ຂໍ້ຕົກລົງ ວ່າດ້ວຍນະໂຍບາຍ ແລະ ລາຄາຫົວໜ່ວຍທົດແທນຄ່າເສຍຫາຍ (ໂຄງການກໍ່ສ້າງໂຮງງານຫຼອມເຫຼັກກ້າ ເຂດບ້ານ ຫາດໄຄ້ ແລະ ບ້ານ ທ່າບົກ ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ)

关于损失补偿政策与补偿单价的决定(波里坎赛省他帕巴县哈代村及他博村炼钢厂建设项目)

Decision on Compensation Policies and Unit Prices for Losses (Steel Plant Construction Project in Hadai and Thabo Villages, Thaphabat District, Bolikhamxay Province)

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດຫຼັກການ, ເງື່ອນໄຂ, ລາຄາຕໍ່ໜ່ວຍ, ການຄຸ້ມຄອງ, ການກວດກາ ແລະ ມາດຕະການຊົມເຊີຍ ແລະ ລົງໂທດ ສຳລັບການຊົດເຊີຍຄວາມເສຍຫາຍໃຫ້ຜູ້ໄດ້ຮັບຜົນກະທົບຈາກການຍຶດທີ່ດິນ ແລະ ຊັບສິນ ໃນໂຄງການກໍ່ສ້າງໂຮງງານຖລະຫຼອດເຫຼັກ ເມືອງທ່າປາບາ ແຂວງບໍລິຄຳໄຊ.

ມາດຕາ

ມາດຕາ 1

ຈຸດປະສົງ ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດນະໂຍບາຍ ແລະ ລາຄາຫົວຫ່ວຍທົດແທນຄ່າເສຍຫາຍຈາກຜົນກະທົບ ຂອງໂຄງການກໍ່ສ້າງໂຮງງານ ຫຼອມເຫຼັກກ້າ ເຂດບ້ານ ຫາດໄຄ້ ແລະ ບ້ານທຳບົກ ເມືອງທ່າພະບາດ, ເພື່ອໃຫ້ການທົດແທນຄ່າເສຍຫາຍໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ, ປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ເຈົ້າຂອງ ໂຄງການ, ຮັບປະກັນໃຫ້ມີຄວາມສອດຄ່ອງຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ຕາມນະໂຍບາຍຂອງລັດປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງບໍລິຄຳໄຊ

ມາດຕາ 2

ນະໂຍບາຍ ແລະ ລາຄາຫົວຫ່ວຍທົດແທນຄ່າເສຍຫາຍ ນະໂຍບາຍ ແມ່ນການກຳນົດເງື່ອນໄຂ ການຈ່າຍຄ່າທົດແທນ ຕໍ່ຊັບສິນຂອງຜູ້ໄດ້ຮັບກະທົບຈາກໂຄງການ ພັດທະນາ ເຊິ່ງປະກອບມີ: ທີ່ດິນ, ສິ່ງປູກສ້າງ, ເຄື່ອງປູກ ແລະ ຕົ້ນໄມ້ທຳມະຊາດ ທີ່ເປັນເສດຖະກິດໂດຍໄດ້ ຮັບການບົວລະບັດ ປົກປັກຮັກສາ ເພື່ອທົດແທນດ້ວຍເງິນ; ລາຄາຫົວຫ່ວຍທົດແທນຄ່າເສຍຫາຍ ແມ່ນອັດຕາການຄິດໄລ່ ທີ່ນຳໃຊ້ເປັນພື້ນຖານໃນການທົດແທນຕໍ່ ຜູ້ທີ່ຖືກຜົນກະທົບຈາກ ການກໍ່ສ້າງໂຮງງານຫຼອມເຫຼັກກ້າ. <ຊ> 1

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 35 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ