິການ ການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນຳເຂົ້າ-ສົ່ງອອກ ສິນຄ້າ ແລະ ການບໍລິການ ແມ່ນ ການຈັດຕັ້ງປະຕິບັດບັນດາຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຊຳລະ ແລະ ຮັບຊຳລະ ຄ່າ ສິນຄ້າ ແລະ ການບໍລິການກັບຕ່າງປະເທດ ຂອງຜູ້ນຳເຂົ້າ-ສົ່ງອອກ ຜ່ານລະບົບທະນາຄານ ໂດຍສອດຄ່ອງກັບຂໍ້ ຕົກລົງສະບັບນີ້ ແລະ ລະບຽບການທີ່ກ່ຽວຂ້ອງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 24 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ