ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ຜັນຂະຫຍາຍ ຄຳສັ່ງເລກທີ 05/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດນ້ຳ-ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ
关于贯彻落实总理第05/НЫ号令《关于加强对濒危水生动物、野生动物及野生植物的管理与检查》的指示
Instruction on Implementing the Prime Minister’s Order No. 05/NY on Strengthening Management and Inspection of Endangered Aquatic Animals, Wildlife, and Wild Plants
ບົດສະຫຼຸບ
ເຈົ້າແຂວງບໍ່ແກ້ວອອກຄຳແນະນຳເພື່ອຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 05/ນຍ ລົງວັນທີ 8 ພຶດສະພາ 2018, ຮຽກຮ້ອງໃຫ້ພະແນກການ ແລະ ຫ້ອງການຂັ້ນເມືອງ ເພີ່ມທະວີການຄຸ້ມຄອງ, ກວດກາ, ສະກັດກັ້ນ ແລະ ກວດຄົ້ນຂ້າມແດນ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ຢູ່ໃນບັນຊີ I (ຫ້າມລ່າ) ແລະ ບັນຊີ II (ຄຸ້ມຄອງ), ພ້ອມທັງແນບບັນຊີຊະນິດທີ່ຖືກຄຸກຄາມ.
ມາດຕາ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ. ເຈົ້າແຂວງ ເລກທີ 515/ຊຮ.ບກ. ບໍ່ແກ້ວ, ວັນທີ...... ປີ 2018. ຄຳສັ່ງ. ກ່ຽວກັບການຈັດຕັ້ງປະຕິບັດ, ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 05/ຍ ລົງວັນທີ 8 ພຶດສະພາ 2018 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ກວດກາສັດນ້ຳ, ສັດປ່າ ແລະ ພືດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ. ເຖິງ: ທ່ານຫົວໜ້າກົມ, ຫົວໜ້າພະແນກການຂຶ້ນກັບແຂວງ, ສອງກອງບັນຊາການ, ທ່ານເຈົ້າເມືອງ, ພະແນກການຂັ້ນແຂວງ ແລະ ເມືອງ ທີ່ກ່ຽວຂ້ອງ ຈົນເຖິງອົງການປົກຄອງຂັ້ນບ້ານ, ຕະຫຼອດຮອດປະຊາຊົນບັນດາເຜົ່າໃນແຂວງບໍ່ແກ້ວ. — ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ ລົງວັນທີ 14 ທັນວາ 2015. — ອີງຕາມກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ສະບັບເລກທີ 07/ສພຊ ລົງວັນທີ 24 ທັນວາ 2007. — ອີງຕາມສົນທິສັນຍາວ່າດ້ວຍການຄ້າສາກົນຊະນິດພັນສັດປ່າ ແລະ ພືດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ (CITES) ທີ່ ສປປ ລາວ ເປັນພາຄີ. — ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 05/ຍ ລົງວັນທີ 8 ພຶດສະພາ 2018 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ກວດກາສັດນ້ຳ, ສັດປ່າ ແລະ ພືດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ. ເພື່ອຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 05/ຍ ຂອງນາຍົກລັດຖະມົນຕີດັ່ງກ່າວຢ່າງເປັນຮູບປະທຳ, ໂດຍມີຈຸດປະສົງເພື່ອໃຫ້ການຄຸ້ມຄອງ ແລະ ກວດກາສັດນ້ຳ, ສັດປ່າ ແລະ ພືດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ເປັນໄປຕາມກົດໝາຍ ແລະ ລະບຽບການທີ່ໄດ້ປະກາດໃຊ້ຢ່າງເຂັ້ມງວດ, ພ້ອມທັງຄ່ອຍໆ ສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໃນວຽກງານນີ້, ເຈົ້າແຂວງບໍ່ແກ້ວ ຈຶ່ງອອກຄຳສັ່ງດັ່ງນີ້:
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 18 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ