ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ (ສະບັບປັບປຸງ)

传染病防控法(修订版)

Infectious Disease Prevention and Control Law (Revised)

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດລະບຽບການພື້ນຖານ ແລະມາດຕະການໃນການປ້ອງກັນ ແລະຄວບຄຸມພະຍາດຕິດຕໍ່, ເພື່ອແນໃສ່ປ້ອງກັນ ແລະຄວບຄຸມການເກີດຂຶ້ນ ແລະການແຜ່ລະບາດຂອງພະຍາດຕິດຕໍ່, ປົກປ້ອງສຸຂະພາບຂອງປະຊາຊົນ. ກົດໝາຍສະບັບນີ້ໃຊ້ບັງຄັບກັບກິດຈະກຳທີ່ກ່ຽວຂ້ອງກັບການປ້ອງກັນ ແລະຄວບຄຸມພະຍາດຕິດຕໍ່, ກຳນົດຫຼັກການປ້ອງກັນ ແລະຄວບຄຸມ, ການແບ່ງໜ້າທີ່ຄວາມຮັບຜິດຊອບ ແລະຂໍ້ຫ້າມຕ່າງໆ, ພ້ອມທັງກຳນົດຂັ້ນຕອນການລາຍງານ ແລະການຈັດການກັບເຫດການພະຍາດລະບາດ, ເພື່ອຕອບສະໜອງຕໍ່ຄວາມສ່ຽງຈາກພະຍາດຕິດຕໍ່ຢ່າງມີປະສິດທິພາບ.

ມາດຕາ

ມາດຕາ 1

ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ
ກວດກາວຽກງານກັນ ແລະ ຄວບຄູມພະຍາດຕິດຕໍ່ ເພື່ອໃຫ້ວຽກງານດັງກ່າວ ດຳເນີນຢ່າງເປັນປົກກະຕິ, ມີ ປະສິດ
ທິພາບ ແລະ ປະສິດທິຜົນ ແນໃສ່ຕ້ານ, ສະກັດກັນ ການເກີດ, ການລະບາດຂອງພະຍາດຕິດຕໍ່, ຫຼຸດຜ່ອນການ
ເຈັບເປັນ, ການເສຍຊີວິດຂອງຄົນ ແລະ ການສົ່ງຜົນກະທົບທາງລົບຕໍ່ເສດຖະກິດ-ສັງຄົມ ແລະ ສິງແວດລ້ອມ
ຮັບປະກັນໃຫ້ພົນລະເມືອງ ມີສຸຂະພາບແຂງແຮງ, ສາມາດເຊືອມໂຍງກັບພາກພືນ ແລະ ສາກົນ ປະກອບສ່ວນເຂົາ
ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ມາດຕາ 2

ມາດຕາ 2 (ປັບປຸງ) ການກັນ ແລະ ຄວບຄຸມພະຍາດຕິດຕໍ່
ພະຍາດຕິດຕໍ່ ແມ່ນ ພະຍາດທີ່ເກີດຈາກເຊືອພະຍາດ ຫຼື ພິດຂອງເຊືອພະຍາດ ຊຶ່ງສາມາດ ແພ່, ຕິດແປດໂດຍ
ທາງກົງ ຫຼື ທາງອ້ອມ ຈາກຄົນສູ່ຄົນ, ສັດສູ່ຄົນ ແລະ ຈາກພາຫະນຳເຊືອພະຍາດ.
ການກັນພະຍາດຕິດຕ໌ ແມ່ນ ການນຳໃຊ້ມາດຕະການດ້ານສາທາລະນະສຸກ, ຫຼັກການຄູ້ມຄອງຄວາມປອດໄພ
ແລະ ຄວາມຫັນຄົງທາງດ້ານຊີວະພາບທີມີປະສິດທິຜົນ ເພື່ອຕ້ານການເກີດຂອງພະຍາດຕິດຕໍ່.
ການຄວບຄຸມພະຍາດຕິດຕໍ່ ແມ່ນ ການນຳໃຊ້ມາດຕະການ ດ້ານສາທາລະນະສຸກ, ດ້ານສັງຄົມ ແລະ ການນຳໃຊ້
ມາດຕະການອືນທີຈຳເປັນ ເຂົາໃນການສະກັດກັນພະຍາດຕິດຕໍ່ ຢ່າງທັນການ ເພືອບໍ່ໃຫ້ແພ່ລາມ ແລະ ລະບາດ ແນໃສ່
ຫຼຸດຜ່ອນປັດໄຈສ່ຽງ, ຄວາມຮຸນແຮງ ແລະ ຄວາມອັນຕະລາຍກ້າວໄປເຖິງການລົບລ້າງພະຍາດຕິດຕໍ່.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 77 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ