ຂໍ້ຕົກລົງ ວ່າດ້ວຍ ມາດຕະການ ປັບໃໝຕໍ່ຜູ້ລະເມີດການປູກກ້ວຍຫອມ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຂອງບັນດາບໍລິສັດ, ວິສາຫະກິດ ແລະ ບຸກຄົນ ຢູ່ພາຍໃນ ແຂວງບໍ່ແກ້ວ
关于对波乔省内各公司、企业及个人不依法违规种植香蕉者实施罚款措施的决定
Decision on Imposing Fines on Companies, Enterprises, and Individuals Illegally Cultivating Bananas in Bokeo Province
ບົດສະຫຼຸບ
ເຈົ້າແຂວງບໍ່ແກ້ວ ອອກຂໍ້ຕົກລົງ ກຳນົດມາດຕະການປັບໃໝ ແລະ ດຳເນີນການຕໍ່ບໍລິສັດ, ວິສາຫະກິດ ແລະ ບຸກຄົນ ທີ່ປູກກ້ວຍໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ບໍ່ມີເອກະສານຖືກຕ້ອງ ພາຍໃນແຂວງ ໂດຍເງິນປັບໃໝຫຼັງຫັກຄ່າໃຊ້ຈ່າຍ ແລ້ວນຳສົ່ງເຂົ້າງົບປະມານແຫ່ງລັດ.
ມາດຕາ
ມາດຕາ 1
ເຫັນດີປະຕິບັດມາດຕະການປັບໃໜຕໍ່ຜູ້ລະເມີດການປູກກ້ວຍຫອມ ທີ່ບໍ່ຖືກຕ້ອງຕາມລະບຽບກົດ ໝາຍ ຂອງບັນດາບໍລິສັດ, ວິສາຫະກິດ ແລະ ບຸກຄົນ ມີດັງນີ້: 1) ຕໍ່ກັບບັນດາບໍລິສັດ, ວິສາຫະກິດ ແລະ ນິຕິບຸກຄົນທີ່ລົງທຶນປູກກ້ວຍຫອມ ບໍ່ມີເອກະສານອະນຸ ມັດທີ່ຖືກຕ້ອງຕາມລະບຽບກົດໝາຍ ເປັນຕົ້ນ: ໃບອະນຸຍາດການລົງທຶນ, ໃບທະບຽນວິສາຫະກິດ, . ໃບອະນຸຍາດດຳເນີນທຸລະກິດດ້ານກະສິກຳ ແລະ ປ່າໄມ້, ໃບທະບຽນອາກອນຕາມກົດໝາຍວ່າດ້ວຍ ສ່ວຍສາອາກອນ, ໃບຢັ້ງຢືນແຜນຮັບຮອງ ສິງແວດລ້ອມ ຕາມກົດໝາຍວ່າດ້ວຍ ການປົກປັກຮັກສາ
ມາດຕາ 2
ພະນັກງານ, ອຳນາດການປົກຄອງບ້ານ, ຜູ້ທີ່ເປັນນາຍຫ້າຍັງສືບຕໍ່ໂຄສະນາ, ສົມທົບກັບຜູ້ທີ່ໄດ້ຮັບ ການນຳໃຊ້ທີ່ດິນຍັງສືບຕໍ່ລະເມີດຂໍ້ຕົກລົງ, ຄຳສັງຂອງເຈົ້າແຂວງ, ລະບຽບກົດໝາຍ, ຄຳສັ່ງຂອງ ຈ ລັດຖະບານແມ່ນ: ຄັ້ງທີຫຶ່ງໃຫ້ສຶກສາອົບຮົມສ້າງບົດບັນທຶກ, ຄັ້ງທີສອງໃຫ້ຂຽນບົດສຳຫຼວດ, ຄັ້ງທີ ສາມໄລ່ອອກຈາກການຈັດຕັ້ງ ພ້ອມທັງດຳເນີນຄະດີທາງແພ່ງ ແລະ ອາຍາຕາມການກະທຳຜິດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ