ຂໍ້ຕົກລົງ ວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂອງແຂວງຫຼວງນ້ຳທາ

琅南塔省关于促进微型、小型与中型企业的决定

Decision of Luang Namtha Province on Promoting Micro, Small, and Medium Enterprises

ບົດສະຫຼຸບ

ຄຳສັ່ງຂອງເຈົ້າແຂວງຫຼວງນ້ຳທາກຳນົດນະໂຍບາຍ, ຫຼັກການ, ລະບຽບການ ແລະ ມາດຕະການໃນການສົ່ງເສີມການຈັດຕັ້ງ, ກິດຈະກຳ, ການຄຸ້ມຄອງ ແລະ ຕິດຕາມກວດກາວິສາຫະກິດຂະໜາດນ້ອຍ ແລະ ກາງ (ຫຍໍ້ ວິສາຫະກິດນ້ອຍກາງ), ກວມເອົາການຈຳແນກວິສາຫະກິດ, ນະໂຍບາຍສະໜັບສະໜູນ, ການວາງແຜນ, ໂຄງສ້າງການຈັດຕັ້ງ, ການຕິດຕາມກວດກາ, ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ ເພື່ອເພີ່ມທະວີຄວາມສາມາດແຂ່ງຂັນ ແລະ ພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດນະໂຍບາຍ, ຫຼັກການ, ລະບຽບການ, ມາດຕະການກ່ຽວກັບການຈັດຕັ້ງ, ການ ເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມກວດກາວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ກາງ ເພື່ອພັດທະນາ ແລະ ສ້າງຄວາມສາມາດໃນການແຂ່ງຂັນຂອງຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ຊຸກຍູ້ການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ ແນໃສ່ສ້າງວຽກເຮັດ, ສ້າງ ລາຍຮັບ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ, ມີການພັດທະນາຢ່າງກວ້າງຂວາງ ແລະ ຍືນຍົງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ ຫຼວງນ້ຳທາ ໃຫ້ເຕີບໃຫຍ່ເຂັ້ມແຂງ.

ມາດຕາ 2

! ການນຳໃຊ້ ແລະ ປົກປ້ອງສິດທາງດ້ານຊັບສິນທາງປັນຍາ ! . ສ້າງເງື່ອນໄຂສະດວກໃຫ້ ຈນກ ປະດິດສ້າງ, ປະດິດຄິດແຕ່ງ, ສ້າງເສດຖະກິດພູມປັ້ນຍາ ແລະ ນຳໃຊ້ ສິດ ທາງດ້ານຊັບສິນທາງປັນຍາ; 2. ຊ່ວຍເຫຼືອ ຈນກ ຈົດທະບຽນ, ດຸ້ມຄອງ ແລະ ປົກປ້ອງສິດທາງດ້ານຊັບສິນທາງປັນຍາ; 3. ໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບການນຳໃຊ້ ແລະ ການປົກປ້ອງສິດທາງດ້ານ ຊັບສິນທາງປັນຍາໃຫ້ ຈນກ ຮັບຮູ້ຢ່າງທົ່ວເຖິງ ເພື່ອໃຫ້ຮູ້ວິທີການນຳໃຊ້, ການປົກປ້ອງ ແລະ ຜົນ ປະໂຫຍດທີ່ໄດ້ຮັບຈາກການປົກປ້ອງສິດທາງດ້ານຊັບສິນທາງປັນຍາ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 49 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ