ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງໂຮງງານຜະລິດຝຸ່ນ

关于化肥生产工厂管理的决定

Decision on Management of Fertilizer Production Factories

ບົດສະຫຼຸບ

ຄຳສັ່ງຂອງກະຊວງກະສິກຳ ແລະ ປ່າໄມ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການສ້າງຕັ້ງ, ດຳເນີນທຸລະກິດ, ຄຸ້ມຄອງ, ຕິດຕາມ ແລະ ກວດກາໂຮງງານຜະລິດປຸ໋ຍ, ກວມເອົາໃບອະນຸຍາດສ້າງຕັ້ງ, ການຈຳແນກຂະໜາດ, ໃບອະນຸຍາດດຳເນີນທຸລະກິດ, ການປ່ຽນແປງ (ຂະຫຍາຍ, ຍ້າຍ, ໂອນ, ສືບທອດ, ປ່ຽນຊື່), ການຄຸ້ມຄອງໂຮງງານ, ສິດ ແລະ ໜ້າທີ່ຂອງຜູ້ປະກອບການ, ຂໍ້ຫ້າມ, ໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາ ແລະ ມາດຕະການຕໍ່ຜູ້ລະເມີດ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການສ້າງຕັ້ງ, ການດຳເນີນ ກິດຈະການ, ການຄຸ້ມຄອງ, ຕິດຕາມ, ກວດກາ ໂຮງງານຜະລິດ ແລະ ຜະລິດຕະພັນຝຸ່ນ ເພື່ອໃຫ້ຖືກຕ້ອງ ຕາມມາດຕະຖານເຕັກນິກໂຮງງານ, ມາດຕະຖານການຜະລິດຝຸ່ນ ທີ່ກຳນົດໄວ້ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ແນໃສ່ຊຸກຍູ້ສົ່ງເສີມການສ້າງໂຮງງານຜະລິດຝຸ່ນ ແລະ ປັບປຸງລະບົບການຜະລິດຝຸ່ນ ໃຫ້ມີປະສິດທິຜົນ ສາມາດຍົກລະດັບການຜະລິດ , ໃຫ້ໄດ້ມາດຕະຖານ, ມີຄຸນນະພາບດີ, ຮັບປະກັນສະໜອງຝຸ່ນ ໃຫ້ພຽງພໍກັບການຊົມໃຊ້ ມີຄວາມປອດໄພຕໍ່ ຄົນ, ສັດ, ພືດ, ສິ່ງແວດລ້ອມ ແລະ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2

ການຄຸ້ມຄອງໂຮງງານຜະລິດຝຸ່ນ ການຄຸ້ມຄອງໂຮງງານຜະລິດຝຸ່ນ ແມ່ນການຄຸ້ມຄອງການສ້າງຕັ້ງ ແລະ ການດຳເນີນກິດຈະການໃຫ້ຖືກ ຕ້ອງຕາມມາດຕະຖານເຕັກນິກຂອງໂຮງງານ ພ້ອມທັງຊຸກຍູ້ ຕິດຕາມ ແລະ ກວດກາ ໃຫ້ມີປະສິດທິພາບສູງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 58 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ