ດຳລັດ ວ່າດ້ວຍ ການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການວັດແທກ

关于对违反计量法律法规者处以罚款及采取其他措施的法令

Decree on Imposition of Fines and Other Measures for Violations of Metrology Laws and Regulations

ບົດສະຫຼຸບ

ດຳລັດສະບັບນີ້ກຳນົດຫຼັກການ, ລະບຽບການ, ອັດຕາຄ່າປັບ ແລະ ມາດຕະການອື່ນໆ ສຳລັບການລະເມີດກົດໝາຍວ່າດ້ວຍການວັດແທກ, ອົງການປະຕິບັດ (ສາມຂັ້ນ: ສູນກາງ, ແຂວງ, ເມືອງ), ການຄຸ້ມຄອງຊັບສິນທີ່ຖືກຍຶດ ແລະ ເງິນຄ່າປັບ, ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າເປັນຜູ້ຮັບຜິດຊອບປະຕິບັດ, ມີຜົນບັງຄັບໃຊ້ແຕ່ວັນທີ 9 ພຶດສະພາ 2023.

ມາດຕາ

ມາດຕາ 1

! ສິດ ແລະ ໜ້າທີ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ມີສິດ ແລະ ໜ້າທີ ໃນການປັບໃໝ ແລະ ການນຳໃຊ້ ມາດຕະການອື່ນ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການວັດແທກ ຕາມການແບ່ງຂັ້ນຄຸ້ມຄອງແຕ່ລະໄລຍະ ໃນກໍລະນີ ດັ່ງນີ້: 1. ການຜະລິດ ແລະ ການຈຳໜ່າຍ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນວັດແທກ ທີ່ບໍ່ໄດ້ ກວດທຽບ, ສອບທຽບ ແລະ ກວດຄືນ ຫຼື ບໍ່ໄດ້ຂຶ້ນທະບຽນ; 2. ການນຳເຂົ້າ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນວັດແທກ ທີ່ບໍ່ ໄດ້ຮັບອະນຸຍາດ; 3. ການນຳໃຊ້ໃບຢັ້ງຢືນທີ່ໝົດອາຍຸ ຫຼື ຖືກຍົກເລີກ ແລະ ນຳໃຊ້ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນວັດແທກ ທີ່ໝົດອາຍຸການຢັ້ງຢືນ; 4. ການລະເມີດລະບຽບກ່ຽວກັບການກວດທຽບ, ສອບທຽບ ແລະ ກວດຄືນ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນວັດແທກ; 5. ການຖອນອຸປະກອນລ໋ອກ, ລອກ ຫຼື ແກະສະຕິກເກີ ແລະ ກາຫາຍອອກຈາກ ແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນວັດແທກ ໂດຍບໍ່ໄດ້ຮັບການອະນຸຍາດ; 6. ຕິດກາຫາຍຢັ້ງຢືນ ຫຼື ກາຫາຍການກວດຄືນ ທີ່ປອມແປງ ຫຼື ຜິດກົດໝາຍ ແລະ ລະບຽບການ; 7. ການລະເມີດເງື່ອນໄຂ ກ່ຽວກັບສິນຄ້າຫຸ້ມຫໍ່; 8. ສະແດງປະລິມານທີ່ຄິດໄລ່ບໍ່ຖືກຕ້ອງ ເພື່ອເຮັດໃຫ້ຜູ້ອື່ນເຂົ້າໃຈຜິດ ຫຼື ຫຼອກລວງຜູ້ອື່ນ ໂດຍ ເຈດຕະນາ; 9. ການດັດແປງແມ່ແບບວັດແທກ, ເຄື່ອງມື ແລະ ອຸປະກອນວັດແທກ ທີ່ບໍ່ຄົບອົງປະກອບການກະທຳ ຜິດທາງອາຍາ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ