ດຳລັດ ວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ (ລັດຖະບານ ເລກທີ 554/ລບ, ນະຄອນຫຼວງວຽງຈັນ, 2023)

法令——关于编制国家预算计划(政府第554/ລບ号,万象市,2023年)

Decree on Preparation of National Budget Plan (Government No. 554/ລບ, Vientiane, 2023)

ບົດສະຫຼຸບ

ລັດຖະບັນຍັດສະບັບນີ້ກຳນົດຫຼັກການ, ຂັ້ນຕອນ ແລະ ວິທີການຈັດສັນແຜນງົບປະມານແຫ່ງລັດ (ແຜນງົບປະມານ 5 ປີ, ໄລຍະກາງ ແລະ ປະຈຳປີ) ເພື່ອສ້າງພື້ນຖານການເງິນແຫ່ງລັດທີ່ໝັ້ນຄົງ ແລະ ຍືນຍົງ, ຮັບປະກັນສະຖຽນລະພາບດ້ານເສດຖະກິດມະຫາພາກ.

ມາດຕາ

ມາດຕາ 1

1 ການຄາດຄະເນເສດຖະກິດມະຫາພາກ ຄ ການຄາດຄະເນເສດຖະກິດມະຫາພາກ ແມນ ການຄາດຄະເນບັນດາຕົວຊີ້ບອກທາງດ້ານເສດຖະກິດມະຫາພາກ ໃນ ຫ້າ ປີ ຕໍ່ໜ້າ ເຊັ່ນ ອັດຕາການຂະຫຍາຍຕົວ ແລະ ມູນຄ່າ ລວມຍອດຜະລິດຕະພັນພາຍໃນ, ອັດຕາເງິນ ເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດ, ມູນຄ່າການນຳເຂົ້າ-ສົ່ງອອກ ສິນຄ້າ ແລະ ການບໍລິການ ແລະ ຕົວຊີ້ ບອກອື່ນທີ່ກ່ຽວຂ້ອງ ບົນພື້ນຖານການສະຫຼຸບ ແລະ ທົບທວນຄືນສະພາບເສດຖະກິດມະຫາພາກ ໃນ ຫ້າ ປີ ຜ່ານມາ. ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການຄາດຄະເນເສດຖະກິດມະຫາພາກ ໂດຍການປະສານ ສົມທົບກັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດ ສາຫະກຳ ແລະ ການຄ້າ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອສົ່ງໃຫ້ກະຊວງການເງິນ ພາຍໃນເດືອນ ກັນຍາ ຂອງປີສຸດທ້າຍຂອງແຜນງົບປະມານແຫ່ງລັດ ຫ້າ ປີ.

ມາດຕາ 2

ການສ້າງແຜນງົບປະມານແຫ່ງລັດ ການສ້າງແຜນງົບປະມານແຫ່ງລັດ ແມ່ນ ການຄາດຄະເນແຜນ ລາຍຮັບ, ລາຍຈ່າຍ ແລະ ການດຸນດຽງ ງົບປະມານແຫ່ງລັດ ແຕ່ລະໄລຍະ ໂດຍໃຫ້ເລີ່ມຈາກການສ້າງ ຫຼື ປັບປຸງ ແຜນງົບປະມານແຫ່ງລັດ ຫ້າ ປີ, ແຜນ ງົບປະມານແຫ່ງລັດໄລຍະກາງ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ