ຄຳສັ່ງ ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ ໃນການຢຸດຕິການຖາງປ່າ-ປູກຝິ່ນ ໃນຂອບເຂດທົ່ວແຂວງ
关于提高各级党委、领导班子在全省范围内制止毁林种植鸦片责任的命令
Order on Enhancing Responsibilities of Party Committees and Leadership at All Levels to Stop Opium Cultivation and Deforestation within the Province
ບົດສະຫຼຸບ
ເຈົ້າແຂວງບໍ່ແກ້ວອອກຄຳສັ່ງໃຫ້ຄະນະພັກ ແລະ ຜູ້ນຳທຸກຂັ້ນເພີ່ມທະວີຄວາມຮັບຜິດຊອບ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາການຕັດໄມ້ທຳລາຍປ່າ ແລະ ການປູກຝິ່ນທີ່ຜິດກົດໝາຍໃນທົ່ວແຂວງ, ປະຕິບັດວາລະແຫ່ງຊາດວ່າດ້ວຍການຕ້ານຢາເສບຕິດ.
ມາດຕາ
ມາດຕາ 1
ມອບໃຫ້ຄະນະພັກ, ຄະນະນຳ ແລະ ເຈົ້າເມືອງແຕ່ລະທ່ານ ເພີ່ມທະວີຄວາມຮັບຜິດຊອບຂອງຕົນ, ຕິດຕາມ, ກວດກາ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາການປູກຝິ່ນໂດຍຜິດກົດໝາຍຢ່າງເຂັ້ມງວດພາຍໃນຂອບເຂດໜ້າທີ່ຂອງຕົນ; ແຂວງ ແລະ ເມືອງຕ່າງໆ ແລະ ອົງການປົກຄອງຂັ້ນແຂວງທີ່ກ່ຽວຂ້ອງ ຕ້ອງປະສານງານຢ່າງໃກ້ຊິດ ເພື່ອຮ່ວມກັນແກ້ໄຂບັນຫາການຕັດໄມ້ທຳລາຍປ່າເພື່ອປູກຝິ່ນ; ແບ່ງປັນຄວາມຮັບຜິດຊອບພາຍໃນຄະນະພັກ, ຄະນະປະຈຳເມືອງ ເຂົ້າໃນການນຳພາ, ຊີ້ນຳ ແລະ ແກ້ໄຂບັນຫາຢູ່ບັນດາບ້ານ ແລະ ກຸ່ມບ້ານເປົ້າໝາຍຢ່າງເລິກເຊິ່ງ; ຖ້າມີປະຊາຊົນປູກຝິ່ນໂດຍຜິດກົດໝາຍຢູ່ເມືອງໃດ, ໃຫ້ມອບຄວາມຮັບຜິດຊອບໃຫ້ເມືອງນັ້ນແກ້ໄຂຢ່າງຈົບງາມດ້ວຍຕົນເອງ, ພ້ອມທັງປະສານງານກັບອົງການປົກຄອງຂັ້ນແຂວງທີ່ກ່ຽວຂ້ອງ ເພື່ອລົງໄປຊ່ວຍແກ້ໄຂຢູ່ສະຖານທີ່ຕາມຄວາມເໝາະສົມ, ພ້ອມທັງເຊື່ອມໂຍງກັບການສ້າງພື້ນຖານການເມືອງ, ສຶກສາອົບຮົມທາງດ້ານການເມືອງແນວຄິດຈາກຕົ້ນກຳເນີດ ເພື່ອໃຫ້ປະຊາຊົນຮູ້ ແລະ ເຂົ້າໃຈກົດໝາຍ, ລະບຽບການ ແລະ ນະໂຍບາຍຂອງພັກ ແລະ ລັດ, ຮູ້ຈັກດຳລົງຊີວິດ ແລະ ພັດທະນາຢ່າງໝັ້ນຄົງເທື່ອລະກ້າວ, ພ້ອມທັງເຊື່ອມໂຍງກັບການລະດົມປະຊາຊົນທີ່ອາໄສຢູ່ຕາມປ່າ ແລະ ຄ້າຍພັກແຮມມາແຕ່ດົນ ໃຫ້ກັບຄືນສູ່ບ້ານເຮືອນເພື່ອປະກອບອາຊີບລ້ຽງຊີບ.
ມາດຕາ 2
ມອບໝາຍໃຫ້ຄະນະພັກຂັ້ນຮາກຖານ, ຫົວໜ້າພັກບ້ານ, ແລະ ທຸກພາກສ່ວນຂອງອົງການຈັດຕັ້ງບ້ານ ເຂົ້າຮ່ວມແກ້ໄຂບັນຫາການປູກຝິ່ນ, ເລີ່ມຕົ້ນຈາກການຖົມດິນ, ເກັບກຳເບ້ຍ, ແລະ ຖອນຕົ້ນຝິ່ນ, ພ້ອມທັງຊຸກຍູ້ໃຫ້ຜູ້ສູບຝິ່ນເລີກສູບດ້ວຍຕົນເອງ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 8 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ