ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອ
协议关于废物管理
Agreement on Waste Management
ບົດສະຫຼຸບ
ລະບຽບການນີ້ປັບປຸງການຄຸ້ມຄອງສິ່ງເສດເຫຼືອຂອງບຸກຄົນ ແລະ ອົງກອນໃນແຂວງຫຼວງນ້ຳທາ, ເນັ້ນໃສ່ການຄຸ້ມຄອງການເກັບຮັກສາ, ການບຳບັດ, ການນຳໃຊ້ຄືນ ແລະ ອື່ນໆ ຕາມຫຼັກການສິ່ງແວດລ້ອມທີ່ຂຽວ, ສະອາດ ແລະ ງາມ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ການຄຸ້ມຄອງສິ່ງເສດເຫຼືອ
ການຄຸ້ມຄອງສິ່ງເສດເຫຼືອ ແມ່ນການບໍລິຫານຈັດການສິ່ງເສດເຫຼືອໃຫ້ຖືກຕ້ອງຕາມວິທີການ ເປັນຕົ້ນແມ່ນ: ການເກັບຮັກສາ, ການບຳບັດ, ເຜົາ, ຝັງ ແລະ ການນຳໃຊ້ຄືນໃໝ່ (ການຄັດແຍກ) ໂດຍປະຕິບັດຕາມຂັ້ນຕອນ ແລະ ລະບຽບການສະເພາະທີ່ໄດ້ກຳນົດໄວ້ຢ່າງລະອຽດ, ລວມທັງຮັບປະກັນບໍ່ໃຫ້ຖິ້ມຊະຊາຍ ຕາມແຄມທາງ, ແຄມນ້ຳ ແລະ ສະຖານທີ່ຫ້າມອື່ນໆ.
ການຄຸ້ມຄອງສິ່ງເສດເຫຼືອແບບມີປະສິດທິພາບສູງສຸດ ສາມາດຫຼຸດປະລິມານຂີ້ເຫຍື້ອທີ່ຈະຕ້ອງສົ່ງໄປທຳລາຍດ້ວຍລະບົບຕ່າງໆ ໃຫ້ໜ້ອຍທີ່ສຸດ ແລະ ສາມາດນຳສິ່ງເສດເຫຼືອກັບມາໃຊ້ປະໂຫຍດຄືນໃໝ່ ເປັນຕົ້ນແມ່ນ ການໃຊ້ຊ້ຳ ແລະ ແປຮູບເພື່ອນຳມາໃຊ້ໃໝ່ ລວມທັງການກຳຈັດທີ່ໄດ້ຜົນຕອບແທນເຊັ່ນ: ການເຮັດປຸຍໝັກ, ການປ່ຽນສິ່ງເສດເຫຼືອໃຫ້ເປັນພະລັງງານ ແລະ ການນຳໄປແປຮູບໃໝ່.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 26 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ