ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ຄ່າທຳນຽມ ແລະ ຄ່າບໍລິການ ຢູ່ແຂວງອຸດົມໄຊ

乌多姆赛省关于手续费与服务费管理的协议

Agreement on Management of Fees and Service Charges in Oudomxay Province

ບົດສະຫຼຸບ

ສັນຍາທີ່ອອກໂດຍແຂວງອຸດົມໄຊ ກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ໃນການເກັບ, ສົ່ງ ແລະ ນຳໃຊ້ຄ່າທຳນຽມ ແລະ ຄ່າບໍລິການ ຂອງບັນດາອົງການລັດໃນທົ່ວແຂວງ ເພື່ອນຳລາຍຮັບ-ລາຍຈ່າຍ ເຂົ້າສູ່ການຄຸ້ມຄອງງົບປະມານແຂວງ ຢ່າງເປັນເອກະພາບ, ລວມສູນ, ຖືກຕ້ອງ ແລະ ຄົບຖ້ວນ.

ມາດຕາ

ມາດຕາ 1

ອ ສິດ ແລະ ພ້າທີ່ຂອງ ອົງການຄຸ້ມຄອງວຽກງານຄ່າທຳນຽມ ແລະ ຄ່າບໍລິການ ໃນການຄຸ້ມຄອງວຽກງານຄ່າທຳນຽມ ແລະ ຄ່າບໍລິການ ອົງການຄຸ້ມຄອງວຽກງານຄຳທຳນຽມ ແລະ ຄ່າ ບໍລິການ ມິສິດ ແລະ ຫ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັງນີ: 1. ສິດ ແລະ ຫຼ້າທີ່ຂອງພະແນກການເງິນແຂວງ, ຫ້ອງການ-ການເງິນເມືອງ. ນູ່ ຈັດຕັ້ງປະຕິບັດ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ແຜນພັດທະນາ ແລະ ກົນໄກຄຸ້ມດອງວຽກງານ ຄຳທຳນຽມ ແລະ ຄ່າບໍລິການ; 2) ໂຄສະນາ, ເຜີຍແຜ່ ກ່ຽວກັບ ລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ແລະ ບັນດານິຕິກຳທີ່ກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ; 3) ປະສານສົມທົບກັບຂະແຫງການທີ່ກ່ຽວຂ້ອງ ໃນການສ້າງແຜນການລາຍຮັບ-ລາບຍຈ່າຍ ຄ່າທຳນຽມ ແລະ ຄ່າບໍລິການ ປະຈຳເດືອນ, ງວດ ແລະ ປີ ໃຫ້ຖືກຕ້ອງຕາມຖານຂໍ້ມູນ ແລະ ທ່າແຮງຕົວຈິງຂອງແຕ່ລະຂະ ແໜງການຂັ້ນແຂວງ ແລະ ເມືອງ; ຈ) ຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍ, ອະນຸມັດແຜນລາຍຈ່າຍຄ່າປໍ ລິການວິຊາການ ຂອງບັນດາຫົວຫ່ວຍງົບປະມານ ຂັ້ນຕ່າງໆ ຕາມແຜນເດືອນ, 03 ເດືອນ, 06 ເດືອນ ແລະ ປະ ຈຳປີ. ບົນພົນຖານອີງຕາມຂໍ້ມູນການເກັບລາຍຮັບຕົວຈິງ ຂອງຂະແຫງງການທີ່ກ່ຽວຂ້ອງ; 5) ຊຸກຍູ້, ຕິດຕາມ, ກວດກາ ແລະ ເລັງທວງ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເປັນປົກກະຕິ ເພື່ອຄຸ້ມຄອງ ລາຍຮັບ-ລາຍຈ່າຍ ຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ; ລ) ນຳໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຕາມການມອບຫາຍ. 2. ສິດ ແລະ ພ້ຳທີ່ຂອງສ່ວຍສາອາກອນປະຈຳແຂວງ, ສ່ວຍສາອາກອນປະຈຳເມືອງ ຫຼື ຫ່ວຍງານສ່ວຍສາ ອາກອນປະຈຳເມືອງ. 4 ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ, ແຜນພັດທະນາ ແລະ ກົນໄກຄູ້ມຄອງວຽກງານ ຄ່າທຳນຽມ ແລະ ຄ່າບໍລິການ; 2) ໂຄສະນາ ເຜີຍແຜ່ ກ່ຽວກັບ ລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖູນາ 2021 ແລະ ບັນດານິຕິກຳທີ່ກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ: 3) ປະສານສົມທົບກັບຂະແຫງງການທີ່ກ່ຽວຂ້ອງ ໃນການສ້າງແຜນການເກັບລາຍຮັບ ຄ່າທຳນຽມ ແລະ ຄ່າ ບໍລິການ ປະຈຳເດືອນ, ງວດ ແລະ ປີ ໃຫ້ຖືກຕ້ອງຕາມຖານຂໍ້ມູນ ແລະ ທ່າແຮງຕົວຈິງຂອງແຕ່ລະຂະແຫງງການຂັ້ນ ແຂວງ ແລະ ເມືອງ; 4) ຊຸກຍູ້, ຕິດຕາມ, ກວດກາ ແລະ ເລັງທວງ ການຈັດເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ຂອງ ບັນດາຂະແຫງງການ ຢ່າງເປັນປົກກະຕິ ເພື່ອຄຸ້ມຄອງ ລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ຖືກຕ້ອງ, ຄົບ ຖ້ວນ ແລະ ທັນເວລາ; 5) ອອກຂໍ້ຕົກລົງ, ຄຳແນະນຳ, ແຈ້ງການ, ໃບສັ່ງມອບ, ໃບເລັງທວງ, ໃບຄຶດໄລ່ ທີ່ຕິດພັນກັບວຽກງານ ຄຸ້ມຄອງຄ່າທຳນຽມ ແລະ ຄ່າບໍລິການ ລວມທັງລົບລ້າງເອກະສານດັ່ງກ່າວທີ່ບໍ່ຖືກຕ້ອງ; 6) ຈັດຕັ້ງປະຕິບັດລະບອບບັນຊີແຫ່ງລັດ ໃນການບັນທຶກຮ່ວງລາຍຮັບ ຄ່າທຳນຽມ ແລະ ຄ່າບໍລິການ ຕາມສາລະບານງົບປະມານ, ສົມທຽບກັບຄັ້ງເງິນປະຈຳແຂວງ, ປະຈຳເມືອງ ເພື່ອສ້າງບົດສະຫຼຸບ ແລະ ວິໄຈຕົວ ເລກລາຍຮັບ; 13 7) ສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ຂັ້ນເທິງຖັດ ຕົນ ຕາມສາຍຕັ້ງ-ສາຍຂວາງ ຢ່າງເປັນປົກກະຕິ; ອ) ນຳໃຊ້ສິດ ແລະ ປະຕິບັດຫ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຕາມການມອບໜາຍ. 3. ຄັງເງິນປະຈຳແຂວງ, ຄັ້ງເງິນປະຈຳເມືອງ ຫຼື ຫ່ວຍງານຄັງເງິນປະຈຳເມືອງ. 1) ໂຄສະນາ, ເຜີຍແຜ່ບັນດານິຕິກຳກ່ຽວຂ້ອງທີ່ປະກາດໃຊ້ໃນແຕ່ລະໄລຍະ ໃຫ້ບັນດາຜູ້ປະກອບການ, ຫົວຫ່ວຍງົບປະມານ ເພື່ອມອບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ເຂົ້າໃນລະບົບບັນຊີຄັງເງິນ ຢ່າງລວມສູນ, ຄົບຖ້ວນ ແລະ ທັນຕາມກຳນົດເວລາ; 2) ປະສານສົມທົບກັບບັນດາຫົວຫ່ວຍງົບປະມານທີ່ມືລາຍຮັບວິຊາການ ມາເປີດບັນຊິເງິນຝາກຢູ່ລະບົບ ຄັງເງິນ ເພື່ອຈົດຮັບ-ຈົດຈ່າຍ ຄ່າບໍລິການວິຊາການໃຫ້ຖືກຕ້ອງຕາມລະບຽບການ: 3) ເປັນເຈົ້າການຄຸ້ມຄອງ ບັນຊິເງິນຝາກຂອງທົວຫ່ວຍງົບປະມານ ພ້ອມທັງສະຫຼຸບ, ລາຍງານສະພາບ ລາຍຮັບ-ລາຍຈ່າຍ ແລະ ຍອດເຫຼືອບັນຊີ ຂອງຫົວຫ່ວຍງົບປະມານເປັນແຕ່ລະເດືອນ, ງວດ ແລະ ປີ; 4) ປະສານສົມທົບກັບຂະແຫງລາຍຮັບ, ພາກສ່ວນກ່ຽວຂ້ອງ ເພື່ອປະຕິບັດການມອບລາຍຮັບວິຊາການ ເຂົ້າງບປະມານໃຫ້ຄົບຖ້ວນ ແລະ ທັນກັບເວລາ; 5) ເປັນເຈົ້າການກວດກາຄວາມຖືກຕ້ອງ ຂອງເອກະສານ ຂໍເບີກຈ່າຍລາຍຮັບວິຊາການຕາມລະບຽບການ ຫີ່ໄດ້ກຳນົດໄວ້ໃນແຕ່ລະໄລຍະ: 8) ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຕາມການມອບໜາຍ. ໆນວດທີ 5 ການກວດກາວຽກງານຄຸ້ມຄອງ ຄ່າທຳນຽມ ແລະ ຄ່າບໍລິການ

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 29 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ