ຄຳແນະນຳ ກ່ຽວກັບ ເງື່ອນໄຂ, ມາດຕະຖານ ແລະ ການແຕ່ງຕັ້ງຕຳແຫ່ງວິຊາການຄູ ຢູ່ສະຖານການສຶກສາຊັ້ນສູງ

关于高等教育机构教师学术职务的条件、标准与任命的指南

Guidelines on Conditions, Standards, and Appointments for Academic Positions of Teachers in Higher Education Institutions

ບົດສະຫຼຸບ

ຄູ່ມືນີ້ອອກໂດຍກະຊວງສຶກສາທິການ ແລະ ກິລາ ໃນເດືອນເມສາ 2023, ແນໃສ່ລາຍລະອຽດການຈັດຕັ້ງປະຕິບັດດຳລັດເລກທີ 03/lb ວ່າດ້ວຍຕຳແໜ່ງທາງວິຊາການຂອງຄູອາຈານໃນສະຖາບັນການສຶກສາຊັ້ນສູງ, ໃຫ້ຄຳອະທິບາຍເພີ່ມເຕີມກ່ຽວກັບເງື່ອນໄຂການສະໝັກ, ມາດຕະຖານຜົນງານທາງວິຊາການ, ການແຕ່ງຕັ້ງ ແລະ ການມອບຕຳແໜ່ງ, ພ້ອມທັງແບບຟອມສະໝັກ, ຄຳອະທິບາຍການໃຫ້ຄະແນນ ແລະ ຜັງຂັ້ນຕອນຕ່າງໆ.

ມາດຕາ

ມາດຕາ 1

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ. ກະຊວງສຶກສາທິການ ແລະ ກິລາ, ເລກທີ / ສສກ. ນະຄອນຫຼວງວຽງຈັນ, ວັນທີ ເດືອນ ປີ 2023. ຄູ່ມື: ກ່ຽວກັບເງື່ອນໄຂ, ມາດຖານ ແລະ ການແຕ່ງຕັ້ງຕຳແໜ່ງທາງວິຊາການຂອງຄູອາຈານໃນສະຖາບັນການສຶກສາຊັ້ນສູງ. ອີງຕາມ: ດຳລັດເລກທີ 03/ລບ ວ່າດ້ວຍຕຳແໜ່ງທາງວິຊາການຂອງຄູອາຈານໃນສະຖາບັນການສຶກສາຊັ້ນສູງ (ປະກາດໃຊ້ວັນທີ 10 ມັງກອນ 2020); ດຳລັດເລກທີ 633/ຫ້ອງວ່າການນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ (ປະກາດໃຊ້ວັນທີ 18 ພະຈິກ 2021); ຄູ່ມືເລກທີ 1054/ສສກ ວ່າດ້ວຍການຄັດເລືອກ ແລະ ການຮັບຮອງຕຳແໜ່ງທາງວິຊາການຂອງຄູອາຈານໃນສະຖາບັນການສຶກສາຊັ້ນສູງ (ປະກາດໃຊ້ວັນທີ 4 ທັນວາ 2020); ເອກະສານສະເໜີຂອງກົມການສຶກສາຊັ້ນສູງ ເລກທີ 998/ກສສ (ວັນທີ 15 ສິງຫາ 2022). ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ຈຶ່ງອອກຄູ່ມືສະບັບນີ້.

ມາດຕາ 2

ເພື່ອເຮັດໃຫ້ເນື້ອໃນຂອງດຳລັດສະບັບເລກທີ 03/lb ວ່າດ້ວຍຕຳແໜ່ງທາງວິຊາການຂອງຄູອາຈານໃນສະຖາບັນການສຶກສາຊັ້ນສູງ (ລົງວັນທີ 10 ມັງກອນ 2020) ມີຄວາມລະອຽດ, ຊັດເຈນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕື່ມອີກ;

ມາດຕາ 3

ເພື່ອອະທິບາຍ ແລະ ຊີ້ແຈງເພີ່ມເຕີມກ່ຽວກັບເງື່ອນໄຂ, ມາດຕະຖານ ແລະ ການແຕ່ງຕັ້ງຕຳແໜ່ງທາງວິຊາການໃນລະດັບຕ່າງໆ ສຳລັບຄູອາຈານປະຈຳ;

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 64 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ