ກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ( ສະບັບປັບປຸງ )
外汇管理法(修订版)
Law on Foreign Exchange Management ( Amended )
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການພື້ນຖານ ແລະ ລະບຽບການຄຸ້ມຄອງເງິນຕາຕ່າງປະເທດ, ເພື່ອແນໃສ່ຄຸ້ມຄອງການຊື້ຂາຍ, ການຖືຄອງ ແລະ ການໄຫຼວຽນຂອງເງິນຕາຕ່າງປະເທດພາຍໃນປະເທດ, ພ້ອມທັງກຳນົດພາລະບົດບາດຂອງອົງການຄຸ້ມຄອງເງິນຕາຕ່າງປະເທດ ແລະ ມາດຕະການຕິດຕາມກວດກາ. ກົດໝາຍສະບັບນີ້ໃຊ້ບັງຄັບກັບບຸກຄົນ ແລະ ອົງການຈັດຕັ້ງທີ່ດຳເນີນກິດຈະກຳກ່ຽວກັບເງິນຕາຕ່າງປະເທດພາຍໃນ ສປປ ລາວ, ກຳນົດຂອບເຂດການນຳໃຊ້ເງິນຕາຕ່າງປະເທດທີ່ຖືກຕ້ອງຕາມກົດໝາຍ, ແລະ ຫ້າມການດຳເນີນການກ່ຽວກັບເງິນຕາຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດ, ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍທາງດ້ານການເງິນ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດຂອງຊາດ.
ມາດຕາ
ມາດຕາ 1
ມາດຕາ 1 (ສະບັບປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ເພື່ອສະໜັບສະໜູນ ແລະ ສົ່ງເສີມການໄຫຼວຽນຂອງເງິນຕາ, ການຄ້າ, ການບໍລິການ ແລະ ການລົງທຶນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ເພີ່ມທະວີຄວາມສົມດຸນຂອງການຊຳລະກັບຕ່າງປະເທດ ແລະ ທຶນສຳຮອງເງິນຕາຕ່າງປະເທດ ເພື່ອແນໃສ່ເພີ່ມທະວີສະຖຽນລະພາບຂອງເງິນກີບລາວ; ຂະຫຍາຍການຮ່ວມມືດ້ານເສດຖະກິດສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ມາດຕາ 2
ມາດຕາ 2 (ສະບັບປັບປຸງ) ການຄຸ້ມຄອງເງິນຕາຕ່າງປະເທດ
ການຄຸ້ມຄອງເງິນຕາຕ່າງປະເທດ ໝາຍເຖິງ ການນຳໃຊ້ຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆ ຕໍ່ກັບເງິນຕາຕ່າງປະເທດ ແລະ ຄຳ ທີ່ຜູ້ມີຖິ່ນທີ່ຢູ່ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ/ຫຼື ຜູ້ທີ່ບໍ່ມີຖິ່ນທີ່ຢູ່ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຖືຄອງ ຫຼື ນຳໃຊ້, ແລະ ການຊຳລະກັບຕ່າງປະເທດທີ່ກ່ຽວຂ້ອງກັບການຄ້າ, ການບໍລິການ, ການຊ່ວຍເຫຼືອລ້າ, ການລົງທຶນ, ເງິນກູ້, ເງິນຝາກ ແລະ ການນຳເງິນສົດເຂົ້າ-ອອກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 60 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ