协议关于琅南塔省内邮政工作管理

ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວຽກງານໄປສະນີ ພາຍໃນແຂວງຫຼວງນໍ້າທາ

Agreement on Postal Work Management in Luang Namtha Province

简介

该协议调整琅南塔省邮政服务管理,核心是规范邮政服务定义、鼓励投资、保护权益,并确保服务安全、公正及普遍覆盖。

Summary

This agreement adjusts the management of postal services in Luang Namtha Province, focusing on defining postal services, encouraging investment, protecting rights, and ensuring service safety, fairness, and universal coverage.

ບົດສະຫຼຸບ

ຂໍ້ຕົກລົງນີ້ ຄຸ້ມຄອງການບໍລິການໄປສະນີ ແຂວງຫຼວງນ້ຳທາ ໂດຍກຳນົດຄຳນິຍາມການບໍລິການໄປສະນີ, ສົ່ງເສີມການລົງທຶນ, ປົກປ້ອງສິດ ແລະ ຜົນປະໂຫຍດ ແລະ ຮັບປະກັນຄວາມປອດໄພ, ຄວາມເປັນທຳ ແລະ ການຄຸ້ມຄອງທົ່ວເຖິງ.

条文

第ມາດຕາ 1条

第2条 邮政
是指接收、寄递、分发邮政物品、印制和销售邮票、邮政信箱服务、信筒、销售邮政产品、电子信息和数据的接收和发送服务以及邮政金融服务。

ພາສາລາວ (老挝语原文)

ມາດຕາ 2 ການໄປສະນີ
ແມ່ນການບໍລິການຮັບຝາກ, ການຈັດສົ່ງ, ການແຈກຢາຍເຄື່ອງຝາກທາງໄປສະນີ, ການຈັດພິມ ແລະ ຈຳໜ່າຍສະແຕມໄປສະນີ, ການບໍລິການຕູ້ໄປສະນີ, ຫີບປ່ອນຈົດໝາຍ, ການຂາຍຜະລິດຕະພັນໄປສະນີ, ການບໍລິການຮັບ ແລະ ສົ່ງຂໍ້ມູນຂ່າວສານທາງເອເລັກໂຕຼນິກ ແລະ ການບໍລິການການເງິນທາງໄປສະນີ.

第ມາດຕາ 2条

第2条 词语解释

ພາສາລາວ (老挝语原文)

ມາດຕາ 2 ອະທິບາຍຄຳສັບ

第ມາດຕາ 3条

第4条 省关于邮政工作的政策

本协议中使用的术语定义如下:

邮政服务是指:提供便利和服务社会的邮政服务,例如:物品寄递服务、信息服务、金融服务、产品服务或其他邮政服务;

邮政信息服务是指:通过邮政网络接收、发送和提供信息服务的服务,包括文件形式和电子形式;

邮政便利服务是指:在投递和分发前协助准备邮政物品的服务;

邮政金融服务是指:通过邮政网络进行金融交易的服务;

邮政产品服务是指:生产和销售纪念品及其他物品的邮政业务;

邮政物品是指:通过邮政服务寄送的物品,包括信件、邮政包裹和邮政运输(邮政物流);

信件是指:信函、明信片、文件和小件物品,每件重量不超过两公斤;

邮政包裹是指:装在箱或包中的物品,重量超过两公斤但不超过五十公斤每箱或包;

邮政运输(邮政物流)是指:大型或特殊形状的物品,重量超过五十公斤但不超过两百公斤每件(箱、包、托盘);

投递方式是指:从一个国家到另一个国家以及国内投递的方法,可能通过陆路、水路和空中运输工具;

投递路线是指:连接目的国的路线,该路线可能连接一个或多个国家。

省政府鼓励和促进个人、法人或国内外组织投资于邮政服务领域的建设和发展,保护服务提供者和使用者的合法权益,创造管理环境以促进投资、经营和经营者竞争,确保公平,推动邮政网络广泛扩展,保证标准、质量和安全,使社会能够普遍使用。

ພາສາລາວ (老挝语原文)

ມາດຕາ 4 ນະໂຍບາຍຂອງແຂວງກ່ຽວກັບວຽກງານໄປສະນີ

ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:

ການບໍລິການໄປສະນີ ໝາຍເຖິງ: ການສະໜອງສິ່ງອຳນວຍຄວາມສະດວກ ແລະ ຮັບໃຊ້ສັງຄົມດ້ານໄປສະນີເຊັ່ນ: ການບໍລິການສົ່ງເຄື່ອງ, ການບໍລິການຂໍ້ມູນຂ່າວສານ, ການບໍລິການການເງິນ, ການບໍລິການຜະລິດຕະພັນ ຫຼື ບໍລິການໄປສະນີດ້ານອື່ນໆ;

ການບໍລິການຂໍ້ມູນ-ຂ່າວສານໄປສະນີ ໝາຍເຖິງ: ການບໍລິການຮັບ, ສົ່ງ ແລະ ສະໜອງຂໍ້ມູນ-ຂ່າວສານຜ່ານຕາໜ່າງໄປສະນີ ທັງໃນຮູບແບບເອກະສານ ແລະ ເອເລັກໂຕຼນິກ;

ການບໍລິການສິ່ງອຳນວຍຄວາມສະດວກໄປສະນີ ໝາຍເຖິງ: ການບໍລິການຊ່ວຍກະກຽມເດື່ອງຝາກໄປສະນີກ່ອນຈັດສົ່ງ ແລະ ແຈກຢາຍ;

ການບໍລິການການເງິນໄປສະນີ ໝາຍເຖິງ: ການບໍລິການດຳເນີນທຸລະກຳການເງິນຜ່ານຕາໜ່າງໄປສະນີ;

ການບໍລິການຜະລິດຕະພັນໄປສະນີ ໝາຍເຖິງ: ການຜະລິດ ແລະ ຈຳໜ່າຍ, ເຄື່ອງທີ່ລະນຶກ ແລະ ສິ່ງອື່ນໆ ຕາມຫຼັກການໄປສະນີ;

ເຄື່ອງຝາກທາງໄປສະນີ ໝາຍເຖິງ: ສິ່ງຂອງທີ່ສົ່ງຜ່ານການບໍລິການທາງໄປສະນີ ປະກອບມີໄປສະນີພັນ, ພັດສະດຸໄປສະນີ ແລະ ການຂົນສົ່ງໄປສະນີ (ໂລຊິດສະຕິກໄປສະນີ);

ໄປສະນີພັນ ໝາຍເຖິງ: ຈົດໝາຍ, ໄປສະນີບັດ, ເອກະສານ ແລະ ສິ່ງຂອງຫໍ່ນ້ອຍ ທີ່ມີນ້ຳໜັກບໍ່ເກີນສອງກິໂລກຣາມຕໍ່ຊ່ອງ ຫຼື ທໍ່;

ພັດສະດຸໄປສະນີ ໝາຍເຖິງ: ສິ່ງຂອງທີ່ບັນຈຸໃນຫີບ ຫຼື ຫໍ່ ທີ່ມີນ້ຳໜັກຫຼາຍກວ່າສອງກິໂລກຣາມ ແຕ່ບໍ່ເກີນຫ້າສິບກິໂລກຣາມຕໍ່ຫີບ ຫຼື ທໍ່;

ການຂົນສົ່ງໄປສະນີ (ໂລຊິດສະຕິກໄປສະນີ) ໝາຍເຖິງ: ສິ່ງຂອງຂະໜາດໃຫຍ່ ຫຼື ມີຮູບຮ່າງພິເສດ ເຊິ່ງມີນ້ຳໜັກເກີນຫ້າສິບກິໂລກຣາມ ແຕ່ບໍ່ເກີນສອງຮ້ອຍກິໂລກຣາມຕໍ່ເຄື່ອງ (ຫີບ, ທໍ່, ຊິດ);

ຮູບແບບຈັດສົ່ງ ໝາຍເຖິງ: ວິທີການຈັດສົ່ງຈາກປະເທດໜຶ່ງໄປຍັງປະເທດໜຶ່ງ ແລະ ພາຍໃນປະເທດ ອາດຈະຜ່ານພາຫະນະຂົນສົ່ງທາງບົກ, ທາງນ້ຳ ແລະ ທາງອາກາດ;

ເສັ້ນທາງຈັດສົ່ງ ໝາຍເຖິງ: ເສັ້ນທາງການເຊື່ອມຕໍ່ກັບປະເທດປາຍທາງ ເຊິ່ງເສັ້ນທາງນັ້ນ ອາດຈະມີການເຊື່ອມຕໍ່ກັບໜຶ່ງ ຫຼື ຫຼາຍປະເທດ.

ອົງການປົກຄອງແຂວງ ຊຸກຍູ້ ແລະ ສົ່ງເສີມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດລົງທຶນໃສ່ການສ້າງ, ການພັດທະນາ ໃນການບໍລິການຂະແໜງການດ້ານໄປສະນີ, ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການໄປສະນີ, ສ້າງສະພາບແວດລ້ອມໃນການຄຸ້ມຄອງ ເພື່ອສົ່ງເສີມການລົງທຶນ, ການດຳເນີນທຸລະກິດ ແລະ ການແຂ່ງຂັນຂອງຜູ້ປະກອບການ ໃນຂະແໜງການໃຫ້ມີຄວາມຍຸຕິທຳ ຊຸກຍູ້ການຂະຫຍາຍຕາໜ່າງໄປສະນີໃຫ້ກວ້າງຂວາງ ຮັບປະກັນໃຫ້ມີມາດຕະຖານ, ຄຸນະພາບ ແລະ ຄວາມປອດໄພ ເພື່ອສັງຄົມໄດ້ນຳໃຊ້ຢ່າງທົ່ວເຖິງ.

第ມາດຕາ 4条

第4条 关于邮政工作管理的原则
确保邮政工作的发展符合党和国家的方针路线、国家经济社会发展计划、省级经济社会发展计划以及省级科技与通信发展战略,并与省内的其他部门相协调;
确保全民服务安全、快捷、透明、准确、完整、及时送达、公正并依法平等;
确保国家机密、地方机密、公务机密、个人、法人及组织的秘密;
确保不滥用邮政服务接收、寄送、分发法律和法规规定的其他违禁物品;
确保保护服务提供者和使用邮政服务者的合法权益,使其在省内的整个社会中广泛参与。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການຄຸ້ມຄອງວຽກງານໄປສະນີ
ຮັບປະກັນການພັດທະນາວຽກງານໄປສະນີ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງແຂວງ ແລະ ແຜນຍຸດທະສາດການພັດທະນາເຕັກໂນໂລຊີ ແລະ ການສື່ສານຂອງແຂວງ ກັບບັນດາຂະແໜງການອື່ນໆ ຢູ່ພາຍໃນແຂວງ;
ຮັບປະກັນການບໍລິການທົ່ວປວງຊົນ ໃຫ້ມີຄວາມປອດໄພ, ວ່ອງໄວ, ໂປ່ງໃສ, ຊັດເຈນ, ຄົບຖ້ວນເຖິງຈຸດທີ່ພາຍທັນເວລາ, ຍຸຕິທຳ ແລະ ສະເໝີພາບຕໍ່ກົດໝາຍ;
ຮັບປະກັນຄວາມລັບຂອງຊາດ, ຂອງທ້ອງຖິ່ນ, ຄວາມລັບທາງລັດຖະການ, ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
ຮັບປະກັນບໍ່ໃຫ້ສວຍໃຊ້ການບໍລິການດ້ານໄປສະນີໃນການຮັບຝາກ, ຈັດສົ່ງ, ແຈກຢາຍ ສິ່ງຕ້ອງຫ້າມອື່ນໆ ທີ່ລະບຸໃນກົດໝາຍ ແລະ ລະບຽບການ;
ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ໃຫ້ບໍລິການ ແລະ ຜູ້ຊົມໃຊ້ການບໍລິການດ້ານໄປສະນີ ໃຫ້ມີສ່ວນຮ່ວມຢ່າງກວ້າງຂວາງ ທົ່ວສັງຄົມພາຍໃນແຂວງ.

第ມາດຕາ 5条

第5条 适用范围
本协议适用于在琅南塔省内从事邮政服务业务的个人、法人或组织,无论是国内还是国外的。

ພາສາລາວ (老挝语原文)

ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ແມ່ນນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວດຳເນີນທຸລະກິດ ບໍລິການດ້ານໄປສະນີຢູ່ພາຍໃນແຂວງຫຼວງນໍ້າທາ ເທົ່ານັ້ນ.

第ມາດຕາ 6条

第6条 邮政工作管理

省技术与通信厅负责确定邮政工作管理和发展的方向或目标,根据其职责、权利和义务,与社会经济发展相协调,旨在调整使经营者强大,使用者获得质量、技术标准、价格方面的服务,同时监督和促进各项义务的履行,按规定纳入预算。创造管理环境,以促进投资、经营和竞争,使邮政领域的经营者广泛发展,以便社会能够普遍使用邮政服务。

ພາສາລາວ (老挝语原文)

ມາດຕາ 6 ການຄຸ້ມຄອງວຽກງານໄປສະນີ

ພະແນກເຕັກໂນໂລຊີ ແລະ ການສື່ສານປະຈຳແຂວງ ເປັນເຈົ້າການໃນການກຳນົດທິດທາງ ຫຼື ເປົ້າໝາຍ ໃນການຄຸ້ມຄອງ ແລະ ພັດທະນາວຽກງານໄປສະນີ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແນໃສ່ດັດສົມເຮັດໃຫ້ຜູ້ປະກອບການມີຄວາມເຂັ້ມແຂງ ແລະ ຜູ້ໃຊ້ບໍລິການ ໄດ້ຮັບການບໍລິການທາງດ້ານຄຸນນະພາບ, ດ້ານມາດຕະຖານເຕັກນິກ, ດ້ານລາຄາ ພ້ອມທັງຕິດຕາມກວດກາ ແລະ ຊຸກຍູ້ ການປະຕິບັດພັນທະຕ່າງໆ ເຂົ້າງົບປະມານຕາມລະບຽບການ. ສ້າງສະພາບແວດລ້ອມໃນການຄຸ້ມຄອງ ເພື່ອສົ່ງເສີມການລົງທຶນ, ການດຳເນີນທຸລະກິດ ແລະ ການແຂ່ງຂັນ ຂອງຜູ້ປະກອບການ ໃນຂະແໜງການໄປສະນີໃຫ້ກວ້າງຂວາງ ເພື່ອສັງຄົມໄດ້ນຳໃຊ້ການບໍລິການໄປສະນີຢ່າງທົ່ວເຖິງ.

第ມາດຕາ 7条

第7条 邮政服务业务单位的管理

邮政经营者必须接受邮政部门及相关其他部门的技术管理和监督。定期向所属邮政部门报告其业务经营情况,并有义务按照以下规定正确提供收寄、发送和分拣服务:

1. 提供服务应便捷、快速、安全,不得丢失或损坏,保证质量并确保送达收件人手中;
2. 邮政服务提供者必须对因自身过错造成的各类寄递物品的损失,按照各公司的条件和规定承担赔偿责任。但因自然灾害和火灾等不可抗力造成的损失除外;
3. 不得通过邮政运输服务网络收寄、发送、分拣以下商品:军用武器、爆炸物、危险化学品、毒品、鸦片、冰毒、海洛因、卡痛叶、大麻、电子烟-水烟(巴拉卡)、卡痛、咖啡因、一氧化二氮(N2O)气瓶以及其他依法和邮政规定禁止的物品;
4. 邮政服务提供者必须对客户负责,若收寄后寄递物品未到达目的地,提供者必须向发件方追查并及时解决问题;
5. 与所有相关部门合作,管理省内的邮政工作;
6. 为官员和相关方提供便利,以促进、鼓励、监督和检查,当发现收寄和运输不符合目标且存在嫌疑时。

ພາສາລາວ (老挝语原文)

ມາດຕາ 7 ການຄຸ້ມຄອງບັນດາຫົວໜ່ວຍທຸລະກິດໃຫ້ການບໍລິການດ້ານໄປສະນີ

ຜູ້ປະກອບການດ້ານໄປສະນີ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາຂອງຂະແໜງການໄປສະນີ ທາງດ້ານວິຊາການ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ. ລາຍງານກ່ຽວກັບການດຳເນີນທຸລະກິດຂອງຕົນໃຫ້ຂະແໜງການໄປສະນີທີ່ຕົນຂຶ້ນກັບຢ່າງເປັນປົກກະຕິ ແລະ ມີພັນທະບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກໃຫ້ຖືກຕ້ອງຕາມລະບຽບການ ດັ່ງນີ້:

1. ໃຫ້ບໍລິການມີຄວາມສະດວກ, ວ່ອງໄວ, ປອດໄພ, ບໍ່ໃຫ້ຕົກເຮ່ຍເສຍຫາຍ, ຮັບປະກັນຄຸນນະພາບ ແລະ ຮັບປະກັນໃຫ້ເຖິງມືຜູ້ຮັບ;
2. ຜູ້ໃຫ້ບໍລິການໄປສະນີ ຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍເຄື່ອງຝາກແຕ່ລະປະເພດ ຕາມເງື່ອນໄຂ ແລະ ລະບຽບຂອງແຕ່ລະບໍລິສັດ, ທີ່ເກີດຄວາມເສຍຫາຍຂຶ້ນຍ້ອນຄວາມຜິດພາດຂອງຕົນທຸກກໍລະນີ. ເວັ້ນເສຍແຕ່ຄວາມເສຍຫາຍນັ້ນ ຫາກເກີດຂຶ້ນຍ້ອນເຫດສຸດວິໄສຈາກໄພທຳມະຊາດ ແລະ ອັກຄີໄພ;
3. ບໍ່ຮັບຝາກ-ຈັດສົ່ງ-ແຈກຢາຍ ສິນຄ້າ ຜ່ານຕາຫ່າງການບໍລິການຂົນສົ່ງໄປສະນີເຊັ່ນ: ອາວຸດເສິກ, ວັດຖຸລະເບີດ, ທາດເຄມີທີ່ເປັນອັນຕະລາຍ, ສິ່ງເສບຕິດ, ຢາຝີ່ນ, ຢາບ້າ, ເຮໂລອິນ, ກະທ່ອມ, ກັນຊາ, ຢາສູບໄຟຟ້າ-ຊີຊ່າ (ບາລາກ), ຂາຄູ່, ກາເຟອິນ, ບຸມເປົ້າອັດແກັສສານໄນຕຣັດອອກໄຊ (N2O) ແລະ ສິ່ງຂອງເກືອດຫ້າມອື່ນໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງໄປສະນີ;
4. ຜູ້ໃຫ້ບໍລິການໄປສະນີ ຕ້ອງຮັບຜິດຊອບຕໍ່ລູກຄ້າ ກໍລະນີຮັບຝາກຕົ້ນທາງແລ້ວ ເຄື່ອງຝາກບໍ່ຮອດປາຍທາງ ຜູ້ໃຫ້ບໍລິການ ຕ້ອງທວງນຳຕົ້ນທາງ ແລະ ແກ້ໄຂບັນຫາໃຫ້ທັນເວລາອັນຄວນ;
5. ໃຫ້ຄວາມຮ່ວມມື ກັບທຸກພາກສ່ວນທີ່ກ່ຽວຂ້ອງ ຕໍ່ກັບການຄຸ້ມຄອງວຽກງານໄປສະນີພາຍໃນແຂວງ;
6. ອຳນວຍຄວາມສະດວກ ໃຫ້ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ໃນການຊຸກຍູ້, ສົ່ງເສີມ, ຕິດຕາມ ກວດກາ ເມື່ອເຫັນວ່າການຮັບຝາກ ແລະ ການຂົນສົ່ງ ບໍ່ຖືກເປົ້າໝາຍ ແລະ ມີການສົງໃສ.

第ມາດຕາ 8条

第8条 质量和技术标准管理
邮政服务提供者必须确保收寄、运输和投递运输物品的服务质量,按照以下质量和标准:
1. 服务质量方面:
- 规定收寄、运输和投递物品过程中的服务时间,确保按时送达收件人手中;
- 操作程序从接收寄件人的物品开始,包括检查物品、物品信息和收件人信息的步骤,以及包装、测量尺寸和称重直至完成,然后出具收据并按规定正确支付费用。
2. 技术标准方面:
- 用于包装物品的材料必须坚固,便于从收寄、运输到投递过程中的搬运移动;以确保物品不破损、泄漏、变形或变质;
- 包装方法应适合物品的种类、类型、尺寸和重量,适当并确保安全;
- 规定物品的重量和尺寸特性,使其适合包装产品的包装,以便于搬运和移动。

ພາສາລາວ (老挝语原文)

ມາດຕາ 8 ການຄຸ້ມຄອງດ້ານຄຸນນະພາບ ແລະ ມາດຕະຖານເຕັກນິກ
ຜູ້ໃຫ້ບໍລິການດ້ານໄປສະນີຕ້ອງຮັບປະກັນຄຸນນະພາບການບໍລິການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກທາງຂົນສົ່ງ ຕາມຄຸນນະພາບ ແລະ ມາດຕະຖານ ດັ່ງນີ້:
1. ດ້ານຄຸນນະພາບການບໍລິການ:
- ກຳນົດເວລາການບໍລິການໃນຂະບວນການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງໃຫ້ຮັບປະກັນເຖິງມືຜູ້ຮັບຕາມກຳນົດເວລາ;
- ຂັ້ນຕອນການປະຕິບັດງານ ເລີ່ມຕົ້ນໃນການຮັບເຄື່ອງຈາກຜູ້ຝາກ ນັບແຕ່ຂັ້ນຕອນການກວດກາພັດສະດຸ, ຂໍ້ມູນຂອງເຄື່ອງຝາກ ແລະ ຂໍ້ມູນຂອງຜູ້ຮັບ ລວມທັງຂັ້ນຕອນການຫຸ້ມຫໍ່, ການວັດແທກຂະໜາດ ແລະ ຕິດຊັ່ງນ້ຳໜັກຈົນສຳເລັດ ກ່ອນອອກໃບຮັບຝາກ ແລະ ຈ່າຍຄ່າທຳນຽມໂດຍຖືກຕ້ອງຕາມລະບຽບທີ່ກຳນົດໄວ້.
2. ດ້ານມາດຕະຖານເຕັກນິກ:
- ວັດສະດຸທີ່ຈະນຳໃຊ້ ເຂົ້າໃນການຫຸ້ມຫໍ່ເຄື່ອງຝາກໃຫ້ມີຄວາມແໜ້ນໜາ ສ້າງຄວາມສະດວກໃນການຂົນສົ່ງເຄື່ອນຍ້າຍນັບແຕ່ຂັ້ນຕອນການຮັບຝາກ-ຈັດສົ່ງ ແລະ ແຈກຢາຍ; ເພື່ອຮັບປະກັນໃນການຮັກສາເຄື່ອງຝາກບໍ່ໃຫ້ແຕກຫັກ, ຮົ່ວໄຫຼ, ປ່ຽນຮູບຊົງ ແລະ ເສື່ອມຄຸນນະພາບ;
- ວິທີການຫຸ້ມຫໍ່ໃຫ້ເໝາະສົມກັບຊະນິດ, ປະເພດ, ຂະໜາດ ແລະ ນ້ຳໜັກຂອງເຄື່ອງຝາກ ຢ່າງເໝາະສົມ ແລະ ຮັບປະກັນຄວາມປອດໄພ;
- ກຳນົດຄຸນລັກສະນະທາງດ້ານນ້ຳໜັກ ແລະ ຂະໜາດຂອງເຄື່ອງຝາກ ໃຫ້ແທດເໝາະກັບຜະລິດຕະພັນບັນຈຸ ຫຸ້ມຫໍ່, ເພື່ອແນໃສ່ເຮັດໃຫ້ການຍົກຍ້າຍ ແລະ ເຄື່ອນຍ້າຍໄດ້ຢ່າງສະດວກ.

第ມາດຕາ 9条

第9条 收寄、投递和分发的价格管理
省内邮政服务的资费由技术和通信部门确定和管理,在收寄、投递和分发中,通过按重量、体积、形状等确定物品价格,以适应当地情况,并定期与相关部门协调。

ພາສາລາວ (老挝语原文)

ມາດຕາ 9 ການຄຸ້ມຄອງດ້ານລາຄາການຮັບຝາກ, ຈັດສົ່ງ ແລະ ແຈກຢາຍ
ອັດຕາຄ່າບໍລິການດ້ານໄປສະນີພາຍໃນແຂວງແມ່ນຂະແໝງການເຕັກໂນໂລຊີ ແລະ ການສື່ສານ ຈະໄດ້ກຳນົດ ແລະ ຄຸ້ມຄອງ ໃນການຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ໂດຍການກຳນົດລາຄາພັດສະດຸເປັນນ້ຳບັກ, ເປັນບໍລິມາດ, ເປັນຮູບຮ່າງ ແລະ ອື່ນໆ ເພື່ອໃຫ້ສອດຄ່ອງກັບສະພາບທ້ອງຖິ່ນ ຕາມແຕ່ລະໄລຍະໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

第ມາດຕາ 10条

第10条 服务条件和申请邮政经营许可
在开展全国范围内的邮政递送服务活动之前,获许可人可以在省内提供邮政物品收集服务,然后分发到所有省份,并分发到各县,各类别具体如下:
1. 省内邮政物品递送服务(作为母公司)必须遵守以下条件:
- 严格遵守党和国家的政策、法律、法规的规定;
- 公司必须在省内拥有至少500,000,000基普(五亿基普以上)的企业注册资本;
- 在省辖市设有办事处或服务点;
- 拥有递送车辆和服务设备;
- 拥有毕业于服务或相关专业的员工;
- 拥有合适的邮政物品分拣中心。
2. 代理递送服务必须遵守以下条件:
任何将要开展省内邮政物品代理递送服务的个人或法人必须在省内注册企业,注册资本至少100,000,000基普(一亿基普以上);
- 在省辖市内有合适的地点或服务点;
- 拥有递送车辆和分发车辆;
- 拥有至少2名服务人员;
- 拥有合适的邮政物品分拣中心。
3. 分支机构递送服务必须遵守以下条件:
- 邮政物品运输公司必须有办事处或服务场所;
- 必须有递送车辆和分发车辆;
- 拥有至少2名服务人员;
- 拥有合适的邮政物品分拣中心。

ພາສາລາວ (老挝语原文)

ມາດຕາ 10 ເງື່ອນໄຂການບໍລິການ ແລະ ຂໍອະນຸຍາດຄຳເນີນທຸລະກິດໄປສະນີ
ກ່ອນດຳເນີນກິດຈະການ ບໍລິການສົ່ງເດືອງໄປສະນີໃນຂອບເຂດທົ່ວປະເທດຜູ້ໄດ້ຮັບອະນຸຍາດສາມາດບໍລິການຈັດເກັບເຄື່ອງຝາກທາງໄປສະນີ ພາຍໃນແຂວງ ແລ້ວແຈກຢາຍໄປໄດ້ທົ່ວທຸກແຂວງ ແລະ ແຈກຢາຍໄປຍັງບັນດາເມືອງ ເຊິ່ງແຕ່ລະປະເພດມີດັງນີ້:
1. ບໍລິການສົ່ງເຄື່ອງໄປສະນີ ພາຍໃນແຂວງ ທີ່ເປັນບໍລິສັດແມ່ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:
- ປະຕິບັດຕາມນະໂຍບາຍຂອງພັກ-ລັດ, ກົດໝາຍ, ລະບຽບການຕ່າງໆ ທີ່ກຳນົດໄວ້ຢ່າງເຂັ້ມງວດ;
- ບໍລິສັດຕ້ອງມີທຶນຂຶ້ນທະບຽນວິສາຫະກິດ ຢູ່ພາຍໃນແຂວງ ຢ່າງຫ້ອຍ 500.000.000 ກີບ (ຫ້າຮ້ອຍລ້ານກີບຂຶ້ນໄປ);
- ມີສຳນັກງານ ຫຼື ຈຸດບໍລິການທີ່ຕັ້ງຢູ່ພາຍໃນເທດສະບານແຂວງ;
- ມີພາຫະນະໃນການຈັດສົ່ງ ແລະ ອຸປະກອນຮັບໃຊ້ການບໍລິການ;
- ມີພະນັກງານທີ່ຈົບຈາກ ດ້ານການບໍລິການ ຫຼື ວິຊາທີ່ໃກ້ຄຽງ;
- ມີສູນຄັດແຍກພັດສະດຸໄປສະນີທີ່ເໜາະສົມ.
2. ບໍລິການສົ່ງເຄື່ອງ ເປັນຕົວແທນ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:
ບຸກຄົນ ຫຼື ນິຕິບຸກຄົນໃດໜຶ່ງທີ່ຈະດຳເນີນບໍລິການເປັນຕົວແທນສົ່ງເຄື່ອງໄປສະນີພາຍໃນແຂວງ ຕ້ອງໄດ້ຂຶ້ນທະບຽນວິສາຫະກິດຢູ່ແຂວງ ຢ່າງຫ້ອຍ 100.000.000 ກີບ (ໜຶ່ງຮ້ອຍລ້ານກີບຂຶ້ນໄປ);
- ມີສະຖານທີ່ ຫຼື ຈຸດບໍລິການທີ່ເໜາະສົມຢູ່ພາຍໃນເທດສະບານແຂວງ;
- ມີພາຫະນະໃນການຈັດສົ່ງ ແລະ ພາຫະນະໃນການແຈກຢາຍ;
- ມີພະນັກງານໃຫ້ບໍລິການຢ່າງຫ້ອຍ 2 ຄົນຂຶ້ນໄປ;
- ມີສູນຄັດແຍກພັດສະດຸໄປສະນີ ທີ່ເໜາະສົມ.
3. ບໍລິການສົ່ງເຄື່ອງເປັນສາຂາ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:
- ບໍລິສັດຂົນສົ່ງເຄື່ອງໄປສະນີຕ້ອງມີສຳນັກງານ ຫຼື ສະຖານທີ່ໃຫ້ບໍລິການ;
- ຕ້ອງມີພາຫະນະຈັດສົ່ງ ແລະ ພາຫະນະແຈກຢາຍ;
- ມີພະນັກງານ ໃຫ້ບໍລິການຢ່າງຫ້ອຍ 2 ຄົນຂຶ້ນໄປ;
- ມີສູນຄັດແຍກພັດສະດຸໄປສະນີ ທີ່ເໜາະສົມ.

第ມາດຕາ 11条

第11条 许可证的颁发。
1. 个人、法人或组织在获得批准成为母公司之前,必须准备文件并提交给省技术和通信厅,如下:
- 申请书;
- 根据法律法规从工业和贸易厅获得的企业注册证;
- 投资者的意向书或项目建议书;
- 确定商标;
- 身份证或护照复印件(如果是外国人);
- 技术人员和车辆清单;
- 地址证明和村委会出具的经营场所证明;
- 其他必要文件。
2. 个人、法人或组织在获得批准成为代理之前,必须准备以下文件:
- 申请书;
- 从省级工业和贸易厅获得的企业注册证;
- 代理的简介;
- 母公司的任命书或授权书;
- 地址证明和村委会出具的经营场所证明;
- 身份证或护照复印件(如果是外国人);
- 技术人员和车辆清单;
- 其他必要文件。
3. 个人、法人或组织在获得批准成为分支机构之前,必须准备以下文件:
- 申请书;
- 母公司的运输业务许可证复印件;
- 从省级工业和贸易厅获得的企业注册证;
- 项目建议书或简介的复印件;
- 母公司的任命书或授权书;
- 地址证明和村委会出具的经营场所证明;
- 其他必要文件。

ພາສາລາວ (老挝语原文)

ມາດຕາ 11 ການອອກໃບອະນຸຍາດ.
1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ອນຈະໄດ້ຮັບອະນຸຍາດເປັນບໍລິສັດແມ່ ຕ້ອງປະກອບເອກະສານ ແລ້ວສະເໜີຕໍ່ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ດັ່ງນີ້:
- ໃບຄຳຮ້ອງ;
- ທະບຽນວິສາຫະກິດຈາກພະແນກອຸດສາຫະກຳ ແລະ ການຄ້າຕາມກົດໝາຍ ແລະ ລະບຽບການ;
- ປະກອບເອກະສານເຈດຈຳນົງ ຫຼື ບົດວິພາກ ຂອງຜູ້ຕ້ອງການລົງທຶນ;
- ກຳນົດເຄື່ອງໝາຍການຄ້າ;
- ສຳເນົາບັດປະຈຳຕົວ ຫຼື ຫັງສືຜ່ານແດນ (ຖ້າເປັນຄົນຕ່າງປະເທດ);
- ບັນຊີລາຍຊື່ຂອງພະນັກງານວິຊາການ ແລະ ພາຫະນະ;
- ໃບຢັ້ງຢືນທີ່ຢູ່ ແລະ ໃບຢັ້ງຢືນສະຖານທີ່ຕັ້ງຈາກບ້ານ;
- ເອກະສານອື່ນໆ ທີ່ເຫັນວ່າຈຳເປັນ.
2. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ອນຈະໄດ້ຮັບອະນຸຍາດເປັນຕົວແທນ ຕ້ອງປະກອບເອກະສານຄື:
- ໃບຄຳຮ້ອງ;
- ທະບຽນວິສາຫະກິດ ຈາກຂະແໜງອຸດສາຫະກຳ ແລະ ການຄ້າຂັ້ນແຂວງ;
- ບົດສະເໜີຫຍໍ້ ຂອງຕົວແທນ;
- ຫັງສືແຕ່ງຕັ້ງ ຫຼື ໃບມອບສິດ ຈາກບໍລິສັດແມ່;
- ໃບຢັ້ງຢືນທີ່ຢູ່ ແລະ ໃບຢັ້ງຢືນສະຖານທີ່ຕັ້ງຈາກບ້ານ;
- ສຳເນົາບັດປະຈຳຕົວ ຫຼື ຫັງສືຜ່ານແດນ (ຖ້າເປັນຄົນຕ່າງປະເທດ);
- ບັນຊີລາຍຊື່ຂອງພະນັກງານວິຊາການ ແລະ ພາຫະນະ;
- ເອກະສານອື່ນໆ ທີ່ເຫັນວ່າຈຳເປັນ.
3. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ອນຈະໄດ້ຮັບອະນຸຍາດເປັນສາຂາ ຕ້ອງປະກອບເອກະສານຄືດັ່ງນີ້:
- ໃບຄຳຮ້ອງ;
- ສຳເນົາໃບອະນຸຍາດດຳເນີນທຸລະກິດຂົນສົ່ງຈາກບໍລິສັດແມ່;
- ທະບຽນວິສາຫະກິດ ຈາກຂະແໜງອຸດສາຫະກຳ ແລະ ການຄ້າຂັ້ນແຂວງ;
- ສຳເນົາບົດວິພາກ ຫຼື ບົດສະເໜີຫຍໍ້;
- ຫັງສືແຕ່ງຕັ້ງ ຫຼື ໃບມອບສິດຈາກບໍລິສັດແມ່;
- ໃບຢັ້ງຢືນທີ່ຢູ່ ແລະ ໃບຢັ້ງຢືນສະຖານທີ່ຕັ້ງຈາກບ້ານ;
- ເອກະສານອື່ນໆ ທີ່ເຫັນວ່າຈຳເປັນ.

第ມາດຕາ 12条

第12条 有效期和许可证续期
许可证的有效期为1年,邮政服务业务经营者必须在有效期届满前10天申请续期,并提交以下文件:
- 申请书;
- 过去一段时期业务经营活动的总结报告,该报告应表明能够以高质量为社会提供服务并取得良好效果;
- 上一年度的业务经营许可证;
- 企业登记证;
- 上一年度的纳税证明;
- 身份证或护照(如果是外国人)。
许可证的撤销、暂停或吊销
获得许可证的人,如果未开展经营活动或有违反本协议或相关法律的经营活动,将被暂停、撤销或吊销该许可证;
在收到暂停、撤销或吊销文件后,服务提供者必须立即停止服务活动,同时清偿债务并纠正所发生的违规行为,按照相关法律和法规的规定完成。

ພາສາລາວ (老挝语原文)

ມາດຕາ 12 ອາຍຸ ແລະ ການຕໍ່ໃບອະນຸຍາດ
ອາຍຸການນຳໃຊ້ໃບອະນຸຍາດແມ່ນກຳນົດ 1 ປີ ແລະ ຜູ້ດຳເນີນທຸລະກິດບໍລິການໄປສະນີ ຕ້ອງສະເໜີຂໍຕໍ່ກ່ອນວັນໝົດອາຍຸ 10 ວັນ ແລະ ຕ້ອງປະກອບເອກະສານດັ່ງນີ້:
- ໃບຄຳຮ້ອງ;
- ບົດສະຫຼຸບລາຍງານການເຄື່ອນໄຫວດຳເນີນທຸລະກິດໃນໄລຍະຜ່ານມາ, ຊຶ່ງສາມາດດຳເນີນທຸລະກິດໃຫ້ບໍລິການຮັບໃຊ້ສັງຄົມຢ່າງມີຄຸນນະພາບ ແລະ ໄດ້ຮັບຜົນເປັນຢ່າງດີ;
- ໃບອະນຸຍາດດຳເນີນທຸລະກິດປີຜ່ານມາ;
- ທະບຽນວິສາຫະກິດ;
- ໃບຢັ້ງຢືນການຊຳລະພັນທະອາກອນຂອງປີຜ່ານມາ;
- ບັດປະຈຳຕົວ ຫຼື ໜັງສືຜ່ານແດນ (ຖ້າເປັນຄົນຕ່າງປະເທດ).
ການຖອນ, ໂຈະ ຫຼື ຍົກເລີກໃບອະນຸຍາດ
ຜູ້ໄດ້ຮັບໃບອະນຸຍາດ ຫາກບໍ່ໄດ້ດຳເນີນການເຄື່ອນໄຫວ ຫຼື ມີການເຄື່ອນໄຫວທີ່ເປັນການລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຫຼື ກົດໝາຍທີ່ກ່ຽວຂ້ອງ ຈະຖືກໂຈະ, ຖອນ ຫຼື ຍົກເລີກ ໃບອະນຸຍາດນັ້ນ;
ພາຍຫຼັງໄດ້ຮັບເອກະສານສັ່ງໂຈະ, ຖອນ ຫຼື ຍົກເລີກ ຜູ້ໃຫ້ບໍລິການຈະຕ້ອງຢຸດຕິການເຄື່ອນໄຫວບໍລິການທັນທີ ພ້ອມທັງຊຳລະສະສາງໜີ້ສິນ ແລະ ແກ້ໄຂຂໍ້ລະເມີດທີ່ເກີດຂຶ້ນໃຫ້ສຳເລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

本页展示前 12 条,全文共 32 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译