ຂໍ້ຕົກລົງ ວ່າດ້ວຍການພັດທະນາເຂດອຸດສາຫະກຳ ແລະ ນິຄົມອຸດສາຫະກຳ (ແຂວງຫຼວງນ້ຳທາ)
琅南塔省关于发展工业区与工业园的决定
Decision of Luang Namtha Province on Development of Industrial Zones and Industrial Parks
ບົດສະຫຼຸບ
ຂໍ້ຕົກລົງຂອງເຈົ້າແຂວງຫຼວງນ້ຳທາ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາ ເຂດອຸດສາຫະກຳ ແລະ ນິຄົມອຸດສາຫະກຳ ກວມເອົາການກຳນົດເຂດ, ການລົງທຶນ, ປະເພດ ແລະ ຮູບແບບ, ເງື່ອນໄຂ ແລະ ການສ້າງຕັ້ງ, ສິດ ແລະ ໜ້າທີ່ຂອງຜູ້ພັດທະນາ ແລະ ຜູ້ລົງທຶນ, ນະໂຍບາຍສົ່ງເສີມ, ອົງການຄຸ້ມຄອງ, ການຕິດຕາມກວດກາ, ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ ເພື່ອດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ສ້າງຂຶ້ນເພື່ອກຳນົດ ຫຼັກການ , ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມ ຄອງເຂດອຸດສາຫະກຳ ແລະ ນິຄົມອຸດສາຫະກຳ ເພື່ອຈັດສັນໂຮງງານເຂົ້າມາຢູ່ໃນບໍລິເວນດຽວກັນ, ລັດມີ ຄວາມສະດວກໃນການວາງແຜນການນຳໃຊ້ທີ່ດິນຢ່າງມີລະບົບ, ເພື່ອສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໃນການສ້າງຕັ້ງເຂດອຸດສາຫະກຳ ແລະ ນິຄົມອຸດສາຫະກຳ ໂດຍເຂັ້ມງວດໃນການປົກປັກຮັກສາ ສິ່ງແວດລ້ອມ ແລະ ສອດຄ່ອງຕາມນະໂຍບາຍ ການພັດທະນາໄປຕາມທິດສີຂຽວ ແນ່ໃສ່ສົ່ງເສີມການຜະລິດ ສະໜອງແກ່ການຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ, ສ້າງລາຍຮັບເຂົ້າງົບປະມານລັດປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ.
ມາດຕາ 2
ນະໂຍບາຍຕໍ່ຜູ້ພັດທະນາເຂດອຸດສາຫະກຳ ແລະ ນິຄົມອຸດສາຫະກຳ ແມ່ນນະໂຍບາຍເປີດກ້ວາງ ແລະ ຊຸກຍູ້ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນພັດທະນາເຂດອຸດສາຫະກຳ ແລະ ນິຄົມອຸດສາຫະກຳ ຕາມປະເພດທີ່ໄດ້ກຳນົດໄວ້ ໃນມາດຕາ 7 ຂອງກົດໝາຍສະບັບນີ້
ມາດຕາ 3
ຂອງຂໍ ຕົກລົງສະບັບນີ້; ຜູ້ລົງທຶນໃນການພັດທະນາເຂດອຸດສາຫະກຳ ແລະ ນິຄົມອຸດສາຫະກຳ ມີສິດຮັບຮູ້ຂໍ້ມູນຂ່າວສານ ກ່ຽວ ກັບນະໂຍບາຍ ແລະ ລະບຽບການຄຸ້ມຄອງນິຄົມອຸດສາຫະກຳ ຢ່າງເປີດເຜີຍ ຊຶ່ງແຕ່ລະເຂດອຸດສາຫະກຳ ແລະ ນິຄົມອຸດສາຫະກຳ ຕ້ອງມີລະບຽບການສະເພາະໃນການຄຸ້ມຄອງບໍລິຫານ ໂດຍແທດເໜາະກັບສະພາບ ເງື່ອນໄຂຈຸດພິເສດຂອງແຕ່ລະເຂດອຸດສາຫະກຳ ແລະ ນິຄົມອຸດສາຫະກຳ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 41 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ