ຂໍ້ຕົກລົງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຫົວພັນ
关于华潘省毒品控制、查禁与禁毒基金的决定
Decision on Drug Control, Suppression, and Anti-Drug Fund in Huaphan Province
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການສ້າງຕັ້ງ, ການຄຸ້ມຄອງ, ການນຳໃຊ້ ແລະ ການຕິດຕາມກວດກາກອງທຶນຄວບຄຸມ, ສະກັດກັ້ນ ແລະ ປາບປາມຢາເສບຕິດຂັ້ນແຂວງ ແລະ ຂັ້ນເມືອງ ແຂວງຫົວພັນ, ຊີ້ແຈງແຫຼ່ງທຶນ, ການເກັບກູ້, ການນຳໃຊ້, ອົງການຮັບຜິດຊອບ ແລະ ການຕິດຕາມກວດກາ ແລະ ການຊົມເຊີຍ ແລະ ການລົງໂທດ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບການສ້າງຕັ້ງ, ຄຸ້ມຄອງ, ນຳໃຊ້ແລະ ຕິດຕາມກວດກາກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຂັ້ນແຂວງ ແລະ ເມືອງ, ຊຸກຍູ້, ປຸກລະດົມ, ຂົນຂວາຍການປະກອບທຶນຈາກບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທຸກພາກ ສ່ວນທັງ ພາຍໃນ ແລະ ຕ່າງປະເທດ ເພື່ອຮັບໃຊ້ເຂົ້າໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ພາຍ ໃນແຂວງຫົວພັນ, ແນໃສ່ສ້າງບ້ານ, ໂຮງຮຽນ, ສະຖາບັນການສຶກສາ, ສຳນັກງານ, ອົງການປອດຢາເສບຕິດ, ເຮັດໃຫ້ແຂວງຫົວພັນມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ .ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງຫົວພັນ.
ມາດຕາ 2
ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແມ່ນກອງທຶນຂອງລັດທີ່ສ້າງຕັ້ງຂຶ້ນເພື່ອສະສົມ ທຶນຈາກງົບປະມານຂອງລັດ, ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງລາຍຮັບ, ລາຍຈ່າຍຂອງກອງທຶນໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິຜົນສູງ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 35 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ