ຂໍ້ຕົກລົງ ເລກທີ 03/ຄປຈຂ ລົງວັນທີ 13 ກັນຍາ 2022 ວ່າດ້ວຍການຄຸ້ມຄອງ, ບໍລິຫານ, ປົກປັກຮັກສາ, ນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳ ຂອງເຈົ້າແຂວງຫຼວງນ້ຳທາ
南塔省省长关于水及水资源的管理、行政、保护、使用的决定(第03/CPJX号,2022年9月13日)
Decision of the Governor of Namtha Province on Management, Administration, Protection, and Use of Water and Water Resources (No. 03/CPJX, September 13, 2022)
ບົດສະຫຼຸບ
ຂໍ້ຕົກລົງຂອງແຂວງຫຼວງນ້ຳທາ ວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ນ້ຳ, ຊັບພະຍາກອນນ້ຳ ແລະ ດິນແດນທີ່ກ່ຽວຂ້ອງກັບນ້ຳ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ປະກອບດ້ວຍ ບົດທົ່ວໄປ, ການຄຸ້ມຄອງການນຳໃຊ້ນ້ຳ, ຂໍ້ຫ້າມ, ອົງການຄຸ້ມຄອງ ແລະ ກວດກາ, ລາງວັນ ແລະ ມາດຕະການລົງໂທດ ທັງໝົດ 26 ມາດຕາ.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງ ສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ບໍລິຫານ, ປົກປັກ ຮັກສາ, ພັດທະນາ, ການນຳໃຊ້ນ້ຳ ແລະ ຊັບພະຍາກອນນ້ຳ, ການປ້ອງກັນຜົນເສຍຫາຍຈາກນ້ຳ, ການບຸລະນະຟື້ນຟູເຂດ ທີ່ໄດ້ຮັບຜົນກະທົບ, ປະລິມານນ້ຳ ແລະ ຊັບພະຍາກອນແຫຼງນຳໃຫ້ຍຶນຍົງ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຫຼ້າທີ່ວຽກງານສະເພາະຫ້າ ແລະ ຍາວນານ.
ມາດຕາ 2
ນ້ຳ, ຊັບພະຍາກອນແຫຼ່ງນ້ຳ ແລະ ດິນບໍລິເວນນ້ຳ ການຄຸ້ມຄອງການນຳໃຊ້ນ້ຳ ແມ່ນການເກັບກຳຂໍ້ມູນ, ການຂຶ້ນບັນຊີ, ການປົກປັກຮັກສາ, ການອະນຸຍາດ ການນຳໃຊ້ນ້ຳ ລວມທັງວຽກງານບໍລິການດ້ານນ້ຳ, ຊັບພະຍາກອນນ້ຳ, ການຕິດຕາມກວດກາ ການນຳໃຊ້ນ້ຳເທິງດິນ ແລະ ນ້ຳໃຕ້ດິນ ເພື່ອເຮັດໃຫ້ການນຳໃຊ້ນ້ຳ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ແນໃສ່ຫຼຸດຜ່ອນ ຜົນກະທົບຕໍ່ປະລິມານ ແລະ ຄຸນນະພາບນ້ຳ. ນ້ຳແມ່ນຊັບພະຍາກອນທຳມະຊາດຊະນິດໜຶ່ງທີ່ເປັນທາດແຫຼວ ເຊິ່ງເປັນຊັບພະຍາກອນອັນຕົ້ນຕໍ ແລະ ເປັນພື້ນຖານສຳຄັນທີ່ສຸດ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງຄົນ, ສັດ ແລະ ສ້າງຄວາມສົມດຸນໃຫ້ລະບົບນິເວດ, ຊີວະນາໆພັນ. ຊັບພະຍາກອນນ້ຳ ແມ່ນຊັບພະຍາກອນທຳມະຊາດ ປະກອບດ້ວຍນ້ຳ, ແຫຼ່ງນ້ຳ, ສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດ ທີ່ຢູ່ໃນແຫຼ່ງນ້ຳ ເຊັ່ນ: ພືດ, ສັດນ້ຳ, ດິນ, ຫີນແຮ່, ຊາຍ, ຕົມ ແລະ ແຮ່ທາດຕ່າງໆ. ດິນບໍລິເວນນ້ຳ ໝາຍເຖິງທີ່ດິນທີ່ຢູ່ເໜືອນ້ຳ ຫຼື ຢູ່ຂອບເຂດອ້ອມແອ້ມແຫຼ່ງນ້ຳ ຊຶ່ງນອນຢູ່ໃນພື້ນທີ່ດິນປະເພດອື່ນ ເປັນຕົ້ນ ເຂດພື້ນທີ່ດິນທາມ, ໜອງ, ບຶງ, ທົ່ງຫຍ້ານ້ຳຖ້ວມ, ທີ່ດິນນ້ຳອອກບໍ່, ທີ່ດິນແຄມນ້ຳ, ທີ່ດິນກາງນ້ຳ, ທີ່ດິນປ່ຽງໃໝ່, ທີ່ດິນທີ່ເກີດຈາກການດັດແປງ ຫຼື ອວ່າຍແລວນ້ຳ. ນ້ຳຂັງ ຫຼື ໄຫຼຜ່ານ ທີ່ເກີດຂຶ້ນໂດຍທຳມະຊາດ ຫຼື ມະນຸດສ້າງຂຶ້ນ ທີ່ມີລັກສະນະຖາວອນ ແລະ ຊົ່ວຄາວ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 28 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ