ຄຳສັ່ງ ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາໄຟໄໝ້ລາມປ່າ ແລະ ບັນຫາໝອກຄວັນ

关于提高责任、遏制、控制并解决森林火灾蔓延及烟霾问题的命令

Order on Enhancing Responsibility, Curbing, Controlling, and Resolving Forest Fire Spread and Haze Issues

ບົດສະຫຼຸບ

ເຈົ້າແຂວງບໍ່ແກ້ວອອກຄຳສັ່ງໃຫ້ທຸກຂັ້ນ ແລະ ທຸກພາກສ່ວນເພີ່ມທະວີຄວາມຮັບຜິດຊອບໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ (PM2.5 ເກີນມາດຕະຖານ) ທີ່ເກີດຈາກການເຜົາປ່າ, ໄຮ່ ແລະ ຂີ້ເຫຍື້ອ ແລະ ດຳເນີນຄະດີຜູ້ລະເມີດຕາມກົດໝາຍ.

ມາດຕາ

ມາດຕາ 1

ມອບໃຫ້ອົງການປົກຄອງເມືອງ, ອົງການປົກຄອງບ້ານ, ບັນດາອົງການຈັດຕັ້ງ, ບໍລິສັດ ແລະ ປະຊາຊົນທີ່ອາໄສຢູ່ໃນແຂວງບໍ່ແກ້ວ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບ ໃນການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາໄຟໄໝ້ປ່າລາມ ແລະ ໝອກຄວັນ, ການເຜົາປ່າ, ການເຜົາໄຮ່, ການເຜົາສວນ, ການເຜົາຂີ້ເຫຍື້ອຈຳນວນຫຼາຍ ແລະ ອື່ນໆ ໃຫ້ທັນການຢູ່ທຸກສະຖານທີ່ທັງໃນເຂດຕົວເມືອງ ແລະ ຊານເມືອງ; ດັ່ງນັ້ນ, ຖ້າມີໄຟໄໝ້ເກີດຂຶ້ນຢູ່ບ່ອນໃດ, ໃຫ້ຫົວໜ້າອົງການຈັດຕັ້ງ ແລະ ອຳນາດການປົກຄອງຂອງບ່ອນນັ້ນ ຮັບຜິດຊອບໂດຍກົງໃນການຄວບຄຸມ ແລະ ແກ້ໄຂຢ່າງຈົບງາມ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 5 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ