ຂໍ້ຕົກລົງ ວ່າດ້ວຍ ການສະກັດກັນ ແລະ ຕ້ານອັກຄີໄພ
关于防火与灭火的协议
Agreement on Fire Prevention and Firefighting
ບົດສະຫຼຸບ
ຂໍ້ຕົກລົງສະບັບນີ້ແມ່ນຄຳສັ່ງຂອງເຈົ້າແຂວງສະຫວັນນະເຂດ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການປ້ອງກັນ ແລະ ດັບເພີງພາຍໃນແຂວງ, ລະບຸກຳລັງຕຳຫຼວດດັບເພີງ, ປະເພດ ແລະ ມາດຕະຖານການຕິດຕັ້ງອຸປະກອນ, ສິດ ແລະ ໜ້າທີ່, ກອງທຶນ, ອົງການຄຸ້ມຄອງ ແລະ ກວດກາ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ມາດຕະການຊຸກຍູ້ ແລະ ລົງໂທດ ແລະ ການມີຜົນບັງຄັບໃຊ້.
ມາດຕາ
ມາດຕາ 1
ຈຸດປະສົງ ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການເຄື່ອນໄຫວຕິດຕາມ, ກວດກາຈັດຕັ້ງປະຕິບັດວຽກງານສະກັດກັນ ແລະ ຕ້ານອັກຄີໄພ, ເພື່ອເຮັດໃຫ້ທຸກພາກສ່ວນ ອົງການຈັດຕັ້ງ ພາກລັດ, ສັງຄົມ, ຜູ້ປະກອບການ, ທຸກຊັ້ນຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດ ເຄື່ອນໄຫວ ຢູ່ແຂວງສະຫວັນນະເຂດ ມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານສະກັດກັນ ແລະ ຕ້ານອັກຄີໄພ ແລະ ແນໃສ່ເຮັດ ໃຫ້ການເກີດອັກຄີໄພ ຫຼຸດຫຼຸດຖອຍລົງ.
ມາດຕາ 2
ຄວາມໝາຍຄວາມສຳຄັນຂອງການສະກັດກັນ ແລະ ຕ້ານອັກຄີໄພ ເມື່ອສັງຄົມມີການພັດທະນາ, ເສດຖະກິດຂະຫຍາຍຕົວສູງ ຄວາມຮຽກຮ້ອງຕ້ອງການໃນການນຳໃຊ້ ໄຟຟ້າ, ທາດເຄມີ, ທາດລະເບີດ, ນ້ຳມັນເຊື້ອໄຟ, ອາຍແກັສ, ວັດຖຸອື່ນໆ ທີ່ພາໃຫ້ໄຟໄໜ້ງ່າຍ ໃນກໍລະນີ ເກີດອັກຄີໄພແລ້ວ ໄຟສາມາດແຜ່ນລາມໄດ້ງ່າຍ, ສ້າງຜົນເສຍຫາຍສູງ ສະນັ້ນ, ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຈຶ່ງມີຄວາມສຳຄັນ ແລະ ແມ່ນພັນທະຂອງ ສັງຄົມ, ຕ້ອງຮັບຮູ້, ເຂົ້າໃຈ, ມີຄວາມຮັບຜິດຊອບ ເພື່ອປົກປັກຮັກສາຊັບສິນຂອງລັດ, ຂອງລວມພູ່, ຂອງພົນລະເມືອງ ບໍ່ໃຫ້ເກີດອັກຄີໄພ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 47 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ