ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານອົງການປົກຄອງບ້ານເຂັ້ມແຂງຫັກແໜ້ນ (ກະຊວງພາຍໃນ ເລກທີ 51/ພນ, ລົງວັນທີ 01 ກຸມພາ 2023)
关于坚强稳固村行政管理机构标准的决定(内务部第51/内务号,2023年2月1日)
Decision on Standards for Strong and Stable Village Administrative Bodies (Ministry of Interior No. 51/Interior, February 1, 2023)
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ, ມາດຕະຖານ ແລະ ມາດຕະການ ຂອງອົງການປົກຄອງບ້ານທີ່ເຂັ້ມແຂງ-ໝັ້ນຄົງ ເພື່ອເປັນພື້ນຖານໃຫ້ອົງການປົກຄອງທ້ອງຖິ່ນປະເມີນອົງການປົກຄອງບ້ານທີ່ເຂັ້ມແຂງ-ໝັ້ນຄົງ ເພື່ອຊ່ວຍສ້າງບ້ານໃຫ້ພັດທະນາ.
ມາດຕາ
ມາດຕາ 1
ຈຸດປະສົງ. ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ, ມາດຖານ ແລະ ມາດຕະການ ກ່ຽວກັບອົງການປົກຄອງບ້ານທີ່ເຂັ້ມແຂງໝັ້ນຄົງ ເພື່ອເປັນພື້ນຖານໃຫ້ອົງການປົກຄອງທ້ອງຖິ່ນປະເມີນອົງການປົກຄອງບ້ານທີ່ເຂັ້ມແຂງໝັ້ນຄົງ ເພື່ອຊ່ວຍເຫຼືອໃນການສ້າງສາພັດທະນາບ້ານ.
ມາດຕາ 2
ອົງການປົກຄອງບ້ານເຂັມແຂງຫັກແໜັນ ອົງການປົກຄອງບ້ານເຂັມແຂງຫັກແຫ້ນ ໝາຍເຖິງອົງການປົກຄອງບ້ານມີການຈັດຕັ້ງທີ່ຄົບຖ້ວນ, ມີ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ; ມີການເຄື່ອນໄຫວບັນລຸຕາມທິດທາງແຜນການຂອງບ້ານເປັນແຕ່ລະ ໄລຍະ ແລະ ສາມາດນຳພາ, ຄຸ້ມຄອງບໍລິຫານວຽກງານຕ່າງໆຂອງບ້ານໄດ້ດີ.
ມາດຕາ 3
ທິດນຳ ການຈັດຕັ້ງປະຕິບັດການສ້າງອົງການປົກຄອງບ້ານເຂັມແຂງຫັກແຫ້ນ ໃຫ້ປະຕິບັດຕາມທິດນຳ ດັງນີ: 1. ຮັບປະກັນຄວາມເປັນເອກະພາບ , ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; 2. ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສາມັກຄີ; 3. ຈັດຕັ້ງປະຕິບັດໃຫ້ມີລັກສະນະຕໍ່ເນື່ອງ ແລະ ມີສະຖຽນລະພາບ ; 4. ສຸມໃສ່ດ້ານຄຸນນະພາບ ໂດຍບໍ່ໃຫ້ເລັ່ງໃສ່ດ້ານຈຳນວນເປັນຕົ້ນຕໍ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 12 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ