ຂໍ້ຕົກລົງ ວ່າດ້ວຍ ການສ້າງຕັ້ງ ແລະ ການຄຸ້ມຄອງກິດຈະການຟາມລ້ຽງສັດ ແຂວງອັດຕະປື
关于阿速坡省畜禽养殖场设立与经营管理的决定
Decision on Establishment and Operation Management of Livestock Farms in Attapeu Province
ບົດສະຫຼຸບ
ຄຳສັ່ງນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການສ້າງຕັ້ງ, ດຳເນີນທຸລະກິດ ແລະ ກວດກາຟາມລ້ຽງສັດໃນແຂວງອັດຕະປື, ກວມເອົາການຂໍໃບອະນຸຍາດ, ມາດຕະຖານເຕັກນິກຟາມ (ທີ່ຕັ້ງ, ຄອກ, ການຈຳແນກຂະໜາດ, ການລ້ຽງດູ, ອາຫານ, ບຸກຄະລາກອນ, ສຸຂານາໄມສັດ), ສິດ ແລະ ໜ້າທີ່ຂອງຜູ້ປະກອບການ, ໜ້າທີ່ຂອງອົງການຄຸ້ມຄອງທ້ອງຖິ່ນ, ການກວດກາ, ຂໍ້ຫ້າມ ແລະ ການລາງວັນ-ໂທດ.
ມາດຕາ
ມາດຕາ 1
ການໂຈະ ຍົກເລີກ ຫຼື ຖອນໃບອະນຸຍາດສ້າງຕັ້ງຟາມລ້ຽງສັດ. ເມື່ອພົບເຫັນວ່າ ຟາມດັ່ງກ່າວມີການລະເມີດມາດຕະຖານເຕັກນິກ ທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ຫຼື ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ມີສິດສັ່ງໂຈະການດຳເນີນກິດຈະ ການຟາມລ້ຽງສັດຊົ່ວຄາວ ພ້ອມທັງສ້າງບົດບັນທຶກກ່າວເຕືອນ ເພື່ອໃຫ້ຟາມດັ່ງກ່າວໄດ້ປັບປຸງ ແລະ ແກ້ໄຂໃຫ້ ຖືກຕ້ອງຕາມມາດຕະຖານເຕັກນິກຕາມການແນະນຳ ຂອງພາກສ່ວນທີ່ກ່ຽວຂ້ອງ. ຖ້າຜູ້ປະກອບການບໍ່ປະຕິບັດ ຫຼື ບໍ່ສາມາດປັບປຸງແກ້ໄຂມາດຕະຖານເຕັກນິກ ຕາມການແນະນຳຂອງພາກ ສ່ວນທີ່ກ່ຽວຂ້ອງ ເຊິ່ງອາດສົ່ງຜົນກະທົບຮ້າຍແຮງ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຫຼື ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ມີສິດສັ່ງຍົກເລີກ ແລະ ຖອນໃບອະນຸຍາດດຳເນີນກິດຈະການຟາ ມ ລ້ຽງສັດ. ໝວດທີ 3 ມາດຕະຖານຟາມລ້ຽງສັດ ມາດຕາ 2 ການກຳນົດມາດຕະຖານຂອງຟາມລ້ຽງສັດ 4 ການກຳນົດມາດຕະຖານຟາມລ້ຽງສັດປະກອບດ້ວຍ: ມາດຕະຖານລວມ ແລະ ມາດຕະຖານສະເພາະ. 1) ມາດຕະຖານລວມ ແມ່ນມາດຕະຖານເຕັກນິກກ່ຽວກັບສ້າງຕັ້ງ ແລະ ດຳເນີນກິດຈະການຟາມ ເຊັ່ນ: ອົງປະກອບຂອງຟາມລ້ຽງສັດ ການຈັດຕັ້ງກ່ຽວກັບຟາມ. ອາຫານສັດ, ນ້ຳໃຊ້, ບຸກຄະລາກອນ. ສຸຂະພາບສັດ. ສິ່ງແວດລ້ອມ ແລະ ມາດຕະຖານສົ່ງເສີມອື່ນໆ. 2) ມາດຕະຖານສະເພາະ ແມ່ນມາດຕະຖານຟາມລ້ຽງສັດ ຕາມຊະນິດສັດ ຂະໜາດ ແລະ ຈຸດປະສົງ ສະ ເພາະຂອງຟາມລ້ຽງສັດ ເປັນຕົ້ນແມ່ນ: ມາດຕະຖານການລ້ຽງງົວນົມ. ມາດຕະຖານການລ້ຽງງົວຊີ້ນ. ມາດຕະ ຖານການລ້ຽງໝູພໍ່ແມ່ພັນ, ມາດຕະຖານການລ້ຽງໝູຊີ້ນ. ມາດຕະຖານການລ້ຽງແບ້, ມາດຕະຖານການລ້ຽງ ໄກ່ແມ່ໄຂ່. ຟາມລ້ຽງໄກ່ໄຂ່. ມາດຕະຖານການລ້ຽງເປັດໄຂ່. ເປັດຊີ້ນ. ມາດຕະຖານການລ້ຽງນົກກະທາ ແລະ ອື່ນໆ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 36 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ