ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ການນຳໃຊ້ຢາປາບສັດຕູພືດ ພາຍໃນແຂວງອັດຕະປື
关于阿速坡省内农药管理与使用的决定
Decision on Pesticide Management and Use in Attapeu Province
ບົດສະຫຼຸບ
ຂໍ້ຕົກລົງນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການນຳໃຊ້ ແລະ ການຕິດຕາມກວດກາຢາປາບສັດຕູພືດ ແຂວງອັດຕະປື ລວມທັງການຈັດແບ່ງປະເພດ ແລະ ບັນຊີລາຍຊື່ຢາປາບສັດຕູພືດ, ຂໍ້ກຳນົດດ້ານຄວາມປອດໄພ (ການຫຸ້ມຫໍ່, ປ້າຍ, ໂຄສະນາ, ນຳເຂົ້າ, ຂົນສົ່ງ, ເກັບຮັກສາ, ນຳໃຊ້, ກຳຈັດ ແລະ ປຸງແຕ່ງ), ການຄ້າຢາປາບສັດຕູພືດ, ໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາຂັ້ນຕ່າງໆ, ຂໍ້ຫ້າມ ແລະ ມາດຕະການລາງວັນ ແລະ ລົງໂທດ ເພື່ອຮັບປະກັນຄວາມປອດໄພຂອງຢາປາບສັດຕູພືດຕໍ່ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ຊຸກຍູ້ກະສິກຳສະອາດ, ຂຽວ ແລະ ຍືນຍົງ.
ມາດຕາ
ມາດຕາ 1
ຂ ຢາປາບສັດຕູພືດທີ່ເປັນອັນຕະລາຍບໍ່ເປັນພິດກະທັນຫັນ ຢາປາບສັດຕູພຶດທີ່ເປັນອັນຕະລາຍບໍ່ເປັນພິດກະທັນຫັນ ແມ່ນຢາປາບສັດຕູພືດ ທີມີຄຸນລັກສະນະເປັນ ພິດ ຕໍ່ ສຸຂະພາບ ແລະ ຊີວິດຂອງຄົນ ແຕ່ບໍ່ອອກລິດທັນທີ. ຢາປາບສັດຕູພຶດທີ່ເປັນອັນຕະລາຍບໍ່ເປັນພິດກະທັນຫັນ ອະນຸຍາດໃຫ້ ນຳເຂົາ, ຈຳຫ່າຍ. ສົ່ງຜ່ານ, ນຳ ໃຊ້ ແລະ ຄອບຄອງ ໂດຍຂຶ້ນທະບຽນນຳກົມປູກປັງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຂໍອະນຸຍາດນຳພະ ແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍຜ່ານຂະແຫງງປູກຝັງ ແລະ ຢູ່ພາຍໃຕ້ການຄຸ້ມຄອງຕາມລະບຽບການທີ່ ກ່ຽວຂ້ອງຢ່າງເຂັ້ມງວດ ຍົກເວັ້ນ ຢາປາບສັດຕູພືດຊີວະພາບ ທີມີຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ, ແລະ ສິ່ງແວດລ້ອມ ຊຶ່ງບໍ່ໄດ້ບັນຈຸໃສ່ພາສະນະເພື່ອຈຳຫ່າຍ. ໜວດທີ 3 ຄວາມປອດໄພກ່ຽວກັບຢາປາບສັດຕຸພືດ
ມາດຕາ 2
ການຄຸ້ມຄອງ ແລະ ການນຳໃຊ້ຢາປາບສັດຕູພືດ ການຄຸ້ມຄອງ ແລະ ການນຳໃຊ້ຢາປາບສັດຕູພືດ ແມ່ນການຈັດຕັ້ງປະຕິບັດມາດຕະການກ່ຽວກັບການ ຄຸ້ມຄອງ, ການນຳໃຊ້ ແລະ ການດຳເນີນທຸລະກິດຢາປາບສັດຕູພືດ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ ເພື່ອ ຮັບປະກັນຄວາມປອດໄພ ຕໍ່ ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 40 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ