ມະຕິກອງປະຊຸມສະພາປະຊາຊົນແຂວງ ກ່ຽວກັບການຮັບຮອງເອົາຂໍ້ຕົກລົງ ຂອງເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອ ໃນທົ່ວແຂວງສະຫວັນນະເຂດ
省人民议会会议决议(关于通过沙湾拿吉省省长〈关于全省垃圾管理的决定〉)及《沙湾拿吉省垃圾管理决定》
Provincial People's Assembly Resolution (on Adopting the Decision of the Governor of Savannakhet Province on Provincial Waste Management) and the Savannakhet Province Waste Management Decision
ບົດສະຫຼຸບ
ເອກະສານນີ້ ປະກອບດ້ວຍ ມະຕິຂອງສະພາປະຊາຊົນແຂວງສະຫວັນນະເຂດ (ຮັບຮອງຂໍ້ຕົກລົງຂອງເຈົ້າແຂວງ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອທົ່ວແຂວງ) ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອ ແຂວງສະຫວັນນະເຂດ ເຊິ່ງກຳນົດລະບົບການຈັດແບ່ງປະເພດ, ການເກັບກຳ, ການເກັບຮັກສາ, ການຂົນສົ່ງ, ການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການກຳຈັດ ແລະ ການປຸງແຕ່ງ ສິ່ງເສດເຫຼືອທົ່ວໄປ ແລະ ສິ່ງເສດເຫຼືອອັນຕະລາຍ ພ້ອມທັງກຳນົດອົງການຄຸ້ມຄອງ, ພັນທະຂອງທຸກພາກສ່ວນ, ຂໍ້ຫ້າມ ແລະ ມາດຕະການລາງວັນ ແລະ ລົງໂທດ.
ມາດຕາ
ມາດຕາ 1
ຜ່ານມະຕິຂອງເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອໃນທົ່ວແຂວງ ດ້ວຍຄະແນນສຽງເຫັນດີເກີນກວ່າເຄິ່ງໜຶ່ງຂອງຈຳນວນຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຂວງໃນຄັ້ງນີ້.
ມາດຕາ 2
ມອບໃຫ້ອົງການປົກຄອງແຂວງ ແລະ ຫົວໜ່ວຍທີ່ກ່ຽວຂ້ອງຮັບຜິດຊອບໃນການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ມະຕິສະບັບນີ້ ໃຫ້ບັນລຸຜົນສຳເລັດຢ່າງດີ.
ມາດຕາ 3
ມະຕິນີ້ມີຜົນບັງຄັບໃຊ້ນັບແຕ່ວັນທີ່ລົງນາມ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 47 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ