关于华潘省毒品控制、查禁与禁毒基金的决定

ຂໍ້ຕົກລົງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຫົວພັນ

Decision on Drug Control, Suppression, and Anti-Drug Fund in Huaphan Province

简介

本决定规定华潘省省、县两级毒品控制、查禁与禁毒基金的设立、管理、使用与监督的原则、规章和措施,明确基金来源、收缴、使用、责任机构及监督奖惩等内容。 【OCR识别·机器翻译,未经律师终审,以官方PDF为准】

Summary

This decision stipulates principles, regulations, and measures for the establishment, management, use, and supervision of drug control, suppression, and anti-drug funds at provincial and district levels in Huaphan Province, specifying fund sources, collection, use, responsible agencies, and supervision rewards and penalties.

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການສ້າງຕັ້ງ, ການຄຸ້ມຄອງ, ການນຳໃຊ້ ແລະ ການຕິດຕາມກວດກາກອງທຶນຄວບຄຸມ, ສະກັດກັ້ນ ແລະ ປາບປາມຢາເສບຕິດຂັ້ນແຂວງ ແລະ ຂັ້ນເມືອງ ແຂວງຫົວພັນ, ຊີ້ແຈງແຫຼ່ງທຶນ, ການເກັບກູ້, ການນຳໃຊ້, ອົງການຮັບຜິດຊອບ ແລະ ການຕິດຕາມກວດກາ ແລະ ການຊົມເຊີຍ ແລະ ການລົງໂທດ.

条文

第1条

目的。本决定规定有关省、县两级毒品控制、查禁与禁毒基金的设立、管理、使用及监督检查的原则、规章和措施,鼓励、动员、筹集来自境内外个人、法人及各方组织的捐资,用于华潘省全省的毒品控制、查禁与禁毒工作,旨在建设无毒村庄、学校、教育机构、办公室和组织,使华潘省安宁、井然有序,为保卫和建设发展华潘省作出贡献。

ພາສາລາວ (老挝语原文)

ຈຸດປະສົງ ຂອງຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ, ມາດຕະການກ່ຽວກັບການສ້າງຕັ້ງ, ຄຸ້ມຄອງ, ນຳໃຊ້ແລະ ຕິດຕາມກວດກາກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຂັ້ນແຂວງ ແລະ ເມືອງ, ຊຸກຍູ້, ປຸກລະດົມ, ຂົນຂວາຍການປະກອບທຶນຈາກບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທຸກພາກ ສ່ວນທັງ ພາຍໃນ ແລະ ຕ່າງປະເທດ ເພື່ອຮັບໃຊ້ເຂົ້າໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ພາຍ ໃນແຂວງຫົວພັນ, ແນໃສ່ສ້າງບ້ານ, ໂຮງຮຽນ, ສະຖາບັນການສຶກສາ, ສຳນັກງານ, ອົງການປອດຢາເສບຕິດ, ເຮັດໃຫ້ແຂວງຫົວພັນມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ .ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງຫົວພັນ.

第2条

毒品控制、查禁与禁毒基金。毒品控制、查禁与禁毒基金是国家设立的基金,用以从国家预算、个人、法人、境内外组织积累资金,并使基金的收支管理做到透明、富有成效。

ພາສາລາວ (老挝语原文)

ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ແມ່ນກອງທຶນຂອງລັດທີ່ສ້າງຕັ້ງຂຶ້ນເພື່ອສະສົມ ທຶນຈາກງົບປະມານຂອງລັດ, ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງລາຍຮັບ, ລາຍຈ່າຍຂອງກອງທຶນໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິຜົນສູງ.

第3条

术语解释。本决定所使用的术语含义如下:1. 基金,指汇集多方捐资形成的收入;2. 控制,指对毒品的生产、加工、进口、出口、过境及使用进行管理、限制;3. 查禁,指以各种方法防止华潘省存在毒品;4. 禁毒,指打击违禁毒品,包括解决毒品造成的危害;5.「ຄກຄສຂ」,指省级毒品控制、查禁与禁毒基金责任委员会的缩写;6.「ຄກຄສມ」,指县级毒品控制、查禁与禁毒基金责任委员会的缩写;7.「ປກສ」,指公安(治安保卫)。

ພາສາລາວ (老挝语原文)

ອະທິບາຍຄຳສັບ ຄຳສັບທີໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ກອງທຶນ ໝາຍເຖິງ ລາຍຮັບທີ່ໄດ້ມາຈາກການປະກອບຂອງຫຼາຍພາກສ່ວນທ້ອນໂຮມເຂົ້າກັນ ເປັນກອງທຶນ; 2. ການຄວບຄຸມ ໝາຍເຖິງ ການດູແລຄຸ້ມຄອງ, ການຈຳກັດການຜະລິດ, ການປຸງແຕ່ງ, ການນຳເຂົ້າ, ການສົ່ງອອກ, ການນຳຜ່ານ ແລະ ການນຳໃຊ້ສານເສບຕິດ; 3. ການສະກັດກັ້ນ ໝາຍເຖິງ ການປ້ອງກັນບໍ່ໃຫ້ຢາເສບຕິດມີຢູ່ແຂວງຫົວພັນດ້ວຍວິທີການ ຕ່າງໆ: 4. ການຕ້ານຢາເສບຕິດ ໝາຍເຖິງ ການປາບປາມຢາເສບຕິດເກືອດຫ້າມ ລວມທັງການແກ້ໄຂ ຜົນຮ້າຍຈາກຢາເສບຕິດ; 5. ຄກຄສຂ ໝາຍເຖິງ ຊື່ຫຍໍ້ຄະນະຮັບຜິດຊອບກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບ ຕິດ ຂັ້ນແຂວງ; 6. ຄກຄສມ ໝາຍເຖິງ ຊື່ຫຍໍ້ຄະນະຮັບຜິດຊອບກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບ ຕິດ ຂັ້ນເມືອງ; 7. ປກສ ໝາຍເຖິງ ປ້ອງກັນຄວາມສະຫງົບ.

第4条

有关毒品控制、查禁与禁毒基金的原则。毒品控制、查禁与禁毒基金遵循如下原则:1. 符合党的方针政策、国家法律、省社会经济发展规划及有关解决毒品问题的国家议程;2. 保证经常性地跟踪、检查、总结、评价和报告;3. 平等、客观、透明、公正、公开且可核查;4. 有境内外个人、法人和组织参与;5. 协调配合、商议并请示指导。

ພາສາລາວ (老挝语原文)

ຫຼັກການກ່ຽວກັບກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດປະຕິບັດຕາມຫຼັກການ ດັ່ງນີ້: 1. ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ; 2. ຮັບປະກັນ ການຕິດຕາມ, ກວດກາ, ສະຫຼຸບ, ຕີລາຄາ ແລະ ລາຍງານປະຈຳເປັນປົກກະຕິ; 3. ສະເໝີພາບ, ພາວະວິໄສ, ໂປ່ງໃສ, ຍຸຕິທຳ, ເປີດເຜີຍ ແລະ ສາມາດກວດສອບໄດ້; 4. ມີສ່ວນຮ່ວມຂອງບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ; 5. ປະສານສົມທົບ, ປຶກສາຫາລື ແລະ ຂໍທິດຊີ້ນຳ.

第5条

国家有关毒品控制、查禁与禁毒基金的政策。国家重视毒品控制、查禁与禁毒基金工作,制定战略、行动计划、项目,提供信息、预算、人员、车辆、物资设备用于基金工作的管理,使之富有效率和成效;国家鼓励、扶持、动员境内外个人、法人及各方组织向毒品控制、查禁与禁毒基金捐助预算、资金、物资、设备,用于华潘省的毒品检查、抵御与查禁工作。

ພາສາລາວ (老挝语原文)

ນະໂຍບາຍຂອງລັດກ່ຽວກັບກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ , ລັດ ຖືສຳຕັນວຽກງານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ດ້ວຍການວາງຍຸດທະສາດ, ແຜນດຳເນີນງານ, ໂຄງການ, ສະໜອງຂໍ້ມູນຂ່າວສານ, ງົບປະມານ, ບຸກຄະລາກອນ, ພາຫະນະ, ວັດຖຸ ອຸປະກອນນຳໃຊ້ເຂົ້າໃນການບໍລິຫານວຽກງານຂອງກອງທຶນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ລັດ ຊຸກຍູ້, ສົງເສີມ, ປຸກລະດົມ ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນງົບປະມານ, ທຶນ, ວັດຖຸ, ອຸປະກອນ ເຂົ້າໃນວຽກງານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເພື່ອນຳໃຊ້ເຂົ້າໃນວຽກງານກວດກາ, ຕ້ານ ແລະ ສະກັດກັ້ນຢາເສບຕິດ ຢູ່ ແຂວງຫົວພັນ.

第6条

本决定的适用范围。本决定适用于华潘省全省范围内与毒品控制、查禁与禁毒工作相关的个人、法人及各方组织。

ພາສາລາວ (老挝语原文)

ຂອບເຂດການນຳໃຊ້ຂໍ້ຕົກລົງ ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກດົນ ແລະ ການຈັດຕັ້ງທຸກພາກສ່ວນທີ່ພົວພັນກັບວຽກ ງານຄວບຄຸມ, ສະກັດກັ້ນ ແລະ ຕ້ານປາເສບຕິດ ໃນຂອບເຂດທົ່ວແຂວງຫົວພັນ. . 2

第7条

对外联系与国际合作。华潘省鼓励并与外国、地区及国际开展合作,在毒品控制、查禁与禁毒基金工作中动员、争取资金和经验,依照法律规定的原则执行。第二节 毒品控制、查禁与禁毒基金的所在地、收入来源及收支管理。

ພາສາລາວ (老挝语原文)

ການພົວພັນ ແລະ ຮ່ວມມືສາກົນ ແຂວງຫົວພັນ ສົ່ງເສີມ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບລະດົມ, ຍາດເອົາ ທຶນຮອນ ແລະ ບົດຮຽນເຂົ້າໃນວຽກງານກອງທຶນຄວບຄຸມ , ສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍປະຕິບັດ ຕາມຫຼັກການທີ່ໄດ້ກຳນົດໄວ້ໃນກົດໝາຍ. ໝວດທີ 2 ທີ່ຕັ້ງ, ແຫຼ່ງລາຍຮັບ ແລະ ການຄຸ້ມຄອງລາຍຮັບ-ລາຍຈ່າຍ ຂອງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

第8条

基金的所在地。省级毒品控制、查禁与禁毒基金设于省公安司令部,县级设于华潘省各县公安司令部。

ພາສາລາວ (老挝语原文)

ທີ່ຕັ້ງຂອງກອງທຶນ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນແຂວງຕັ້ງຢູ່ກອງບັນຊາການ ປກສ ແຂວງ ແລະ ຂັ້ນເມືອງຕັ້ງຢູ່ກອງບັນຊາການ ປກສ ບັນດາເມືອງ ຂອງແຂວງຫົວພັນ.

第9条

基金的收入来源。毒品控制、查禁与禁毒基金的收入来源为:1. 国家每年的预算拨款;2. 依照2014年8月5日第267/ລບ号法令规定(或按各时期相关法律文件的变更),从人民法院判决的毒品案件罚款、变卖财产、物资、车辆、涉案物品中提取的70%;3. 经省、县毒品控制委员会主席同意,对吸毒者进行治疗、康复及职业培训的中心产品的销售收入;4. 公务员、国有企业、商业银行、武装力量人员的捐资,每人每年20,000基普;5. 公司、金融机构的捐资每年200,000基普,凡有营业登记(贸易、服务及生产)且年收入达50,000,000基普以上的一般店铺,每店每年100,000基普;6. 各村住户的捐资,每户每年5,000基普(经村政权机关证明的贫困户除外);已按第4、5项捐资的个人、法人、组织,不再在村里另缴;7. 来自筹资、国际各组织援助的收入及其他收入。

ພາສາລາວ (老挝语原文)

ແຫຼ່ງລາຍຮັບຂອງກອງທຶນ ແຫຼ່ງລາຍຮັບຂອງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດແມ່ນໄດ້ມາຈາກ: 1. ການຈັດສັນງົບປະມານຂອງລັດໃນແຕ່ລະປີ; 2. ຫັກຄ່າປັບໃໝ, ຂາຍຊັບສິນ, ວັດຖຸ, ພາຫະນະ, ຂອງກາງຄະດີຢາເສບຕິດທີ່ສານປະຊາຊົນຕັດສິນ 70% ຕາມທີ່ໄດ້ກຳນົດໄວ້ຢູ່ໃນດຳລັດສະບັບເລກທີ 267/ລບ, ລົງວັນທີ່ 5/8/2014 ຫຼື ເອົາຕາມການປ່ຽນແປງຂອງນິຕິກຳທີ່ກ່ຽວຂ້ອງໃນແຕ່ລະໄລຍະ; 3. ການຂາຍຜະລິດຕະພັນຂອງສູນປີ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບໃຫ້ຜູ້ຕິດຢາເສບຕິດ ຕາມການຕົກລົງເຫັນດີຂອງປະທານຄະນະກຳມະການຄວບຄຸມຢາເສບຕິດຂັ້ນແຂວງ, ເມືອງ; 4. ການປະກອບສ່ວນຂອງພະນັກງານ-ລັດຖະກອນ, ລັດວິສາຫະກິດ, ທະນາຄານທຸລະກິດ, ກຳລັງປະກອບອາວຸດ 20.000 ກີບ/ຄົນ/ປີ; 5. ການປະກອບສ່ວນຂອງບໍລິສັດ, ສະຖາບັນການເງິນ 200.000 ກີບ/ປີ, ຫ້າງຮ້ານທົ່ວໄປທີ່ມີທະບຽນທຸລະກິດ (ການຄ້າ, ການບໍລິການ ແລະ ການຜະລິດ) ເຊິ່ງມີລາຍຮັບ 50.000.000 ກີບ/ປີ ຂຶ້ນໄປ ຈຳນວນ 100.000 ກີບ/ຮ້ານ/ປີ; 6. ການປະກອບສ່ວນຂອງຄົວເຮືອນຢູ່ບັນດາບ້ານ ຄົວເຮືອນລະ 5.000 ກີບ/ຄົວເຮືອນ/ປີ (ຍົກເວັ້ນຄົວເຮືອນທຸກຍາກຊຶ່ງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ): ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງເຊິ່ງໄດ້ປະກອບສ່ວນຕາມທີ່ລະບຸໄວ້ຢູ່ໃນຂໍ້ທີ 4, 5 ແລ້ວຈະບໍ່ໄດ້ເສຍຢູ່ບ້ານອີກ; 7. ໄດ້ມາຈາກການລະດົມທຶນ, ການຊ່ວຍເຫຼືອຈາກອົງການຈັດຕັ້ງຕ່າງໆ ຂອງສາກົນ ແລະ ລາຍຮັບອື່ນໆ.

第10条

基金资金的收缴。1. 一切国家机关、国有企业、商业银行、武装力量,由其本部门财务人员负责收缴,按年收取;2. 住户、公司、金融机构、一般店铺(贸易、服务及生产)的捐资,设在哪个村就由该村村长负责收缴,按年收取,由基金责任委员会提供资料;3. 来自毒品案件罚款的资金,交由司法部门收缴;4. 人民法院判决的毒品案件财产、物资、车辆、涉案物品的变卖,交由财政厅收缴;5. 驻省、县公安司令部的常驻秘书处负责收缴第9条第3项及第7项所列资金;6. 国际各组织的援助、筹资及其他收入,由基金秘书处负责。

ພາສາລາວ (老挝语原文)

ການຈັດເກັບເງິນເຂົ້າກອງທຶນ 1. ທຸກອົງການຈັດຕັ້ງຂອງລັດ, ລັດວິສາຫະກິດ, ທະນາຄານທຸລະກິດ, ກຳລັງປະກອບອາວຸດ ແມ່ນ ມອບໃຫ້ພະນັກງານການເງິນຂະແບງການຂອງຕົນເປັນຜູ້ຈັດເກັບ, ເກັບເປັນປີ; 2. ສຳລັບການປະກອບສ່ວນຂອງຄອບດົວ, ບໍລິສັດ, ສະຖາບັນການເງິນ, ຫ້າງຮ້ານຫົ່ວໄປ (ການຄ້າ, ການບໍລິການ ແລະ ການຜະລິດ) ທີ່ຕັ້ງຢູ່ບ້ານໃດແມ່ນນາຍບ້ານນັ້ນເປັນຜູ້ຈັດເກັບ, ເກັບເປັນປີ ໂດຍແມ່ນ ຄະນະຮັບຜິດຊອບກອງທຶນເປັນຜູ້ສະໜອງຂໍ້ມູນໃຫ້; 3. ເງິນທີ່ໄດ້ມາຈາກຄ່າປັບໃບນຄະດີຢາເສບຕິດແມ່ນມອບໃຫ້ຂະແຫງງການຍຸຕິທຳຈັດເກັບ; 4. ການຂາຍຊັບສິນ, ວັດຖຸ, ພາຫະນະ, ຂອງກາງຄະດີຢາເສບຕິດທີ່ສານປະຊາຊົນຕັດສິນແມ່ນມອບ ໃຫ້ພະແນກການເງິນເບັນຜູ້ຈັດເກັບ; 5. ກອງເລຂາຜູ້ປະຈຳປູ່ກອງບັນຊາການ ປກສ ແຂວງ, ເມືອງເປັນຜູ້ຈັດເກັບຕາມທີ່ລະບຸໄວ້ໃນມາດ ຕາ 9 ຂໍ້ ທີ່ 3 ແລະ ຂໍ້ທີ່ 7 ; 6. ການຊ່ວຍເຫຼືອຈາກອົງການຈັດຕັ້ງຕ່າງໆ ຂອງສາກົນ, ການລະດົມທຶນ ແລະ ລາຍຮັບອື່ນໆ ແມ່ນ ກອງເລຂາຂອງກອງທຶນເປັນຜູ້ຮັບຜິດຊອບ.

第11条

基金资金的上缴。基金资金的上缴按如下办理:1. 每年获得国家预算分成后,由省财政厅、县财政办公室提取入基金;2. 各机关财务人员通过国库系统将资金按年上缴至驻省、县国库的毒品控制、查禁与禁毒基金账户;3. 司法部门收到毒品案件罚款后,按月或按期上缴至驻省、县国库的基金账户;4. 变卖人民法院判决的毒品案件财产、物资、车辆、涉案物品后,由省财政厅、县财政办公室执行(变卖),变卖后提取其中70%上缴至驻省、县国库的基金账户;5. 变卖对吸毒者治疗、康复及职业培训中心产品后,交由驻省、县公安司令部常驻秘书处收缴,再上缴至省、县基金账户;6. 村级在村长收缴资金后,按县的分区规定,以10%、15%的比例留存村基金,用于毒品控制、查禁与禁毒工作的通讯联络和资料报告,其余上缴县基金秘书处(县公安司令部);县基金秘书处收到县内各方资金后,提取60%作为县级基金,40%按年上缴省级基金;上缴期限不得超过每年3月30日。第3、4、5项则按上述规定执行。

ພາສາລາວ (老挝语原文)

ການມອບເງິນເຂົ້າກອງທຶນ . ການມອບເງິນເຂົ້າກອງທຶນໃຫ້ປະຕິບັດ ດັ່ງນີ້: 1. ພາຍຫຼັງໄດ້ຮັບສ່ວນແບ່ງຈາກງົບປະມານຂອງລັດໃນແຕ່ລະປີແລ້ວ ແມ່ນພະແນກການເງິນແຂວງ ຫ້ອງການການເງິນເມືອງເປັນຜູ້ຫັກເຂົ້າກອງທຶນ: 2. ພະນັກງານການເງິນຂອງທຸກອົງການຈັດຕັ້ງເປັນຜູ້ມອບເງິນຜ່ານລະບົບຄັງເງິນ ມອບເຂົ້າບັນຊີກອງ ທຶນດວບດຸມ, ສະກັດກັນ ແລະ ຕ້ານຢາເສບຕິດ ຢູ່ຄັ້ງເງິນປະຈຳແຂວງ, ເມືອງເບັນປີ; 3. ຂະແໜງການ ຢຸຕິທຳ ພາຍຫຼັງໄດ້ຮັບເງິນຄ່າປັບໃຫຜນຈາກຄະດີຢາເສບຕິດແລ້ວ ແມ່ນໃຫ້ນຳໄປມອບ ເຂົ້າບັນຊີກອງທຶນຄວບດຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຢູ່ດັງເງິນແຂວງ, ເມືອງເປັນເດືອນ ຫຼື ງວດ; 4. ພາບຫຼັງຂາຍຊັບສິນ, ວັດຖຸ, ພາຫະນະ, ຂອງກາງຄະດີຢາເສບຕິດທີ່ສານປະຊາຊົນຕັດສິນ ແມ່ນ ມອບໃຫ້ພະແນກການເງິນ, ຫ້ອງການການເງິນເປັນຜູ້ປະຕິບັດ (ຂາຍ) ພາຍຫຼັງທີ່ໄດ້ຂາຍແລ້ວແມ່ນໃຫ້ທັກ ເອົາຈຳນວນ 70% ມອບເຂົາບັນຊີກອງທຶນດວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຝູ່ຄັ້ງເງິນແຂວງ, ເມືອງ; 5. ພາຍຫຼັງຂາຍຜະລິດຕະພັນຂອງສູນປິ່ນບົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບໃຫ້ຜູ້ຕິດຢາເສບ ຕິດແລ້ວ ແມ່ນມອບໃຫ້ກອງເລຂາຜູ້ປະຈຳຢູ່ກອງບັນຊາການ ປກສ ແຂວງ, ເມືອງເປັນຜູ້ຈັດເກັບ ແລ້ວນຳມາ - ມອບເຂົ້າບັນຊີິກອງທຶນດວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ, ເມືອງ; 6. ຂັ້ນບ້ານ ພາຍຫຼັງນາຍບ້ານຈັດເກັບເງິນໄດ້ແລ້ວແມ່ນໃຫ້ຫັກເງີນໄວ້ກອງທຶນບ້ານເພື່ອຮັບໃຊ້ເຂົ້າ . ໃນການຕິດຕໍ່ສື່ສານ ແລະ ການລາຍງານຂໍ້ມຸນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເຊິ່ງໃຫ້ ປະຕິບັດຕາມການກຳນົດແບ່ງເຂດຂອງເມືອງໃນອັດຕາສ່ວນຄື: 10%, 15% ສ່ວນທີ່ເຫຼືອແມ່ນນຳໄປມອບ ໃຫ້ກອງເລຂາກອງທຶນດວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເມືອງ (ກອງບັນຊາການ ປກສ ເມືອງ); ພາບຫຼັງກອງເລຂາກອງທຶນໄດ້ຮັບເງິນຈາກທຸກສ່ວນພາຍໃນເມືອງແລ້ວແມ່ນໃຫ້ຫັກ 60% ໄວ້ເປັນ ເງິນກອງທຶນດວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນເມືອງ ແລະ 40% ແມ່ນໃຫ້ມອບເຂົ້າກອງທຶນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນແຂວງເປັນປີ; ກຳນົດເວລາມອບແມ່ນບໍ່ໃຫ້ກາຍວັນທີ 30 ເດືອນ ມີນາ ຂອງທຸກໆ ປີ. ສ່ວນຂໍ້ 3,4,5 ແມ່ນໃຫ້ ປະຕິບັດຕາມທີ່ໄດ້ລະບູໄວ້ຂ້າງເທິງນີ້.

第12条

基金资金的使用。1. 宣传普及党的方针政策、国家法律及与毒品控制、查禁与禁毒工作相关的各类法律文件;2. 进行教育以增强社会的认识,使其了解毒品的危害;3. 举办短期培训以提高相关部门解决毒品问题的知识和能力,由省、县基金责任委员会举办;4. 解决社会上发生的毒品问题,主要是:无亲属、无组织负责的流浪吸毒者,贫困家庭,该等人员须经村政权机关及县相关部门证明;5. 在华潘省全省范围内勘查收集有关毒品控制、查禁与禁毒的资料;6. 举办销毁毒品仪式;7. 经基金主席及责任委员会同意,下乡收集资料、检查登记毒品案件偿还者的财产;8. 召开毒品控制、查禁与禁毒基金工作会议;9. 经基金主席及责任委员会同意,用于与解决毒品问题相关的其他目标。

ພາສາລາວ (老挝语原文)

ການນຳໃຊ້ເງິນກອງທຶນ 1. ໂຄສະນາເຜີຍແຜ່ເນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງລັດ, ນິຕິກຳຕ່າງໆ ທີ່ຕິດພັນກັບ ວຽກງານຄວບຄຸມ , ສະກັດກັ້ນ ແລະ ຕ້ານຢາເສບຕິດ; 2. ສຶກສາອົບຮົມເພື່ອປູກຈິດສຳນຶກໃຫ້ແກ່ສັງຄົມ ຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ; 3. ຈັດຝຶກອົບຮົມໄລຍະສັ້ນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດຂອງພາກສ່ວນກ່ຽວຂ້ອງ ຕໍ່ກັບ ການແກ້ໄຂບັນຫາຢາເສບຕິດເຊິ່ງຄະນະຮັບຜິດຊອບກອງທຶນຂັ້ນແຂວງ, ເມືອງ ຈັດຂຶ້ນ; 4. ແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນຢູ່ໃນສັງຄົມເປັນຕົ້ນແມ່ນ: ຄົນຕິດຢາເສບຕິດເລ່ລ້ອນບໍ່ມີຍາດ ພີ່ນ້ອງ, ບໍ່ມີການຈັດຕັ້ງໃດຮັບຜິດຊອບ, ຄອບຄົວທີ່ທຸກຍາກ ບຸກຄົນດັ່ງກ່າວຕ້ອງໄດ້ຮັບການຢັ້ງຢືນຈາກ ອົງການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງ; 5. ສຳຫຼວດເກັບກຳຂໍ້ມູນ ກ່ຽວກັບການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃນຂອບເຂດທົ່ວ ແຂວງຫົວພັນ; 6. ການຈັດພິທີທຳລາຍຢາເສບຕິດ; 7. ລົງເກັບກຳຂໍ້ມູນ, ກວດກາຂຶ້ນບັນຊີຊັບສິນ ຜູ້ຖືກໃຊ້ແທນຄະດີຢາເສບຕິດຕາມການຕົກລົງເຫັນດີ ຂອງປະທານ ແລະ ຄະນະຮັບຜິດຊອບກອງທຶນ; 8. ດຳເນີນກອງປະຊຸມວຽກງານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ; 9. ນຳໃຊ້ເຂົ້າໃນເປົ້າໝາຍອື່ນ ທີ່ຕິດພັນກັບການແກ້ໄຂບັນຫາຢາເສບຕິດໂດຍພາຍໃຕ້ການຕົກລົງເຫັນດີ ຂອງປະທານ ແລະ ຄະນະຮັບຜິດຊອບກອງທຶນ.

本页展示前 12 条,全文共 35 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译