ຂໍ້ຕົກລົງ ວ່າດ້ວຍ ການກຳນົດລາຄາທີ່ດິນ ແລະ ສິ່ງປູກສ້າງ ແຂວງບໍ່ແກ້ວ
关于波乔省土地及建筑物价格核定的决定
Decision on Valuation of Land and Buildings in Bokeo Province
ບົດສະຫຼຸບ
ຂໍ້ຕົກລົງນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ໃນການກຳນົດລາຄາທີ່ດິນ ແລະ ສິ່ງປຸກສ້າງ ໃນ 5 ເມືອງຂອງແຂວງບໍ່ແກ້ວ ເພື່ອເປັນພື້ນຖານໃນການຄິດໄລ່ຄ່າທຳນຽມການຈົດທະບຽນ ແລະ ການຈົດທະບຽນນິຕິກຳກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງ ເພື່ອເພີ່ມທະວີຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມໂປ່ງໃສໃນການຄຸ້ມຄອງທີ່ດິນ.
ມາດຕາ
ມາດຕາ 1
ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງວຽກງານ ກຳນົດລາຄາທີ່ດິນ ແລະ ສິ່ງປູກສ້າງ, ເພື່ອເຮັດໃຫ້ວຽກງານຄຸ້ມຄອງບໍລິຫານທີ່ດິນ, ເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນ, ແນໃສ່ເຮັດໃຫ້ການກຳນົດລາຄາຄິດໄລ່ຄ່າທຳນຽມ, ຈົດທະບຽນນິຕິກຳກ່ຽວກັບທີ່ດິນ ແລະ ສິ່ງປູກສ້າງ ມີຄວາມຊັດເຈນ, ໂປ່ງໃສ, ສາມາດຕິດຕາມ ກວດກາໄດ້, ເຮັດໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນ ແລະ ສິ່ງປູກສ້າງ ໄດ້ນຳໃຊ້ສິດ ແລະ ປະຕິບັດພັນທະຂອງຕົນ ຢ່າງຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແລະ ເປັນການປະກອບສ່ວນສ້າງລາຍຮັບມອບເຂົ້າງົບປະມານແຫ່ງລັດ.
ມາດຕາ 2
ການກຳນົດລາຄາທີ່ດິນ ແລະ ສິ່ງປຸກສ້າງ ການກຳນົດລາຄາທີ່ດິນ ແລະ ສິ່ງປູກສ້າງ ແມ່ນການກຳນົດອັດຕາລາຄາ ເພື່ອນຳໃຊ້ເຂົ້າໃນການຄິດໄລ່ຄ່າທຳນຽມ, ຈົດທະບຽນນິຕິກຳກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງ, ພ້ອມກັນນັ້ນກໍເປັນພືນຖານໃນການປະເມີນການນຳໃຊ້ທີ່ດິນ ໃຫ້ແກ່ເປົ໋າໜາຍອືນຕາມຄວາມເໜາະສົມ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 18 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ