ຂໍ້ຕົກລົງ ວ່າດ້ວຍ ການປະກອບສ່ວນຂອງປະຊາຊົນໃນການພັດທະນາບ້ານ (ກະຊວງພາຍໃນ ເລກທີ 50/ພນ)

关于人民参与乡村发展出资的决定(内政部第50/内号)

Decision on Public Participation in Contributions to Rural Development (Ministry of Interior No. 50/Interior)

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດຄວາມໝາຍ, ຫຼັກການ, ການກຳນົດ ແລະ ຄັດເລືອກເປົ້າໝາຍ, ການຈັດຕັ້ງປະຕິບັດ, ການຕິດຕາມກວດກາ ແລະ ມາດຕະການຊົມເຊີຍ ແລະ ລົງໂທດ ຂອງການເຂົ້າຮ່ວມພັດທະນາຊົນນະບົດດ້ວຍທຶນ, ວັດຖຸ ຫຼື ແຮງງານຂອງປະຊາຊົນ, ນຳໃຊ້ກັບທຸກບ້ານໃນທົ່ວປະເທດ, ແທນທີ່ຂໍ້ຕົກລົງເລກທີ 648 ປີ 2016.

ມາດຕາ

ມາດຕາ 1

ຈຸດປະສົງ. ຂໍ້ຕົກລົງນີ້ກຳນົດຄວາມໝາຍ ແລະ ຫຼັກການລະບຽບການກ່ຽວກັບການມີສ່ວນຮ່ວມອອກທຶນຂອງປະຊາຊົນ, ເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດຂອງແຕ່ລະບ້ານ, ເພື່ອແນໃສ່ສົ່ງເສີມ, ລະດົມການມີສ່ວນຮ່ວມຂອງປະຊາຊົນ, ເພີ່ມທະວີຄວາມເປັນເຈົ້າການ ແລະ ຄວາມຄິດສ້າງສັນຂອງບ້ານ, ຂຸດຄົ້ນ ແລະ ນຳໃຊ້ທ່າແຮງເພື່ອຄ່ອຍໆພັດທະນາບ້ານໃຫ້ກາຍເປັນໜ່ວຍພັດທະນາ.

ມາດຕາ 2

ຄວາມໝາຍ ການປະກອບສ່ວນຂອງປະຊາຊົນໃນການພັດທະນາບ້ານ ໝາຍເຖິງການລະດົມທຶນຈາກປະຊາຊົນ, ການ ຈັດຕັ້ງ ແລະ ຫົວໜ່ວຍທຸລະກິດທີ່ຕັ້ງຢູ່ພາຍໃນເຂດປົກຄອງຂອງບ້ານ ດ້ວຍການປະກອບສ່ວນເປັນເງິນ, ວັດຖຸ ຫຼື ແຮງງານ ເຂົ້າໃນເປົ້າໝາຍວຽກງານ, ແຜນການ, ໂຄງການ ຫຼື ກິດຈະກຳ ທີ່ເປັນການພັດທະນາບ້ານ ແລະ ສົມທົບເຂົ້າໃນວຽກງານລວມອັນຈຳເປັນໃດໜຶ່ງຂອງບ້ານທີ່ຂັ້ນເທິງມອບໝາຍ.

ມາດຕາ 3

ຂອງຂໍຕົກລົງສະບັບນີ ແລະ ສອດຄ່ອງກັບສະພາບເສດຖະກິດ, ລະດັບຊີວິດການເປັນຢູ່, ຄວາມ ອາດສາມາດຂອງປະຊາຊົນ ບົນພືນຖານຄວາມເປັນເອກະພາບເບັນສ່ວນໃຫຍ່ຂອງປະຊາຊົນພາຍໃນບ້ານ. ສຳລັບຜູ້ທີມີລາຍຮັບຫຼາຍ ຫຼື ຜູ້ມີເື່ອນໄຂດ້ານເສດຖະກິດດີກໍສາມາດປະກອບສ່ວນຫຼາຍໄດ້, ສ່ວນຜູ້ ທຸກຍາກຫຍູ້ງຍາກຂາດເຂີນແທ້ກໍຕ້ອງມີການພິຈາລະນາຢ່າງເໜາະສົມ. [> 3 ບໆນວດທ 3 ຈາ - ຈາ ແ " ຂນຕອນການຈດຕງປະຕບດການປະກອບສ້ວນ

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 15 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ