ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ງົບປະມານ ຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ຳ

关于环境技术监测督查经费与流域管理经费管理和使用的决定

Decision on Management and Use of Environmental Technology Monitoring and Inspection Funds and Basin Management Funds

ບົດສະຫຼຸບ

ຂໍ້ຕົກລົງນີ້ອອກໂດຍລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ, ກຳນົດຫຼັກການ ແລະ ມາດຕະການເປັນເອກະພາບໃນທົ່ວປະເທດ ສຳລັບການຄຸ້ມຄອງ ແລະ ນຳໃຊ້ທຶນກວດກາຕິດຕາມດ້ານເຕັກນິກສິ່ງແວດລ້ອມ ແລະ ທຶນຄຸ້ມຄອງລຸ່ມນ້ຳ, ຊີ້ແຈງໜ້າທີ່ຂອງກົມ, ພະແນກ ແລະ ຂະແໜງການຕ່າງໆ ເພື່ອຮັບປະກັນການເກັບລາຍຮັບ, ການວາງແຜນ, ການນຳໃຊ້, ການຕິດຕາມ ແລະ ການສະຫຼຸບບັນຊີ ໃຫ້ຖືກຕ້ອງຕາມກົດໝາຍ, ມີຄວາມຍືດຫຍຸ່ນ, ມີປະສິດທິພາບ, ຍຸຕິທຳ ແລະ ໂປ່ງໃສ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ງົບປະມານເຂົ້າໃນການຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ຳໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນການສະໜອງງົບປະມານໃຫ້ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ, ໂປ່ງໃສ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດສັງຄົມໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2

ການຄຸ້ມຄອງງົບປະມານຕິດຕາມ ກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນໍຳ ການຄຸ້ມຄອງງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ຳ ແມ່ນ ການຄຸ້ມຄອງລາຍຮັບ-ລາຍຈ່າຍ ທີ່ໄດ້ມາຈາກງົບປະມານຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ແຜນການຄຸ້ມຄອງອ່າງຮັບນ້ຳ ຂອງບັນດາໂຄງການ ຫຼື ກິດຈະການຕ່າງໆ ທີ່ມອບໃຫ້ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍຜ່ານກອງທຶນປົກປັກຮັກສາສິ່ງແວດລ້ອມ ເພື່ອນຳໃຊ້ເຂົ້າໃນວຽກ ງານທີ່ຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ, ການຄຸ້ມຄອງອ່າງຮັບນ້ຳ ແລະ ວຽກງານຄຸ້ມຄອງຊັບພະ ຢ໌ ມ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທົ່ວປະເທດ ລວມທັງເຫດການສຸກເສີນທາງດ້ານສິ່ງແວດ ລ້ອມ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 17 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ