ຂໍ້ຕົກລົງ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ (ແຂວງໄຊຍະບູລີ)

关于灾害管理基金的协议(沙耶武里省)

Agreement on the Disaster Management Fund (Xayaboury Province)

ບົດສະຫຼຸບ

ສັນຍາສະບັບນີ້ຖືກກຳນົດຂຶ້ນໂດຍເຈົ້າແຂວງໄຊຍະບູລີ ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ດຳລັດວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ກຳນົດການລະດົມທຶນ, ແຫຼ່ງລາຍຮັບ, ການຄຸ້ມຄອງ ແລະ ນຳໃຊ້, ຜູ້ໄດ້ຮັບການຊ່ວຍເຫຼືອ ແລະ ວິທີການ, ໂຄງສ້າງອົງກອນ, ຂໍ້ຫ້າມ, ການກວດກາ ແລະ ມາດຕະການລາງວັນ ແລະ ໂທດ ຂອງກອງທຶນຄຸ້ມຄອງໄພພິບັດ, ມີຜົນບັງຄັບໃຊ້ແຕ່ວັນທີ 22 ມີນາ 2023 ເປັນຕົ້ນໄປ ແລະ ຍົກເລີກສັນຍາສະບັບເລກທີ 676 ປີ 2022.

ມາດຕາ

ມາດຕາ 1

ຈຸດປະສົງ ຂອງຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ການນຳ ໃຊ້ກອງທຶນຄຸ້ມຄອງໄພພິບັດ ເພື່ອປຸກລະດົມທຶນ ຈາກ ບຸກຄົນ, ນິຕິບຸກຄົນ, ຄອບຄົວ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ແນໃສ່ ໃຫ້ແກ່ການຊ່ວຍເຫຼືອສຸກເສີນ, ສ້ອມແປງພື້ນຖານໂຄງລ່າງທີ່ຈຳເປັນ, ການຊອກຄົ້ນ, ຄົ້ນຫາ ແລະ ກູ້ໄພ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນຜູ້ປະສົບໄພພິບັດ ກັບຄືນສູ່ສະພາບປົກກະຕິ ຫຼື ດີ ຂຶ້ນກວ່າເກົ່າ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊຍະບູລີ. ມາດຕາ ຂ ກອງທຶນຄຸ້ມຄອງໄພພິບັດ ກອງທຶນຄຸ້ມຄອງໄພພິບັດ ຂຽນຫຍໍ້ : “ກພບ” ແມ່ນ ກອງທຶນ ຂອງອົງການຈັດຕັ້ງລັດ ສ້າງຕັ້ງຂຶ້ນ ເພື່ອລະດົມ ແລະ ສະສົມທຶນ ຈາກແຫຼ່ງຕ່າງໆ ໃຫ້ມີງົບປະມານ ຊ່ວຍເຫຼືອສັງຄົມ ແນໃສ່ຮັບປະກັນ ນຳໃຊ້ເຂົ້າໃນການຊ່ວຍເຫຼືອ ແລະ ບັນເທົາທຸກໃນຊ່ວງຕອບໂຕ້ໄພພິບັດສຸກເສີນ ແລະ ດ້ານມະນຸດສະທຳແກ່ເປົ້າໝາຍທີ່ໄດ້ຮັບຜົນເສຍຫາຍ ຈາກ ໄພພິບັດ.

ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 34 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ